曹琦

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອັງກິດໄດ້ປະກາດແຜນການລົງທຶນທາງດ້ານການທະຫານຂະໜາດໃຫຍ່ທີ່ສຸດໃນຮອບ 30 ປີ

2020-11-20 17:35:00 cri

ວັນ​ທີ 19 ພະ​ຈິກ​ນີ້, ທ່ານ​ໂບ​ຣິ​ສ ​ຈອນ​ສັນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ​ໄດ້​ປະ​ກາດ​ວ່າ, ລັດ​ຖະ​ບານ​ອັງ​ກິດ​ຈະ​ເພີ່ມ​ການ​ລົງ​ທຶນ​ສ່​ດ້ານ​ການ​ທະ​ຫານ​ທັງ​ໝົດ 16,5 ຕື້​ປອ​ນ​ອັງ​ກິດ (ປະ​ມານ 21,8 ຕື້​ໂດ​ລາ​ສະ​ຫະ​ລັດ) ໃຫ້​ກັບ​ກະ​ຊວງປ້ອງ​ກັນ​ປະ​ເທດ, ຕົ້ນ​ຕໍ​​ຈະ​ນຳ​ໃຊ້​ເຂົ້າ​ໃນຂົງ​ເຂດ​ອະ​ວະ​ກາດ​ແລະປັນ​ຍາ​ປະ​ດິດ​ເປັນ​ຕົ້ນ.

ລັດ​ຖະ​ບານ​ອັງ​ກິດ​ກ່າວ​ໃນ​ຖະ​ແຫຼງ​ການ​ວ່າ, ນີ້​ແມ່ນ​ແຜນ​ການ​ລົງ​ທຶນ​ທາງ​​ດ້ານການ​ທະ​ຫານ​ຂະ​ໜາດ​ໃຫ​ຍ່​ທີ່​ສຸດ​ຂອງ​ລັດ​ຖະ​ບານ​ອັງ​ກິດ​ໃນ​ຮອບ 30 ປີ​ມາ​ນີ້.

ທ່ານ​​ຈອນ​ສັນ​ກ່າວ​ວ່າ, ການ​ລົງ​ທຶນ​ທາງ​ດ້ານ​ການ​ທະ​ຫານ​ເຫຼົ່າ​ນີ້​​ຈະ​ຊ່ວຍ​ເພີ່ມ​ການ​ມີ​ວຽກ​ເຮັດ​ງານ​ທຳ​ໃຫ້​ຊາວ​ອັງ​ກິດ​ໄດ້ 1 ໝື່ນ​ຄົນ​ຕໍ່​ປີ, ມີ​ຜົນ​ດີ​ຕໍ່​ການ​ເພີ່ມ​ທະ​ວີ​​ອິດ​ທິ​ພົນ​ໃນ​ທົ່ວ​ໂລກ​ຂອງ​ອັງ​ກິດ. ທ່ານ​ກ່າວ​ວ່າ, ຫຼັງ​ຈາກ​ສົງ​ຄາມ​ເຢັນ​ສິ້ນ​ສຸດ​ລົງ​ເປັນ​ຕົ້ນ​ມາ, ສະ​ຖາ​ນະ​ການ​ສາ​ກົນ​ໃນ​ປັດ​ຈຸ​ລັນ “ ອັນ​ຕະ​ລາຍກວ່າ​ເວ​ລາ​ໃດ​ໝົດ, ການ​ແກ່ງ​ແຍ່ງ​ແຂ່ງ​ຂັນ​ແມ່ນ​ດຸ​ເດືອດ​ກວ່າ​ເກົ່າ”, ອັງ​ກິດ​ຕ້ອງ​ຍົກ​ສູງ​ຄວາມ​ສາ​ມາດ​ປ້ອງ​ກັນ​ປະ​ເທດ​ຢ່າງ​ຮອບ​ດ້ານ.

ຄຳ​ເຫັນ

0