吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິ​ງ: ຮ່ວມ​ກັນ​ສ້າງ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​​ອາຊີ-ປາຊີ​ຟິກທີ່​ເປີດ​ກວ້າງ​ກວມ​ລວມ, ປະດິດ​ສ້າງ​ໃໝ່ ​ແລ​ະ​​ເຕີບ​ໂຕ, ​ເຊື່​ອມ​ໂຍງ​​ເຊື່ອມ​ຈອດ​ກັນ ​ແລະ​ຮ່ວມ​ມື​​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ

2020-11-21 16:50:43 cri

ຕອນ​ຄ່ຳ​ວັນ​ທີ 20 ພະຈິກ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳປາ​ໄສ​ທີ່​ສຳຄັນໃນ​ກອງ​ປະຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ຜູ້ນຳ​ອົງການຮ່ວມ​ມື​ເສດຖະກິດ​ອາຊີ-ປາຊີ​ຟິກຄັ້ງ​ທີ 27 ຜ່ານ​ທາງ​ວິ​ດີ​ໂອ.

ທ່ານ​ກ່າວ​ວ່າ: ປີ​ນີ້, ​ໜ້າ​ທີ່​ສຳຄັນ​ຢ່າງ​ໜຶ່ງຂອງອົງການຮ່ວມ​ມື​ເສດຖະກິດ​ອາຊີ-ປາຊີ​ຟິກ​ແມ່ນ​ເລີ່​ມປະຕິບັດ​ວິ​ໄສ​ທັດ​ການ​ຮ່ວມ​ມືຫຼັງ​ປີ 2020, ພວກ​ເຮົາ​ໄດ້​ບັນລຸ​ເປົ້າ​ໝາຍການ​ສ້າງ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​​ອາຊີ-ປາຊີ​ຟິກຮ່ວມ​ກັນ. ພວກ​ເຮົາ​ຄວນ​ຖື​ເລື່ອງ​ນີ້​ເປັນ​ຈຸດ​ເລີ່​ມຕົ້ນ​​ໃໝ່​ເພື່ອເປີດ​ໄລຍະ​ໃໝ່​ແຫ່ງ​ການ​ຮ່ວມ​ມື​​ໃນອາຊີ-ປາຊີ​ຟິກ​, ຮ່ວມ​ກັນ​ສ້າງ​ປະຊາ​ຄົມ​ຮ່ວມຊາຕາກຳ​ອາຊີ-ປາ​ຊີ​ຟິກທີ່​ເປີດ​ກວ້າງ​ກວມ​ລວມ, ປະດິດ​ສ້າງ​ໃໝ່ ​ແລະ​ເຕີບ​ໂຕ, ​ເຊື່ອມ​ໂຍງ​​ເຊື່ອມ​ຈອດກັນ ​ແລະ​ຮ່ວມ​ມື​​ແບ​ບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ.

ຄຳ​ເຫັນ

0