覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເລ​ຂາ​ທິ​ການ​ໃຫຍ່​ITUຊົມ​ເຊີຍຈີນ​ທີ່​ສົ່ງ​ຍານ​ສຳຫຼວດດວງ​ຈັນ “ສາງ​ເອີ 5”ຂຶ້ນ​ສູ່​​ວົງ​ໂຄ​ຈອນ​ຢ່າງ​ສຳ​ເລັດ​ຜົນ

2020-11-26 12:01:07 cri

ວັນ​ທີ 24 ພະ​ຈິກ​ນີ້, ຈີນ​ໄດ້​ສົ່ງ​ຍານ​ສຳຫຼວດດວງ​ຈັນ “ສາງ​ເອີ 5”ຂຶ້ນ​ສູ່​ວົງ​ໂຄ​ຈອນຢ່າງ​ສຳ​ເລັດ​ຜົນ, ​ເຊິ່ງ​ເປັນ​ການ​ເລີ່ມ​ພາ​ລະ​ກິດນຳ​ເອົາ​ຕົວ​ຢ່າງ​​ຂອງຕ່າງ​ດາວ​ກັບ​ຄືນ​ສູ່​ໜ່ວຍ​ໂລກ​ເປັນ​ຄັ້ງ​ທຳ​ອິດ​ຂອງ​ຈີນ. ​ທ່ານ​ຈ້າວ​ໂຮ້​ລິນ ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ພາບ​ໂທ​ລະ​ຄົມ​ມະ​ນາ​ຄົມ​ສາ​ກົນຫຼື ITU ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວ່າ: ຕົນ​​ໄດ້ເອົາ​ໃຈ​ໃສ່​ທີ່​ສຸດ​ທັງ​ໄດ້​ຕິດ​ຕາມ​ການ​ຖ່າຍ​ທອດ​ສົດ​ຂອງ​ຕະຫຼອດ​ຂະ​ບວນ​​ການ​ສົ່ງ​ຍານອະ​ວະ​ກາດ​ຂຶ້ນ​ສູ່​ວົງ​ໂຄ​ຈອນ​ຄັ້ງ​ນີ້  ແລະ​ຂໍ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຜົນ​ສຳ​ເລັດ​ດັ່ງ​ກ່າວ.
 

    ​ການ​ສົ່ງ​ຍານ​ “ສາງ​ເອີ 5”ຄັ້ງ​ນີ້​ເປັນ​ບາດ​ກ້າວ​ສຸດ​ທ້າຍ​ໃນ ການ​ປະ​ຕິ​ບັດ​ໜ້າທີ່​ຕາມ​ໂຄງ​ການ​ສຳຫຼວດດວງ​ຈັນ​ຂອງ​ຈີນ​ທີ່​ປະ​ກອບ​ດ້ວຍ 3 ບາດ​ກ້າວ​ຄື ສົ່ງ​ຍານ​ສຳຫຼວດ​ໂຄ​ຈອນ​ອ້ອມດວງ​ຈັນ, ຍານ​ສຳຫຼວດ​ລົງ​ຈອດ​ຢູ່​ພື້ນ​ຜິວດວງ​ຈັນ ແລະນຳ​ເອົາ​ຕົວ​ຢ່າງ​​ຂອງ​ດວງ​ຈັນ​ກັບ​ຄືນ​ສູ່​ໜ່ວຍ​ໂລກ, ເຊິ່ງ​ຄາດ​ວ່າ​ຈະ​ສາ​ມາດ​ບັນ​ລຸໜ້າ​ທີ່​ເປົ້າ​ໝາຍຫຼາຍ​ຢ່າງ​ເປັນ “ຄັ້ງ​ທຳ​ອິດ” ​ໃນ​ປະ​ຫວັດ​ສາດ  ​ການ​ບິນ​ອະ​ວະ​ກາດ​ຂອງ​ຈີນ. ທ່ານ​ຈ້າວ​ໂຮ້​ລິນ​ຊີ້​ໃຫ້​ເຫັນ​ວ່າ:  ຂອດ​ຕ່າງໆ​ໃນ​ການ​ປະ​ຕິ​ບັດ​ໂຄງ​ການ​ສຳຫຼວດດວງ​ຈັນ​ລ້ວນ​ແຕ່​ຕ້ອງ​ການ​ເຕັກ​ນິກ​ສູງ​ທີ່​ສຸດ​ແລະ​ມີ​ຄວາມ​ໝາຍ​ສຳ​ຄັນ​, ໃນ​ນັ້ນ ຂໍ​ກົນ​ແຈ​ສຳ​ຄັນ​ທີ່​ສຸດ​ຄື ການ​ນຳ​ເອົາ​ຕົວ​ຢ່າງ​ຂອງດວງ​ຈັນ​ກັບ​ຄືນ​ສູ່​ໜ່ວຍ​ໂລກ  ເຊິ່ງ​ຈະ​ສ້າງ​ພື້ນ​ຖານ​ໃຫ້​ແກ່​ນັກ​ບິນ​ອະ​ວະ​ກາດ​​ຈີນ​ປະ​ຕິ​ບັດ​ໜ້າ​ທີ່ສຳຫຼວດດວງ​ຈັນ​ໃນ​ອະ​ນາ​ຄົດ.
 

 ທ່ານ​ຈ້າວ​ໂຮ້​ລິນ​ຍັງ​ໄດ້​ຍ້ອງ​ຍໍ​ຊົມ​ເຊີຍ​ຢ່າງ​ສູງ​ຕໍ່​ຄວາມ​ພະ​ຍາ​ຍາມ​ຂອງ​ຈີນ​ໃນ​ການ​ຮ່ວມ​ມື​ກັບ​ສາ​ກົນ​ໃນ​ຂົງ​ເຂດ​ການ​ບິນ​ແລະ​ການ​ບິນ​ອະ​ວະ​ກາດ. ອົງ​ການ ITU ໃນ​ຖາ​ນະ​ເປັນ​ອົງ​ການ​ສະ​ເພາະ​ຄຸ້ມ​ຄອງ​ວຽກ​ງານ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ແລະ​ການ​ສື່​ສານ,ກໍ​ຈະ​ຮ່ວມ​ມື​ກັບ​ຈີນ​ໃນ​ຂົງ​ເຂດ​ທີ່​ກ່ຽວ​ຂ້ອງ​ຢ່າງ​ໃກ້​ຊິດ​ຄື​ທີ່​ໄດ້​ປະ​ຕິ​ບັດ​ຜ່ານ​ມາ.

ຄຳ​ເຫັນ

0