吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິ​ງສົ່ງ​ສານ​ສະ​ແດງ​ຄວາມ​ຊົມ​ເຊີຍ​ເຖິງ​ທ່ານ​ໂຈ ​ໄບ​ເດັນ​ທີ່ໄດ້​ຮັບ​ເລືອກ​ຕັ້ງ​​ເປັນ​ປະທານາທິບໍດີອາເມຣິກາ

2020-11-26 14:31:16 cri

ວັນ​ທີ 25 ພະຈິກ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ສານ​ຊົມ​ເຊີຍ​ເຖິງ​ທ່ານ​ໂຈ ​ໄບ​ເດັນ ເພື່ອສະແດງຄວາມຊົມເຊີຍທີ່ທ່ານໄດ້ຮັບເລືອກຕັ້ງ​ໃຫ້ເປັນປະທານາທິບໍດີອາເມຣິກາຊຸດໃໝ່.

​ໃນ​ສານ​ຊົ​ມ​ເຊີຍ​ຂອງທ່ານສີຈິ້ນຜິງ​ໄດ້ລະບຸ​ວ່າ: ການຊຸກຍູ້ການພັດທະນາສາຍພົວພັນຈີນ-ອາເມຣິກາຢ່າງໝັ້ນຄົງ​ປອດ​ໄສນັ້ນບໍ່ພຽງແຕ່ສອດຄ່ອງກັບຜົນປະໂຫຍດພື້ນຖານຂອງປະຊາຊົນສອງຊາດເທົ່ານັ້ນ, ຍັງເປັນຄວາມມຸ່ງຫວັງຮ່ວມກັນຂອງປະຊາຄົມໂລກອີກດ້ວຍ. ຫວັງວ່າສອງປະ​ເທດ​ຈະ​ຍຶດໝັ້ນ​ຫຼັກການ​ທີ່​ບໍ່​ເປັນ​ປໍ​ລະ​ປັກ​ກັນ, ເຄົາລົບເຊິ່ງກັນ ແລະກັນ ແລະຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ສຸມໃສ່ການຮ່ວມມື, ຄວບຄຸມຄວາມຂັດແຍ້ງ, ຊຸກຍູ້ສາຍພົວພັນຈີນ-ອາເມຣິກາ​ໃຫ້ພັດທະນາ​ກ້າວ​ໄປໜ້າ​ຢ່າງ​ໝັ້ນ​ຄົງປອດ​ໄສ, ຮ່ວມ​ກັນ​ກັບ​ບັນດາ​ປະ​ເທດ ​ແລະ​ປະຊາ​ຄົມ​ໂລກ​ຊຸກຍູ້​ພາລະກິດ​ອັນ​ຍິ່ງ​ໃຫຍ່​ທີ່​ໃຫ້​ໂລກ​ມີ​ສັນຕິພາບ ​ແລະ​ການ​ພັດທະນາ​.

​ໃນ​ມື້​ດຽວ​ກັນ, ທ່ານ​ວາງ​ຊີ​ຊ່ານ ຮອງ​ປະທານ​ປະ​ເທດ​ຈີນ​ກໍໄດ້​ສົ່ງສານ​ເຖິງ​ທ່ານ​ນາງ​ກາມາ​ລາ ​ແຮຣີສ ​ເພື່ອ​ສະ​ແດງ​ຄວາມ​ຊົມ​ເຊີຍ​ໃນ​ໂອກາດ​ທີ່​ທ່ານ​ໄດ້​ຮັບ​ເລືອກ​ຕັ້ງ​​ເປັນ​ຮອງ​ປະທານາທິບໍດີ​ອາ​ເມຣິກາ​ເຊັ່ນ​ກັນ.

ຄຳ​ເຫັນ

0