秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກໍລະນີຕິດພະຍາດໂຄວິດ-19 ຢູ່ອິນເດຍມີຫຼາຍກວ່າ 9 ລ້ານກໍລະນີ ທ້ອງຖິ່ນຈຳນວນໜຶ່ງຍົກລະດັບມາດຕະການປ້ອງກັນພະຍາດ

2020-11-21 15:19:04 cri

ຕາມ​ສະ​ຖິ​ຕິຫຼ້າ​ສຸດ​ທີ່​ເປີດ​ເຜີຍ​ໂດຍ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​​ອິນ​ເດຍ​ໃນຕອນ​ເຊົ້າ​ວັນ​ທີ 20 ພະ​ຈິກ​ນີ້​ວ່າ, ກໍ​ລະ​ນີ​ຕິດ​ພະ​ຍາ​ດ​ໂຄວິດ-19 ຢູ່ປະ​ເທດ​ອິນ​ເດຍ​ໄດ້​ມີຫຼ​າຍກວ່າ 9 ລ້ານ​ກໍ​ລະ​ນີ, ຜູ້​ເສຍ​ຊີ​ວິດ​ແລ້ວ​ມີຫຼາຍກວ່າ 1 ແສນ 3 ໝື່ນ​ກໍ​ລະ​ນີ. ອິນ​ເດຍ​ໄດ້​ກາຍ​ເປັນ​ປະ​ເທດ​ທີ​ສອງ​ທີ່​ມີ​ກໍ​ລະ​ນີ​ຕິດ​ພະ​ຍາດຫຼາຍກວ່າ 9 ລ້ານ​ກໍ​ລະ​ນີ ເຊິ່ງ​ຖັດ​ຈາກ​ອາ​ເມ​ຣິ​ກາ. ບ​າງ​ທ້ອງ​ຖິ່ນ​ຂອງ​ອິນ​ເດຍ​ທີ່​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຢ່າງ​ໜັກ​ໜ່ວງ​ນັ້ນ​ໄດ້​ປະ​ກາດ​ມາດ​ຕະ​ການ​ໃໝ່ ເພື່ອ​ປ້ອງ​ກັນ ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ.

ອິນ​ເດຍ​ໄດ້​ສືບ​ຕໍ່​ຍົກ​ລະ​ດັບ​ຄວາມ​ສາ​ມາດກວດ​​ຫາ​ເຊື້ອ. ມາ​ຮອດ​ວັນ​ທີ 19 ພະ​ຈິກ​ນີ້, ອິນ​ເດຍ​ໄດ້​ກວດ​ຕົວ​ຢ່າງ​ເກືອບ 130 ລ້ານ​​ຕົວ​ຢ່າງ, ໃນ​ນັ້ນ, ໃນ​ວັນ​ທີ 19 ໄດ້​ກວດວິ​ເຄາະ 1 ລ້ານ 8 ໝື່ນ​ຕົວ​ຢ່າງ.

ເພື່ອ​ສະ​ກັດ​ກັ້ນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ​ວັນ​ທີ 17 ພະ​ຈິກ​ນີ້, ນະ​ຄອນຫຼວງ​ນິວ​ແດນ​ລີ​ຂອງ​ອິນ​ເດຍໄດ້​ປັບ​ເພ​ດານ​ຈຳ​ນວນ​ຄົນ​ຂອງ​ການ​ຊຸມ​ນຸມ​ໃຫ້ຫຼຸດ​ລົງ​ຈາກ 200 ຄົນ​ມາ​ເປັນ50 ຄົນ  ພ້ອມ​ທັງ​ໄດ້​ເພີ່ມ​ຄ່າ​ປັບ​ໄໝ​ຕໍ່​ຜູ້​ທີ່ບໍ່​ໃສ່​ຜ້າ​ປິ​ດ​ປາກ​ເຖິງ 2000 ຣຸ​ປີ ຫຼື​ປະ​ມານ 27 ໂດ​ລາ​ສະ​ຫະ​ລັດ. ບາງ​ທ້ອງ​ຖິ່ນ​ໄດ້​ປະ​ກາດ​ມ​າດ​ຕະ​ການ​ຫ້າມ​ສັນ​ຈອນ​ໃນ​ການ​ຄືນ.

ຄຳ​ເຫັນ

0