吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິ​ງ: ຮ່ວມ​ກັນ​ສ້າງ​ໂລກ​ທີ່ດີງາມທີ່ຫ່າງ​ໄກຈາກຄວາມທຸກຍາກ ແລະພັດທະນາຮ່ວມກັນ

2020-11-23 16:54:42 cri

ຕອນຄ່ຳວັນທີ 22 ພະຈິກນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເຂົ້າຮ່ວມ​ກອງ​ປະຊຸມ​ໄລຍະ​ທີ 2 ຂອງ​ກອງ​ປະຊຸມ​ສຸດ​ຍອດ​​ລະຫວ່າງ​ຜູ້ນຳ​ກຸ່ມ G20 ຄັ້ງ​ທີ 15 ຢູ່​ຜ່ານ​ທາງ​ວິ​ດີ​ໂອ​ຢູ່ນະຄອນ​ຫຼວງ​ປັກ​ກິ່ງ.

ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ເນັ້ນ​ວ່າ: ຈີນ​​ໄດ້ພະຍາຍາມ​ຜ່ານ​ຜ່າ​ຜົນ​ກະທົບ​ຈາກ​ພະຍາດ​ໂຄ​ວິ​ດ-19 ​ແລະ​ຈະ​ບັນລຸ​ເປົ້າ​ໝາຍ​ລຶບລ້າງ​ຄວາມທຸກ​ຍາກ​ກ່ອນ​ກຳນົດ 10 ປີ. ​ໃນ​ໄລຍະ​ການ​ປະຕິ​ຮູບ ​ແລະ​ເປີດ​ປະຕູ​ສູ່​ພາຍ​ນອກ 40 ກວ່າ​ປີຜ່ານມາ, ປະຊາຊົນ​ຈີນຫຼາຍ​ກວ່າ 700 ລ້ານ​ຄົນ​ໄດ້​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ ​ເຊິ່ງ​ໄດ້​ປະກອບສ່ວນຕໍ່​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ຂອງ​ໂລກ​ໄດ້​ຫຼາຍ​ກວ່າ 70%. ພວກ​ເຮົາ​ຍິນ​ດີ​ຮ່ວມ​ກັບ​ບັນດາ​ປະ​ເທດ, ສ້າງ​ໂລກ​ທີ່​ດີ​ງາມ​ທີ່​ຫ່າງ​ໄກ​ຈາກ​ຄວາມທຸກ​ຍາກ ​ແລະ​ພັດທະນາ​ຮ່ວມ​ກັນ.

ຄຳ​ເຫັນ

0