吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສີ​ແສງ​ແຫ່ງ​ຍຸກ: ທ່ານ​ສີຈິ້ນນິ​ຜິງ​ກ່າວ​ເປັນ​ຄັ້ງ​ທຳ​ອິດ​ວ່າ ຈີນ​ຈະ​ຕັ້ງ​ໜ້າ​ພິ​ຈາ​ລະ​ນາ​ກ່ຽວ​ກັບ​ການ​ເຂົ້າ​ຮ່ວມ​ສັນ​ຍາ CPTPP

2020-11-26 17:08:42 cri

 

ສີ​ແສງ​ແຫ່ງ​ຍຸກ: ທ່ານ​ສີຈິ້ນນິ​ຜິງ​ກ່າວ​ເປັນ​ຄັ້ງ​ທຳ​ອິດ​ວ່າ ຈີນ​ຈະ​ຕັ້ງ​ໜ້າ​ພິ​ຈາ​ລະ​ນາ​ກ່ຽວ​ກັບ​ການ​ເຂົ້າ​ຮ່ວມ​ສັນ​ຍາ CPTPP
 

ຕອນ​ຄ່ຳ​ວັນ​ທີ 20 ພະ​ຈິກ2020, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ຜູ້​ນຳ​ອົງ​ການຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ​ປາ​ຊີ​ຟິກຫຼື APEC ​ຜ່ານ​ທາງວິ​ດີ​ໂອ ທັງ​ກ່າວ​ຄຳ​ປາ​ໄສ​ທີ່​ສຳ​ຄັນ. ໃນ​ບົດ​ປາ​ໄສ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ສົ່ງ​ສັນ​ຍານ​ສຳ​ຄັນ​ອັນ​ໜຶ່ງ​ທີ່​ພາ​ໃຫ້​ຊາວ​ໂລກ​ໃຫ້​ຄວາມ​ສົນ​ໃຈ​ຄື: ຈີນ​ຈະ​ຕັ້ງ​ໜ້າ​ພິ​ຈາ​ລະ​ນາ​ກ່ຽວ​ກັບ​ການ​ເຂົ້າ​ຮ່ວມ​ສັນ​ຍາ​ການ​ພົວ​ພັນ​ຄູ່​ຮ່ວມ​ຂ້າມ​ປາ​ຊີ​ຟິກ​ທີ່​ກ້າວ​ໜ້າ​ແລະ​ຮອບ​ດ້ານ

 

ຄຳ​ວ່າ “​ຕັ້ງ​ໜ້າ​ພິ​ຈາ​ລະ​ນາເຂົ້າ​ຮ່ວມ” ແມ່ນ​ມີ​ຄວາມ​ສຳ​ຄັນຫຼາຍສົມ​ຄວນ. ຖື​ວ່າ ​ ເປັນ​ເທື່ອ​ທຳ​ອິດ​ທີ່​ທ່ານ​ສີ​ຈິ້ນ​ຜິງ​​ໃຫ້​ທັດ​ທະ​ນະ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ສັນ​ຍາ​ດັ່ງ​ກ່າວ​ໃນ​ໂອ​ກາດກອງ​ປະ​ຊຸມ​ລະ​ດັບ​ສາ​ກົນ.

 

ກ່ອນ​ອື່ນ​ໝົດ, ພວກ​ເຮົາ​ມາ​ຮັບ​ຮູ້​ນຳ​ກັນ​ວ່າ ສັນ​ຍາ​ສະ​ບັບ​ນີ້​ແມ່ນ​ຫຍັງ?

