吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ວິ​ໄສ​ທັດ​ໃໝ່​ຂອງ APEC ຈະ​ສ້າງກຳລັງ​ຊຸກ​ດັນ​ໃໝ່​ໃຫ້​ແກ່​ການຂະຫຍາຍຕົວຂອງ​​ເສດ​ຖະກິດ​ອາຊີ-ປາຊີ​ຟິກ

2020-11-21 16:50:01 cri

ວັນ​ທີ 20 ພະຈິກ​ນີ້, ກອງ​ປະຊຸມບໍ່​ເປັນ​ທາງ​ການ​ຂອງ​ຜູ້ນຳ​ອົງການ​ການ​ຮ່ວມ​ມື​ເສດຖະກິດ​ອາຊີ-ປາຊີ​ຟິກ ຫຼື APEC ຄັ້ງ​ທີ 27 ​ໄດ້​ຈັດ​ຂຶ້ນ​ ​ເຊິ່ງ​ທີ່​ປະຊຸມ​ໄດ້​ປະກາດ​ວ່າ ໄດ້​ບັນລຸ “​​ເປົ້າ​ໝາຍ​ໂບ​ໂກ​ຄື​ການ​ຄ້າ ​ແລະ​ການ​ລົງທຶນ​ຫັນ​ເປັນ​ແບບ​ເສລີ ​ແລະ​ສະ​ດວກ”, ທ່ານ​ຢາງ​ເຈິ້ງ​ເວີຍ ຮອງ​ຫົວໜ້າ​ກົມສາກົນ​ຂອງ​ກະຊວງການຄ້າຈີນກ່າວວ່າ: ໃນໄລຍະ 26 ປີຜ່ານມາ, ການ​ຫັນການ​ຄ້າ ​ແລະ​ການ​ລົງທຶນ​​ໃຫ້​ມີ​ຄວາມສະດວກ ​ແລະ​ເສລີ​ຂອງ​ອາຊີ-ປາຊີ​ຟິກ​ໄດ້ຮັບໝາກຜົນ​ທີ່​ປະຈັກ​ຕາ​ຕໍ່​ຊາວ​ໂລກ. ການ​ຄ້າ ​ແລະ​ການ​ລົງທຶນ​ມີ​ຈັງຫວະ​ການ​ເຕີບ​ໂຕ​​ຢ່າງ​ສູງ, ມູນ​ຄ່າ​ການ​ຄ້າ​ເພີ່ມ​ຂຶ້ນ 5 ​ເທົ່າ. ລະດັບ​ຄວາມ​ສະດວກ ​ແລະ​ເສລີ​​ໄດ້ຍົກ​ສູງ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ, ລະດັບ​ພາສີສະ​ເລ່ຍ​ໄດ້​ຫຼຸ​ດລົງ​ຈາກ 13,9% ​ເປັນ 5,2%.

ທ່ານ​ກ່າວ​ຕື່ມ​ວ່າ: ຈີນ​ໄດ້​ປະກອບສ່ວນຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ບັນລຸ “​ເປົ້າ​ໝາຍ​​ໂບ​ໂກ”, ລະດັບ​ພາສີສະ​ເລ່ຍ​ໄດ້​ຫຼຸ​ດລົງ​ຈາກ 23,6% ​ເຫຼືອ​ພຽງ 7,5%, ການ​ຄ້າການ​ບໍລິການ​​ໄດ້ເປີດ​ປະຕູ​ສູ່​ພາຍ​ນອກຫຼາຍ​ຂຶ້ນ​ຢ່າງ​ພົ້ນ​ເດັ່ນ ​ແລະ​ໄດ້ຫຼຸດຜ່ອນ​ເງື່ອນ​ໄຂ​ໃນ​ການ​ອະນຸມັດ​ເຂົ້າ​ເຖິງ​ຕະຫຼາດ​ສັງ​ລັບວິ​ສາ​ຫະກິດ​ຕ່າງປະ​ເທດໃຫ້​ໜ້ອຍ​ລົງ​ຢ່າງບໍ່​ຢຸດ​ຢັ້ງ, ນອກຈາກ​ນີ້, ຈີນ​ຍັງ​ໄດ້​ສະໜອງ​ຜະລິດ​ຕະພັນ​ສາທາລະນະ​ສາກົນ​ເພື່ອ​ຊຸກຍູ້​ການ​ຄ້າ ​ເຊັ່ນ: ງານ​ວາງສະ​ແດງ​ສິນຄ້າ​ນຳ​ເຂົ້າສາກົນ​ຈີນ ​ແລະ​ອື່ນໆ.

ກອງ​ປະຊຸມ​ດັ່ງກ່າວ​ຍັງ​ໄດ້​ຮັບຮອງ “ວິ​ໄສ​ທັດປູ​ຕຣາ​ຈາ​ຢາ​ຂອງ​ອົງການ​ການ​ຮ່ວມ​ມື​ເສດຖະກິດ​ອາຊີ-ປາຊີ​ຟິກຮອດ​ປີ 2040”. ທ່ານ​ຢາງ​ເຈິ້ງ​ເວີຍ​ກ່າວ​ວ່າ: ວິ​ໄສ​ທັດ​ໃໝ່​​ໄດ້​​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ສະໜັບສະໜູນ​ລະບົບ​ການ​ຄ້າ​ຫຼາຍ​ຝ່າຍ​ເປັນ​ເວລາ​ຍາວ​ນານ ​ເຊິ່ງ​ໄດ້​ສະ​ແດງ​ຄວາມຕັດສິນ​ໃຈ​ໃນ​ການ​ຊຸກຍູ້​​ການ​ເຊື່ອມ​ໂຍງ​ເຂົ້າ​ເປັນອັນ​ໜຶ່ງ​ອັນ​ດຽວ​ກັນ​ຂອງ​ພາກ​ພື້ນຢ່າງ​ເດັດດ່ຽວ​ໜຽວ​ແໜ້ນ, ​ໄດ້​ກຳ​ແໜ້ນລັກສະນະ​ຍຸກ​ເສດຖະກິດດີ​ຈີ​ຕອນ​ພັດທະນາ​ຢ່າງ​ແຂງ​ແຮງ ​ເຊິ່ງຈະ​ສ້າງ​ກຳລັງ​ຊຸກ​ດັນ​ໃມ່​ໃຫ້​ແກ່​ການ​ຂະຫຍາຍຕົວຂອງ​ເສດຖະກິດ​ອາຊີ-ປາຊີ​ຟິກ.

 

ຄຳ​ເຫັນ

0