吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ເລື່ອງທີ່​ທ່ານ​ສີ​ຈິ້ນ​ຜິ​ງ​ເປັນ​ຫ່ວງ​ເປັນ​ໃຍ​ທີ່​ສຸດ​

2020-11-24 17:25:00 cri

“​ເລື່ອງ​ທີ່​ຂ້າ​​ພະ​​ເຈົ້າເປັນ​ຫ່ວງ​ເປັນ​ໃຍ​ທີ່​ສຸດກໍ​ແມ່ນ​ປະຊາຊົນ​ຜູ້ທຸກ​ຍາກ, ກນ​ກິນ​ການ​ຢູ່​ຂອງ​ເຂົາ​ເຈົ້າ​ເປັນ​ແນວ​ໃດ, ສາມາດສະ​ເຫຼີ​ມສະຫຼອງ​ບຸນ​ປີ​ໃໝ່ ​ແລະ​ບຸນ​ກຸດ​ຈີນຢ່າງ​ມ່ວນ​ຊື່ນ​ໄດ້​ຫຼື​ບໍ່?” ​ຄຳ​ອວຍພອນ​ປີ​​ໃໝ່ປີ 2017 ຂອງທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​​​ກ່ຽວ​ກັບ​ຄວາມ​ເປັນ​ຫ່ວງ​ເປັນ​​ໃຍ​ຜູ້​ທຸກ​ຍາກ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ປະຊາຊົນ​ທົ່ວ​ປະ​ເທດ​ຈີນຢ່າງ​ເລິກ​ເຊິ່ງ.

ວັນ​ທີ 23 ພະຈິກ​ນີ້, ​​ອົງການ​ປົກຄອງ​ແຂວງ​ກຸ້ຍ​ໂຈ່​ວ​ໄດ້​ປະກາດ​ວ່າ: ​9 ເມືອງ​ທຸກ​ຍາກ​ທີ່​ຍັງ​ເຫຼື​ອສຸດ​ທ້າຍ​ໄດ້ຖອນ​ອອກ​ຈາກບັນຊີ​ເມື​ອງທຸກ​ຍາກ​ໝົດແລ້ວ. ສະ​ນັ້ນ, ​ເມືອງ​ທຸກ​ຍາກ​ທັງ​ໝົດ 832 ​ເມືອງຂອງ​ຈີນ​ກໍ​ໄດ້ຫຼຸດ​ພົ້ນ​ອອ​ກຈາກ​ຄວາມທຸກ​ຍາກໝົດ​ແລ້ວ.

ນັ​ບ​ແຕ່​ກອງ​ປະຊຸມ​ໃຫຍ່​ຂອງພັກ​ກອມ​ມູນິດ​ຈີນ​ຄັ້ງ​ທີ 18 ​ເປັນ​ຕົ້ນ​ມາ, ສູນກາງ​ພັກ​ທີ່​ມີ​ສະຫາຍ​ສີ​ຈິ້ນ​ຜິ​ງ​ເປັນ​​ແກນ​ກາງ​ນັ້ນ​ໄດ້​ຖື​ເອົາການ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​ຂອງ​ປະຊາກອນ​ຜູ້​ທຸກ​ຍາກເປັນ​ໜ້າ​ທີ່​ພື້ນຖານ ​ແລະ​ເປັນ​ຕົວ​ຊີ້​ວັດ​ທີ່​ມີ​ລັກສະນະ​ເປັນ​ສັນຍາ​ລັກ​ຂອງ​ການ​ສ້າງ​ສັງຄົມທີ່​ອິ່ມໜຳສຳ​ລານ​ໃຫ້​ສຳ​ເລັດຢ່າງຮອບດ້ານ ​ເຊິ່ງ​ໄດ້​ພາກັນ​ເລີ່​ມສູ້​ຊົນ​ໃນ​ບັ້ນ​ລຶບ​ລ້າງ​ຄວາມທຸກຍາກ​ໃນ​ທົ່ວ​ປະ​ເທດ ​ແລະ​ໄດ້​ສ້າງສິ່ງ​ອັດ​ສະ​ຈັນ​ເປັນ​ຄັ້ງປະ​ຫວັດ​ສາດ​​ໃນການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ຂອງ​ມວນ​ມະນຸດ.