 

​ສັນ​ຍາ​ການ​ພົວ​ພັນ​ຄູ່​ຮ່ວມ​ຂ້າມ​ປາ​ຊີ​ຟິກ​ທີ່​ກ້າວ​ໜ້າ​ແລະ​ຮອບ​ດ້ານ ຫຼື CPTPP ໄດ້​ເກີດ​ມີ​ຜົນ​ສັກ​ສິດ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 30 ທັນ​ວາ​ປີ 2018. ​ມີ11 ປະ​ເທດ​​ໄດ້​ລົງ​ນາມ​ໃນ​ສັນ​ຍາ​ສະ​ບັບ​ນີ້ ຄື ຍີ່​ປຸ່ນ, ກາ​ນາ​ດາ,ອົ​ສຕ​ຣາ​ລີ, ຈີ​ເລ,ນີວ​ຊີ​ແລນ,ສິງ​ກະ​ໂປ, ບ​ຣູ​ໄນ, ມາ​ເລ​ເຊຍ,ຫວຽດ​ນາມ, ແມັກ​ຊິກ​ແລະ​ເປ​ຣູ, ເຊິ່ງ​ໄດ້​ປົກ​ຄຸມ​ປະ​ຊາ​ກອນ​ທັງ​ໝົດ 498 ລ້ານ​ຄົນ, ​ມີGDP ​ລວມ​ກັນ​ກວມ 13%ຂອງ ​ໂລກ.
 

ສີ​ແສງ​ແຫ່ງ​ຍຸກ: ທ່ານ​ສີຈິ້ນນິ​ຜິງ​ກ່າວ​ເປັນ​ຄັ້ງ​ທຳ​ອິດ​ວ່າ ຈີນ​ຈະ​ຕັ້ງ​ໜ້າ​ພິ​ຈາ​ລະ​ນາ​ກ່ຽວ​ກັບ​ການ​ເຂົ້າ​ຮ່ວມ​ສັນ​ຍາ CPTPP

ຕອນ​ຄ່ຳ​ວັນ​ທີ 20 ພະ​ຈິກ2020, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ຜູ້​ນຳ​ອົງ​ການຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ​ປາ​ຊີ​ຟິກຫຼື APEC ​ຜ່ານ​ທາງວິ​ດີ​ໂອ ທັງ​ກ່າວ​ຄຳ​ປາ​ໄສ​ທີ່​ສຳ​ຄັນ.
 

ອີງ​ຕາມ​ສັນ​ຍາ​ສະ​ບັບ​ນີ້, ປະ​ເທດ​ຜູ້​ເຊັນ​ສັນ​ຍາ​ຈະ​ຍົກ​ເລີກຫຼືຫຼຸດ​ພາ​ສີ​ຜະ​ລິດ​ຕະ​ພັນ​ອຸດ​ສາ​ຫະ​ກຳ​ແລະ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​, ໃຊ້​ມາດ​ຕະ​ການ​ທີ່​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ຄ້າ​ແລະ​ການ​ລົງ​ທຶນ. ນອກ​ນີ້, ບັນ​ດາ​ປະ​ເທດ​ຍັງ​ຈະ​ຮ່ວມ​ມື​ກັນ​ໃນ​ການຫຼຸດຄ່າ​​ບໍ​ລິ​ການ​ມື​ຖື​ຂ້າມ​ຊາດ, ຍົກ​ເລີກ​​ການ​ຈຳ​ກັດ​ການ​ແລກ​ປ່ຽນ​ຂໍ້​ມູນ​ຂ້າມ​ຊາດ, ຮ່ວມ​ກັນ​ສ້າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຕ້ານ​ການ​ສໍ້​ໂກງ​ທາງ​ທຸ​ລະ​ກິ​ດ​ອ໋ອນ​ລາຍແລະ​ອື່ນໆ.

 

