吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

WHOຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ໂລກ​ກຳ​ນົດ​ມາດ​ຕະ​ຖານ​ແບ່ງ​ປັນ​ວັກ​ຊິນ​ຢ່າງ​ທ່ຽງ​ທຳ

2020-11-24 17:17:10 CRI

    ວັນ​ທີ 23 ພະ​ຈິກ​ນີ້, ໃນ​ພິ​ທີ​ຖະ​ແຫຼງ​ຂ່າວ, ທ່ານ​ເຕ​ໂດຼ​ສ ອັດ​ຮາ​ນົມ ເກບ​ຣິ​ເຢ​ຊຸ​ສ ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ອະ​ນາ​ໄມ​ໂລກ ຫຼື WHO ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ຄວາມ​ຄືບ​ໜ້າ​ເປັນ​ຢ່າງ​ດີ​ໃນວຽກ​ງານ​ຄົ້ນ​ຄວ້າ​ຜະ​ລິດ​ວັກ​ຊິນ​ຕ້ານ​ພະ​ຍາດ​ໂຄວິດ-19ຂອງ​ທົ່ວ​ໂລກ​ ແລະ ໄດ້ຮຽກ​ຮ້ອງ​​ໃຫ້ປະ​ຊາ​ຄົມ​ໂລກ​​​ກຳ​ນົດ​ມາດ​ຕະ​ຖານແບ່ງ​ປັນ​ວັກ​ຊິນ​ຢ່າງ​ທ່ຽງ​ທຳ​ໃນ​ທັນ​ທີ​ໂດຍກໍ່​ຫວັງ​ວ່າ​ປະ​ເທດ​ຮັ່ງ​ມີ​ຈະສາ​ມາດ​ໃຫ້ການ​ສະ​ໜັບ​ສະ​ໜູນ​ຫຼາຍກວ່າ​ເກົ່າ​ໃຫ້​ແກ່​ປະ​ເທດ​ທຸກ​ຍາກ​ຫຼາຍກວ່າ​ເກົ່າ.
    ທ່ານ​ເຕ​ໂດຼ​ສ​ກ່າວ​ວ່າ, ໃນ​ປະ​ຫວັດ​ສາດ ບໍ່​ມີ​ວັກ​ຊິນ​ຊະ​ນິດ​ໃດ​ສາ​ມາດ​ຖືກ​ຄົ້ນ​ຄວ້າ​ຜະ​ລິດ​ອອກ​ຢ່າ​ງວ່ອງ​ໄວ​ຄື​ກັບ​ວັກ​ຊິນ​ຕ້ານ​ພະ​ຍາດ​ໂຄວິດ-19ນີ້, ວົງ​ການ​ວິ​ທະ​ຍາ​ສາດ​ທົ່ວ​ໂລກ​ໄດ້​ມີ​ມາດ​ຕະ​ຖານ​ໃໝ່​ໃນໃໝ່​​ໃນ​ການ​ຄົ້ນ​ຄວ້າ​ຜະ​ລິດ​ວັກ​ຊິນ.
    ທ່ານ​ເຕ​ໂດຼ​ສ​​ຍັງ​ກ່າວ​ອີກວ່າ,ໃນ​ກອງ​ປະ​ຊຸມ​ສຸດຍອດ​​ຜູ້​ນຳ G20 ຣີ​ຢັດທີ່​ຫາ​ກໍ່​ອັດ​ລົງ​ນັ້ນ, ຜູ້​ນຳ​ທົ່ວ​ໂລກ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ອີກ​ເທື່ອ​ໜຶ່ງ​​ວ່າຈະ​ຮັບ​ປະ​ກັນ​​ການແບ່ງ​ປັນ​ວັກ​ຊິນ​ຢ່າງ​ທ່ຽງ​ທຳ. ປະ​ຊາ​ຄົມ​ໂລກ​ຄວນ​ກຳ​ນົດ​ມາດ​ຕະ​ຖານ​ເພື່ອ​ແບ່ງ​ປັນ​ວັກ​ຊິນ​ຢ່າງ​ທ່ຽງ​ທຳ​ໃນ​ທັນ​ທີ. ​ມາເຖິງ​ປັດ​ຈຸ​ບັນ​​ນີ້ໄດ້​ມີ 187 ປະ​ເທດ ເຊິ່ງ​ລວມ​ທັງ​ຈີນ​ໄດ້​ເຂົ້າ​ຮ່ວມ “ແຜນ​ດຳ​ເນີນ​ງານ​ວັດ​ຊິນ​ຕ້ານ​ພະ​ຍາດ​ໂຄວິດ-19” ທີ່​ນຳ​​ພາໂດຍ​ສະ​ຫະ​ພັນ​ວັນ​ຊິນ​ແລະ​ພູມ​ຄຸ້ມ​ກັນ​ໂລກ ແລະ ອົງ​ການ WHO, ແຕ່​​ວ່າ​ຈະເຮັດ​ແນວ​ໃດຈິ່ງ​​ຈະ​ສາ​ມາດຮັບ​ປະ​ກັນ​ວັກ​ຊິນ​ສາ​ມາດ​ແປ່ງ​ປັນ​ໃຫ້​​ບັນ​ດາປະ​ເທດ​ທີ່​ພວມ​ພັດ​ທະ​ນາຢ່າງ​ທ່ຽງ​ທຳ​ໄດ້ ​ຍັງ​​ມີ​ສິ່ງ​ທ້າ​ທາຍ​​ຫຼາຍ.

ຄຳ​ເຫັນ

0