吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜົນການ​ຄົ້ນ​ຄວ້າ​ໃໝ່​ສະ​ແດງ​ໃຫ້​ເຫັນວ່າ,ຈີນ​ໃຊ້​ມາດ​ຕະ​ການ​ຕ້ານ​​ກັບພະ​ຍາດ​ໂຄວິດ-19ຢ່າງ​ທັນ​ການ​ຈຶ່ງ​ສາ​ມາດ​ຫຼຸດ​​ຈຳ​ນວນ​ຜູ້​ເປັນ​ພະ​ຍາດ​ໄດ້

2020-11-25 16:36:12 CRI

     ຫວ່າງ​ມໍ່ໆ​ມາ​ນີ້, ວາ​ລະ​​ສານ “The Innovation” ທີ່​ຮ່ວມ​ມື​​ກັນ​ລະ​ຫວ່າງ​ສຳ​ນັກ​ພິມ​ຈຳ​ໜ່າຍ​ Cellpress ​ອາ​ເມ​ຣິ​ກາ ກັບ ສະ​ມາ​ຄົມ​ສົ່ງ​ເສີມການ​ປະ​ດິດ​ສ້າງ​​​ຂອງສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ຈີນ​ໄດ້​ປະ​ກາດ​ຜົນ​ການ​ຄົ້ນ​ຄວ້າ​ໃໝ່​​ທາງ​ອ໋ອນ​ລາຍ ໂດຍ​ສະ​ແດງ​ໃຫ້​ເຫັນວ່າ, ຫຼັງ​ຈາກ​ເກີດ​ມີ​ສະ​ພາບ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19ແລ້ວ ຈີນ​​ໄດ້ໃຊ້​ມາດ​ຕະ​ການ​ປ້ອງ​ກັນ​ ແລະ ຄວບ​ຄຸມ​ໄດ້ຢ່າງ​ວ່ອງ​ໄວ, ​ຈຶ່ງ​ສາ​ມາດ​ຫຼຸດຈຳ​ນວນ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ​ໄດ້ຢ່າງ​ບັງ​ເກີດ​ຜົນ.


     ​ນັກ​ຄົ້ນ​ຄວ້າ​ກ່າວ​ວ່າ, ຫຼັງ​​ຈາກຈີນ​ໃຊ້​ມາດ​ຕະ​ການ​ກ​ຕ້ານກັບ​ພະ​ຍາດ​ໂຄວິດ-19, ປະ​ລິ​ມານ​​ການລະ​ບາຍ​ກາກບອນ​​ດີ​ອົກ​ຊິດຂອງ​ຈີນ​ໄດ້​ຫຼຸດ​ໜ້ອຍ​ລົງ​ຢ່າງ​​ຈະ​ແຈ້ງ​ໃນ​ທ້າຍ​ເດືອນ​ກຸມ​ພາ​ປີ​ນີ້. ນັກ​ຄົ້ນ​ຄວ້າ​​ໄດ້​ປະ​ສານ​ສົມ​ທົບ​ຂໍ້​ມູນ​ການ​ສິ້ນ​ເປືອງ​ພະ​ລັງ​ງານ ກັບ ​ຂໍ້​ມູນ​ຂອງ​ດາວ​ທຽມ​ ເຊິ່ງ​ໄດ້ສະ​ແດງ​ໃຫ້​ເຫັນ​​ເຖິງການ​ປ່ຽນ​ແປງ​ການ​ຜະ​ລິດ​ທາງ​ສັງ​ຄົມ ແລະ​ສາ​ມາດຄາດ​ຄະ​ເນ​ລະ​ດັບ ແລະ ເວ​ລາ​ທີ່​ປະ​ຕິ​ບັດ​ມາດ​ຕະ​ການ​ປ້ອງ​ກັນ​ ແລະ ຄວບ​ຄຸມ​ພະ​ຍາດທີ່​ໄດ້​ສົ່ງ​ຜົນ​ສະ​ທ້ອນ​ແນວ​ໃດ​ຕໍ່​ຈຳ​ນວນ​ຜູ້​ເປັນ​ພະ​ຍາດ​​ເພີ່ມ​ໃໝ່ຕໍ່​ມື້ ແລະ ​ຈຳ​ນວນ​ຜູ້​ເປັນ​ພະ​ຍາດ​ທັງ​ໝົດ.

 

     ຄະ​ນະ​ຄົ້ນ​ຄວ້າ​​ໄດ້ບອກ​ໃຫ້​ຮູ້​ວ່າ, ຜົນ​ການ​ຄົ້ນ​ຄວ້າ​ສະ​ແດງ​ໃຫ້​ເຫັນ​ວ່າ, ມາດ​ຕະ​ການ​ປ້ອງ​ກັນ​ຄວບ​ຄຸ​ມ​ພະ​ຍາດ​ໂຄວິດ-19ຂອງ​ຈີນ​​ເຖິງວ່າ​ໄດ້​ສ້າງ​ຜົນ​ເສຍ​ຫາຍ​​ຕໍ່​ເສດ​ຖະ​ກິດ ​ແຕ່​ກໍ່​ສາ​ມາດ​ສະ​ກັດ​ກັ້ນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ໃນ​ຂອບ​ເຂດກວ້າງ​ຂວາງ ແລະ ​ໄດ້​ຮັບປະ​ສິດ​ທິ​ຜົນ​ທາງດ້ານ​ສາ​ທາ​ລະ​ນະ​ສຸກ ສັງ​ຄົມ​ຢ່າງ​​ພົ້ນ​ເດັ່ນ. ການ​ຄົ້ນ​ຄວ້າ​ດັ່ງ​ກ່າວ​​ເປັນ​ການ​ຊ່ວຍ​ສະ​ໜັບ​ສະ​ໜູນ​ດ້ານ​ເຕັກ​ນິກ​ເພື່ອ​ໃຊ້​ມາດ​ຕະ​ການ​ຕິດ​ຕາມ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19 ແລະ ສ້າງ​ພື້ນ​ຖານ​ໃຫ້​ແກ່​ການ​ປະ​ເມີນ​ມາດ​ຕະ​ການ​ປ້ອງ​ກັນ ແລະ ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19ຂອງ​ທົ່ວ​ໂລກ.

ຄຳ​ເຫັນ

0