ແຕ່​ໃດ​ໆມາ, ຈີນ​ກໍ​ເປັນ​ຜູ້​ສະ​ໜັບ​ສະ​ໜູນ​ການ​ຫັນ​ການ​ຄ້າ​ແລະ​ການ​ລົງ​ທຶນ​ໃຫ້​ເປັນ​ ເສ​ລີ​ແລະ​ສະ​ດວກ ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ ທັງ​ເປັນ​ຝ່າຍ​ສຳ​ຄັນ​ທີ່​ມີ​ສ່ວນ​ຮ່ວມ​ໃນ​ການ​ຮ່ວມ​ມື​​ກໍ​ຄື​ການ​ເຊື່ອມ​ໂຍງ​ເຂົ້າກັນ​ດ້ານ​ເສດ​ຖະ​ກິດຂອງ​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ. ໃນ​ກອງ​ປະ​ຊຸມ​ຄັ້ງ​ນັ້ນ​, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຢືນ​ຢັນ​ວ່າ ຈີນ​ຈະ​ຕັ້ງ​ໜ້າ​ພິ​ຈາ​ລະ​ນາ​ກ່ຽວ​ກັບ​ການ​ເຂົ້າ​ຮ່ວມ​ສັນ​ຍາ CPTPP ເຊິ່ງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຈຸດ​ຢືນ​​​ທີ່ຈີນ​ຍຶດ​ໝັ້ນ​ມາ​ໂດຍ​ຕະຫຼອດ​ໃນ​ການ​ເດັດ​ດ່ຽວປົກ​ປ້ອງ​ລັດ​ທິ​ຫຼາຍ​ຝ່າຍ​ແລະ​ສ້າງ​ເສດ​ຖະ​ກິດ​ໂລກ​ແບບ​ເປີດກວ້າງ.

 

ຄັນ​ຊັ້ນ, ການ​ເຂົ້າ​ຮ່ວມ​ສັນ​ຍາ CPTPP ຈະ​ມີ​ຄວາມ​ໝາຍ​ຫຍັງ​ແດ່​ສຳ​ລັບ​ປະ​ເທດ​ຈີນ?

 

ພວກ​ເຮົາ​ມາ​ສັງ​ເກດ​ເບິ່ງ​ສັນ​ຍ​າ​ການ​ຄ້າ​ເສ​ລີ​ສະ​ບັບ​ໜຶ່ງ​ທີ່​ມັກ​ຈະ​ຖືກ​ຍົກ​ເອົາ​ມາ​ສົມ​ທຽບ​ກັນ​ຄື ສັນ​ຍາການ​ພົວ​ພັນ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ​ໃນ​ພາກ​ພື້ນຫຼື RCEP ແລ້ວ, ກໍ​ອາດ​ຈະ​ຊອກ​ໄດ້​ຄຳ​ຕອບ​ຈຳ​ນວນ​ໜຶ່ງ.

 

ຫວ່າງ​ກ່ອນ​ນີ້​ບໍ່​ດົນ ຄື​ວັນ​ທີ 15 ພະ​ຈິກ 2020, ໄປ​ຄຽງ​ຄູ່​ກັບ 15 ປະ​ເທ​ດ​ສະ​ມາ​ຊິກ​ເຊິ່ງ​ລວມ​ທັງ​ຈີນ ໄດ້​ລົງ​ນາມ​ໃນ​ສັນ​ຍາ RCEP ຢ່າງ​ເປັນ​ທາງ​ການ, ເຂດ​ການ​ຄ້າ​ເສ​ລີ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ໂລກ​ກໍ​ໄດ້​ປະ​ກາດ​ສ້າງ​ຕັ້ງ​ຂຶ້ນ. ປະ​ເທດ​ສະ​ມາ​ຊິກ​ຂອງ​ສັນ​ຍາ​ສະ​ບັບ​ນີ້​ປະ​ກອບ​ມີ 10 ປະ​ເທດ​ອາ​ຊຽນ, ຈີນ, ຍີ່​ປຸ່ນ, ສ ເກົາຫຼີ, ອົ​ສ​ຕ​ຣາ​ລີແລະນີວ​ຊີ​ແລນ, ເຊິ່ງ​ມີ​ປະ​ຊາ​ກອນ​ທັງ​ໝົດ 2 ຕື້ 270 ລ້ານ​ຄົນ, ​ມີGDP ​​ລວມ​ກັນ​ເຖິງ 26.000 ຕື້​ໂດ​ລາ​ສະ​ຫະ​ລັດ, ຍອດ​ມູນ​ຄ່າ​ການ​ສົ່ງ​ອອກ​ມີ​ເຖິງ 5200 ຕື້​ໂດ​ລາ​ສະ​ຫະ​ລັດ, ກວມ​ປະ​ມານ 30%ຂອງໂລກ.

