曹琦

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຕຳຫຼວດຢຸນນານທັບມ້າງຄະດີຂົນສົ່ງຢາເສບຕິດ, ແລະຍຶດຢາມ້າໄດ້ເກືອບ 50 ກິໂລກຼາມ

2020-11-20 17:34:23 cri

ນັກ​ຂ່າວ​ໄດ້​ຮັບ​ຊາບ​ຈາກກອງ​ຄຸ້ມ​ຄອງ​ເຂດ​ຊາຍ​ແດນ​ສິບ​ສອງ​ພັ່ນນາ​ຂອງ​ແຂວງ​ຢຸນ​ນານ​ຈີນ​ວ່າ, ​ຫວ່າງ​ມໍ່ໆ​​ມານີ້, ​ໜ່ວຍ​ງານ​ຕົນ​ໄດ້​ທັບ​ມ້າງ​ຄະ​ດີ​ຂົນ​ສົ່ງ​ຢາ​ເສບ​ຕິດ​ຄັ້ງ​ໜຶ່ງ, ​ໂດຍ​ຈັບ​ຜູ້​ຕ້ອງ​ຫາ​ໄດ້ 3 ຄົນ, ຍຶດຢາ​ມ້າ​ໄດ້ 49,633 ກິ​ໂລກຼາມ.

ກອງ​ຄຸ້ມ​ຄອງ​ເຂດ​ຊາຍ​ແດນ​ສິບ​ສອງພັ່ນນາ​ໄດ້​ແຈ້ງ​ໃຫ້​ຮູ້​ວ່າ, ວັນ​ທີ 24 ກັນ​ຍາ​ປີ​ນີ້, ຕຳ​ຫຼວດ​ໄດ້​ຮັບ​ຊາບ​ວ່າ: ມີ​ຜູ້​ຄ້າຢາ​ເສບ​ຕິດ​ພວມ​ຂັບ​ລົດ​ໜີ​ອອກ​ຈາກເມືອງ​​ຊຽງ​ຮຸ່ງ ​ເຂດສິບ​ສອງ​ພັ່ນ​ນາ, ຕຳ​ຫຼວດ​ຈິ່ງ​ໄດ້​ລັດ​ສະ​ກັດ​ລົດ​ສອງ​ຄັນ​ດັ່ງ​ກ່າວ​ຢູ່​ເຂດ​ຊານ​ເມືອງ​ຊຽງ​ຮຸ່ງ, ແລະ​ຈັບ​ຜູ້​ຕ້ອງ​ຫາ​ໄດ້ 3 ຄົນ, ຍຶດຢາ​ມ້າ​ໄດ້ 25 ຖົງ​ຈາກ​ລົດ​ຄັນ​ໜຶ່ງ, ​ມີ​ນ້ຳ​ໜັກທັງ​ໝົດ​ 49,633 ກິ​ໂລກຼາມ.

ຂ່າວ​ລາຍ​ງານ​ວ່າ, ຜູ້​ຕ້ອງ​ຫາ 3 ຄົນ​ດັ່ງ​ກ່າວ​ຖືກອົງ​ການ​ໄອ​ຍະ​ການ​ເມືອງ​ປົກ​ຄອງ​ຕົນ​ເອງ​ເຜົ່າລື້​ສິບ​ສອງ​ພັ່ນ​ນາອ​ອກ​ໝາຍ​ຈັບ​ຢ່າງ​ເປັນ​ທາງ​​ການ​ແລ້ວ, ປະ​ຈຸ​ບັນ​ພວມ​ຖືກ​ສອບ​ສວນ​ຢູ່.

ຄຳ​ເຫັນ

0