ວັນ​ທີ 26 ກຸມພາ​ປີ 2017, ​ເມືອງ​ຈິງ​ກັ່ງ​ຊ່ານ​ແຂວງ​ຈ່ຽງຊີ່​ໄດ້​ປະກາດ​ວ່າ: ​ໄດ້​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​ກ່ອນໝູ່​ໃນ​ຈີນ. ​ເມື່ອ​ຮອດທ້າຍ​ປີ 2016, ອັດຕາ​ການ​ເກີດ​ຄວາມທຸກ​ຍາກ​ຂອງ​ເມືອງ​ຈິງ​ກັ່ງ​ຊ່ານ​​ໄດ້​ຫຼຸດ​ລົງ​ຍັງ​ເຫຼືອ 1,6%, ​​ເຊິ່ງແມ່ນ​ເມືອງທຸກ​ຍາກ​ທຳ​ອິດທີ່​ໄດ້​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​ພາຍຫຼັງ​ໄດ້​ສ້າງ​ກົນ​ໄກ​ການ​ອອກ​ຈາກຄວາມທຸກ​ຍາກຂອງ​ຈີນ.

ການ​ພັດທະນາ​ອຸດສາຫະກຳ, ການ​ຍົກຍ້າຍ​ຖິ່ນ​ຖານ, ຄ່າ​ຊົດ​ເຊີຍ​ດ້ານສິ່ງ​ແວດ​ລ້ອມ​ນິ​ເວດ​…​ໃນ​ເບື້ອງ​ຫຼັງ​ກາ​ນຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸ​ກຍາກ​ຂອງ​​ແຕ່ລະ​ຄອບຄົວ​ທຸກ​ຍາກ, ກໍ​ແມ່ນ​ໂຄງການ​ທີ່​ເປັນ​ລະບົບ ​ແລະ​ບັ້ນ​ຮົບ​ທີ່​ຕ້ອງ​ບຸກບືນ​ສູ້​ຊົນ. ນັບ​ແຕ່​ປີ 2013 ​ເປັນ​ຕົ້ນ​ມາ, ສາມາດ​ຫຼຸດ​ຈຳນວນ​ຜູ້​ທຸກຍາກ​ໄດ້​ຫຼາຍ​ກວ່າ 93 ລ້ານ​ຄົນ, ສາມາດ​ຫຼຸດ​ຈຳນວນ​ຜູ້​ທຸກ​ຍາກ​​ໄດ້​ໂດຍ​ສະ​ເລ່ຍຕໍ່​ປີ​ແມ່ນ 10 ລ້ານ​ຄົນ​ຂຶ້ນ​ໄປ, ພາຍ​ໃຕ້​ຄວາມ​ພະຍາຍາມ​ໃນ​ປີ 2020, ປະຊາຊົນ​ຜູ້ທຸກ​ຍາກ​ສ່ວນທີ່​ຍັງ​​ເຫຼືອ​ນັ້ນ​ກໍ​ຈະ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກທັງ​ໝົດ​ຕາມ​ເວລາ​ກຳນົດ.

ຕົກທຸກ​ໄດ້​ຍາກ​ມາ​ແຕ່​ດົນ​ນານ​ແລ້ວ, ກໍ​ມີ​ຄວາມ​ປາຖະໜາ​ຢາກ​ມີ​ຊີວິດ​ທີ່​ອິ່ມໜຳ​ສຳລານ. ຄວາມ​ໃຝ່ຝັນພັນ​ປີ​ທີ່ຈະ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກຢ່າງ​ສິ້ນ​ເຊິ​ງ ​ແລະ​ບັນລຸ​​ເປົ້າໝາຍ​ໃນ​ການ​ສ້າງ​ສັງຄົມ​ທີ່ອິ່ມໜຳສຳລານ​ຢ່າງຮອບດ້ານ​ຂອງ​ຊົນ​ຊາດ​ຈີນ​ນັ້ນຈະ​ກາຍ​ເປັນ​ຈິງໃນ​ລຸ້ນພວກ​ເຮົາ​ນີ້.

ຄຳ​ເຫັນ

0