 

​ຈາກ​ນີ້ຈຶ່ງເຫັນ​ໄດ້​​ຢ່າງ​ຈະ​ແຈ້ງ​​ວ່າ: ​ປະ​ເທດ​ສະ​ມາ​ຊິກ​ຂອງCPTPP ແລະ RCEP ​ມີ​ຈຳ​ນວນ​ໜຶ່ງ​ແມ່ນ​ປ​ະ​ເທດ​ດຽວ​ກັນ. ຄື: ຍີ່​ປຸ່ນ, ອົ​ສ​ຕ​ຣາ​ລີ, ນີວ​ຊີ​ແລນ, ກໍ​ຄື​ປະ​ເທດ​ອາ​ຊຽນ​ເຊັ່ນ ບ​ຣູ​ໄນ, ສິງ​ກະ​ໂປ, ມາ​ເລ​ເຊຍ, ຫວຽດ​ນາມ ​ທີ່ນອນຢູ່​ໃນ​ບັນ​ຊີ​ລາຍ​ຊື່​ປະ​ເທ​ດ​ສະ​ມາ​ຊິກ​ຂອງ​ສັນ​ຍາ​​ທັງສອງ​ສະ​ບັບ​ນີ້. ພາຍຫຼັງ RCEP ໄດ້​ຮັບ​ການ​ລົງ​ນາມ​ແລ້ວ, ​ຈີນ​ໃນ​ຖາ​ນະ​ເປັນ​ກຸ່ມ​ເສດ​ຖະ​ກິດ​ໃຫຍ່​ອັນ​ດັບ​ສອງ​ຂອງ​ໂລກ​ຈະ​ເຂົ້າ​ຮ່ວມ​ສັນ​ຍາ CPTPP ຫຼື​ບໍ່ ຈິ່ງ​ໄດ້​ຮັບ​ຄ​ວາມ​ສົ​ນ​ໃຈ​ຈາກ​ປະ​ຊາ​ຄົມ​ໂລກ.

 

ປະ​ເທດ​ສະ​ມາ​ຊິກ​ຂອງ RCEP ​ຕົ້ນ​ຕໍ​ແມ່ນ​ຢູ່​ອາ​ຊີ​ຕາ​ເວັນ​ອອກ, ສ່ວນ​ປະ​ເທ​ດ​ສະ​ມາ​ຊິກ​ຂອງ CPTPP ຍັງ​ລວມ​ທັງ​ປະ​ເທດ​​ໃນທະ​ວີບ​ອາ​ເມ​ຣິ​ກາ​ເຊັ່ນ ກາ​ນາ​ດາ​ແລະ​ຈີ​ເລ ເປັນ​ຕົ້ນ. ພາຍຫຼັງ CPTPP ເກີດ​ມີ​ຜົນ​ສັກ​ສິດ​ແລ້ວ, ໂກ​ລົມ​ບີ, ອິນ​ໂດ​ເນ​ເຊຍ,ສ ເກົາຫຼີ, ອັງ​ກິດ, ໄທ​ແລະ​ປະ​ເທດ​ອື່ນໆ​ກໍ​ໄດ້​ຢືນ​ຢັນ​ຕາມໆ​ກັນ​ວ່າ​ຫວັງ​ຢາກ​ເຂົ້າ​ເປັນ​ສະ​ມາ​ຊິກ​ຂອງ​ສັນ​ຍາ​ດັ່ງ​ກ່າວ. ດຽວ​ນີ້, ປະ​ມຸກ​ລັດ​ຈີນ​ກໍ​ໄດ້​ສະ​ແດງ​ທ່າ​ທີ​ຢ່າງ​ຕັ້ງ​ໜ້າ ເຊິ່ງ​ເປັນ​ຂ່າວ​ດີ​​ຂ່າວ​ໃຫຍ່​ຂ່າວ​ໜຶ່ງ​ສຳ​ລັບ​ການ​ພັດ​ທະ​ນາ​ຂອງ CPTPP ໂດຍ​ບໍ່​ຕ້ອງ​ສົງ​ໄສ ແລະ​ເຮັດ​ໃຫ້ສັນ​ຍາ​ນີ້​ມີ​ອະ​ນາ​ຄົດ​ທີ່​ສົດ​ໃສ​ກວ່າ​ເກົ່າ.

