曹琦

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານສີຈິ້ນຜິງໄດ້ສົ່ງສານຊົມເຊີຍເຖິງກອງປະຊຸມ 5G+ ອິນເຕີເນັດອຸດສາຫະກຳຈີນ 2020

2020-11-20 17:35:31 cri

ວັນ​ທີ 20 ພະ​ຈິກ​ນີ້, ກອງ​ປະ​ຊຸມ 5G+​ ອິນ​ເຕີ​ເນັດ​ອຸດ​ສາ​ຫະ​ກຳຈີນ 2020 ໄດ້​ຈັດ​ຂຶ້ນ​ຢູ່ອູ​ຮ້ານ ເທດ​ສະ​ບານແຂວງ​ຫູ​ເປີຍ​ຈີນ. ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​​ຄະ​ນະ​ກຳ​ມະ​ການສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ສົ່ງ​ສານ​ຊົມ​ເຊີຍ​ເຖິງກອງ​ປະ​ຊຸມ​ດັ່ງ​ກ່າວ​ໂດຍຫວັງ​ໃຫ້​ຜູ້​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສົນ​ທະ​ນາ​ໂດຍ​ປິ່ນ​ອ້ອມຫົວ​ຂໍ້​ “​ເຊື່ອມ​ຕໍ່​ທຸກ​ສິ່ງ​ທຸກ​ຢ່າງ​ແບບ​ອັດ​ສະ​ລະ​ຍະ, ຮ່ວມ​ກັນ​ສ້າງ​ອະ​ນາ​ຄົດ”, ລົງ​ເລິກ​ການ​ແລກ​ປ່ຽນ, ເຕົ້າ​ໂຮມ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ສ້າງ​ຄວາມ​ສາ​ມາດ​ຕົວ​ຈິງ, ບໍ​ລິ​ການ​ສັງ​ຄົມ, ສ້າງ​ຄວາມ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ.

​ໃນ​ພິ​ທີ​ເປີດກອງ​ປະ​ຊຸມ, ທ່ານ​ລິວ​ເຮີ້ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ອ່ານ​ສານ​ຊົມ​ເຊີຍ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ແລະ​ກ່າວ​ຄຳ​ປາ​ໄສ​ດ້ວຍ​ຮູບ​ແບບ​ຜ່ານ​ວີ​ດີ​ໂອ.

ກອງ​ປະ​ຊຸມ​ 5G+ ອິນ​ເຕີ​ເນັດ​ອຸດ​ສາ​ຫະ​ກຳຈີນ 2020 ແມ່ນ​ຈັດ​ຂຶ້ນ​ເປັນ​ເທື່ອ​ທຳ​ອິດ, ເຊິ່ງຈັດ​ໂດຍ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ແລະ​ເທັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ຈີນ, ​ແລະອົງ​ການ​ປົກ​ຄອງ​ປະ​ຊາ​ຊົນ​ແຂວງ​ຫູ​ເປີຍ, ​ໂດຍ​ມີ​ຈຸດ​ປະ​ສົງເພື່ອ​ຊຸກ​ຍູ້​ການ​ເຊື່ອມ​ໂຍງ 5G ແລະ​ອິນ​ເຕີ​ເນັດ​ອຸດ​ສາ​ຫະ​ກຳ​​ໃຫ້ພັດ​ທະ​ນາ​ຢ່າງ​ປະ​ສົມ​ປະ​ສານ​ກັນ​ໃນ​ຂອບ​ເຂດ​ທີ່ກວ້າງ​ຂວາງກວ່າ​ເກົ່າ, ເລິກ​ເຊິ່ງກວ່າ​ເກົ່າ, ​ມີ​ລະ​ດັບສູງກວ່າ​ເກົ່າ, ​ທັງ​ຊ່ວຍ​​ໃຫ້ແຂວງ​ຫູ​ເປີຍ​ສາ​ມາດ​ຟື້ນ​ຟູ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ພາຍ​ຫຼັງ​ສະ​ພາບ​ພະ​ຍາ​ດ​ສິ້ນ​ສຸດ​ລົງ.

ຄຳ​ເຫັນ

0