黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທາງ​ດ່ວນ​ສາຍ​ທຳ​ອິດ​ຂອງ​ລາວ​ຜ່ານ​ການກວດ​ກາ​ແລະ​ຮັບ​ຮອງ, ຄາດ​ວ່າ​ຈະ​ເປີດ​ແລ່ນ​ລົດ​ໄດ້ໃນ​ທ້າຍ​ປີ​ນີ້

2020-11-18 15:27:28 cri

ວັນ​ທີ 12 ພະ​ຈິກ​ນີ້, ໜ່ວຍ​ງານກວດ​ກາ​ແລະ​ຮັບ​ຮອງ​ປະ​ສົມ​ທີ່​ປະ​ກອບ​ດ້ວຍ​ພະ​ນັກ​ງານ​ຫຼາຍ​ພາກ​ສ່ວນ​ຂອງ​ລາວ​ໄດ້​ໄປ​ກວດ​ກາ​ຢູ່​ສະ​ຖານ​ທີ່​ແລະ​ກວດ​ກາ​ຂໍ້​ມູນ​ທີ່​ກ່ຽວ​ຂ້ອງ​​ຂອງ​ໂຄງ​ການ​ທາງ​ດ່ວນ​ລາວ-ຈີນ​ຕອນ​ວຽງ​ຈັນ​ຫາ​ວັ​ງ​ວຽງ. ວັນ​ທີ 13 ພະ​ຈິກ​ນີ້, ໜ່ວຍ​ງານກວດ​ກາ​ແລະ​ຮັບ​ຮອງ​ໄດ້​ຈັດ​ກອງ​ປະ​ຊຸມ​ຢູ່​ວັງ​ວຽງ​ແລະ​ເຫັນ​ວ່າ: ໂຄງ​ການ​ທາງ​ດ່ວນ​ວຽງ​ຈັນ​ຫາ​ວັງ​ວຽງ​ໄດ້​ສຳ​ເລັດ​ໜ້າ​ທີ່​ການ​ກໍ່​ສ້າງ​ຕາມສັນ​ຍາ, ດັດ​ສະ​​ນີ​ຕ່າງໆ​ລ້ວນ​ແຕ່​ຖືກ​ກັບ​ມາດ​ຕະ​ຖານ​ການ​ອອກ​ແບບ, ​ຈຶ່ງເຫັນ​ດີ​ຮັບ​ຮອງ​ທາງ​ດ່ວນ​ລາວ-ຈີນ​ຕອນ​ວຽງ​ຈີນ​ຫາ​ວັງ​ວຽງ. ການ​ຮັບ​ຮອງ​ໂຄງ​ການ​ດັ່ງ​ກ່າວ​ຢ່າງ​ເປັນ​ທາງ​ການ​ໄດ້​ສ້າງ​ພື້ນ​ຖານ​ອັນ​ໜັກ​ແໜ້ນ​ໃຫ້​ແກ່​ການ​ເປີດ​ແລ່ນ​ລົດ​ໃນ​ທ້າຍ​ປີ​ນີ້.

ໂຄງ​ການ​ທາງ​ດ່ວນ​ຕອນ​ວຽງ​ຈັນ​ຫາ​ວັງ​ວຽງ​ແມ່ນ​ໂຄງ​ການ​ໄລ​ຍະ​ທຳ​ອິດ​ຂອງ​ທາງ​ດ່ວນ​ຈີນ-ລາວ, ​ມີ​ຄວາມ​ຍາວທັງ​ໝົດ 111 ກິ​ໂລ​ແມັດ, ໂຄງ​ການ​ດັ່ງ​ກ່າວ​ໄດ້​ກໍ່​ສ້າງ​ຕາມ​ມາດ​ຕະ​ຖານ​ທາງ​ດ່ວນ​ຂອງ​ຈີນ, ​ການ​ອອກ​ແບບ​ຄວາມ​ໄວ​ຂອງ​ການ​ແລ່ນ​ລົດ​ແມ່ນ 80 ຫາ 100 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ, ພາຍ​ຫຼັງ​ສ້າງ​ສຳ​ເລັດ​ແລ້ວ, ​ການຂັບ​ລົດ​ຈາກວຽງ​ຈັນ​ຫາ​ວັງ​ວຽງ​​ໄດ້​ໃຊ້​ເວ​ລາ​ສັ້ນ​ລົງ​ຈາກ 3 ຊົ່ວ​ໂມງ​ເຄິ່ງ​ໃນ​ປັດ​ຈຸ​ບັນ​ຈະ​ຍັງ​ເຫຼືອ 1 ຊົ່ວ​ໂມງ.

ຄຳ​ເຫັນ

0