 

ປີ2019, GDP ຂອງ​ຈີນ​ໄດ້​ກວມ 16% ຂອງ​ເສດ​ຖະ​ກິດ​ໂລກ. ເມື່ອ​ມີ​ຈີນ​ເຂົ້າ​ຮ່ວມ CPTPP ແລ້ວ, ອັດ​ຕາ​ສ່ວນດ້ານເສດ​ຖະ​ກິດ​ຂອງ CPTPP ​ຈະ​ເພີ່ມ​ຂຶ້ນ​ຈາກ13% ໃນ​ປັດ​ຈຸ​ບັນ​ເປັນເກືອບ30%​ຂອງ GDP​ໂລກ, ຈະ​ພາ​ໃຫ້​ກຸ່ມ​ເສດ​ຖະ​ກິດ​ນີ້​ມີ​ຊີ​ວິດ​ຊີ​ວາ​ເພີ່ມ​ຂຶ້ນ​ຢ່າງຫຼວງຫຼາຍ, ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ​ແລະ​ຕ່ອງ​ໂສ້​ການ​ສະ​ໜອງ​ກໍ​ຈະ​ມີ​ຄວາມເຂັ້ມ​ແຂງ​ແລະ​ຄວາມ​ຄົບ​ຖ້ວນ​ທີ່​ແຕກ​ຕ່າງ​ກັນ​ກັບ​ປັດ​ຈຸ​ບັນ.
 

ສີ​ແສງ​ແຫ່ງ​ຍຸກ: ທ່ານ​ສີຈິ້ນນິ​ຜິງ​ກ່າວ​ເປັນ​ຄັ້ງ​ທຳ​ອິດ​ວ່າ ຈີນ​ຈະ​ຕັ້ງ​ໜ້າ​ພິ​ຈາ​ລະ​ນາ​ກ່ຽວ​ກັບ​ການ​ເຂົ້າ​ຮ່ວມ​ສັນ​ຍາ CPTPP
 

ຕອນ​ຄ່ຳ​ວັນ​ທີ 20 ພະ​ຈິກ2020, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ຜູ້​ນຳ​ອົງ​ການຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ​ປາ​ຊີ​ຟິກຫຼື APEC ​ຜ່ານ​ທາງວິ​ດີ​ໂອ ທັງ​ກ່າວ​ຄຳ​ປາ​ໄສ​ທີ່​ສຳ​ຄັນ.

 

ການ​ຄ້າ​ທີ່​ເສຍ​ພາ​ສີ​ໜ້ອຍກວ່າ​ເກົ່າ, ມີ​ຄວາມ​ສະດວກ​ຫຼາຍກວ່າ​ເກົ່າ ເປັນ​ຈຸດ​ພິ​ເສດ​ຮ່ວມ​ຂອງ​ສັນ​ຍາ​ການ​ຄ້າ​ເສ​ລີ​ທັງ​ໝົດ. ພາຍຫຼັງລົງ​ນາມ​ໃນ RCEP​ແລ້ວ, ຈຳ​ນວນ​ສັນ​ຍາ​ການ​ຄ້າ​ເສ​ລີ​ທີ່​ຈີນ​​ໄດ້ເຊັນ​ກັບ​ຕ່າງ​ປະ​ເທດ​ກໍ​ໄດ້​ບັນ​ລຸ​ເຖິງ 19 ສະ​ບັບ. ​ສະ​ນັ້ນ​ຈຶ່ງສາ​ມາດ​ຄາດ​ຄະ​ເນ​ໄດ້​ຢ່າງ​ງ່າຍ​ວ່າ: ການ​ທີ່​ຕັ້ງ​ໜ້າ​ພິ​ຈາ​ລະ​ນາ​ເຂົ້າ​ຮ່ວມ CPTPP ຈະ​ມີ​ຜົນ​ດີ​ຕໍ່​ຈີນ​ໃນ​ການ​ເປີດກວ້າງ​ຊ່ອ​ງ​ທາງ​ຕະຫຼາດ​ການ​ສົ່ງ​ອອກ, ປັບ​ປຸງ​ແຜນ​ແມ່​ບົດ​ດ້ານການ​ຄ້າ​ແລະ​ການ​ລົງ​ທຶນ​ທີ່​ມີ​​ຕໍ່​ພາຍນອກ​ໃຫ້​ດີ​ຂຶ້ນ​ຕື່ມ​ອີກ.

 

ໃນ​ຂະ​ນະ​ດຽວ​ກັນ, ເນື່ອງ​ຈາກວ່າ​ການ​ເຂົ້າ​ຮ່ວມ CPTPP ຮຽກ​ຮ້ອງ​ໃຫ້​ມີ​ເງືື່ອນ​ໄຂອ່​າວ​ສູງ​ໃນ​ດ້ານ​ລະ​ບຽບ​ການ, ​ໃນ​ຂະ​ບວນ​ການ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈ​າ​ທີ່​ກ່ຽວ​ຂ້ອງ​ນັ້ນ, ຈີນ​ກໍ​ຈະ​ຊຸກ​ຍູ້​ໃຫ້​ປະ​ເທດ​ຕົນ​ເປີດ​ປະ​ຕູ​ສູ່​ພາຍນອກ​ຈາກ​ດ້ານ​ລະ​ບຽບ​ການ​ຢ່າງ​ເລິກ​ເຊິ່ງກວ່າ​ເກົ່າ ແລະ​ກ້າວ​ໄປ​ໜ້າ​ຕື່ມ​ອີກ​ບາດ​ກ້າວ​ໜຶ່ງ​ໃນ​ການ​ບັນ​ລຸ​ເປົ້າ​ໝາຍ​ການ​ສ້າງ​ເຄືອ​ຂ່າຍ​ເຂດ​ການ​ຄ້າ​ເສ​ລີ​ທີ່​ມີມາດ​ຕະ​ຖານ​ສູງ​ທີ່​ມຸ້ງ​ໜ້າ​ສູ່​ໂລກ ເຊິ່ງ​ໄດ້​ລະ​ບຸ​ໄວ້​ໃນ “ຂໍ້​ສະ​ເໜີ​ຂອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ວ່າ​ດ້ວຍ​ການ​​ກຳ​ນົດ​ແຜນ​ພັ​ດ​ທະ​ນາ​ເສດ​ຖ​ະ​ກິດ​ສັງ​ຄົມ​ແຫ່ງ​ຊາດ5ປີ​ຄັ້ງ​ທີ14ແລະ​ເປົ້າ​ໝາຍ​ໄລ​ຍະ​ຍາວ​ຮອດ​ປີ2035.

 

ປັດ​ຈຸ​ບັນ, ອາ​ຊີ​ປາ​ຊີ​ຟິກ​ກໍ​ຄື​ທົ່ວ​ໂລກ​ກຳ​ລັງ​ປະ​ສົບ​ກັບ​ການ​ປ່ຽນ​ແປງ​ຢ່າງ​ເລິກ​ເຊິ່ງ, ​ການ​ແຜ່​ລະ​ບາດ​ຂອ​ງ​ພະ​ຍາດ​ໂຄວິດ-19​ເກີດ​ຂຶ້ນ​ນັ້ນ​ໄດ້​ເຮັດ​ໃຫ້​ທ່າ​ອ່ຽງ​ນີ້​ເລັ່ງ​ໄວ​ຂຶ້ນ. ພາຍ​ໃຕ້​ສະ​ພາບ​ການ​ທີ່​ເສດ​ຖະ​ກິດ​ໂລກ​ຊຸດ​ໂຊມ​ລົງ, ເສດ​ຖະ​ກິດ​ໂລ​ກາ​ພິ​ວັດ​ປະ​ສົບ​ກະ​ແສ​ລົມ​ສວນ​ທາງ, ​ອາ​ຊີ​ປາ​ຊີ​ຟິກ​ໃນ​ຖາ​ນະ​ເປັນ​ພາກ​ພື້ນ​ທີ່​ເສດ​ຖະ​ກິດ​ເຕີບ​ໂຕ​ແຂງ​ແຮງກວ່າ​ໝູ່​ແລະ​ມີ​ຊີ​ວິດ​ຊີ​ວາຫຼາຍກວ່າ​ໝູ່​​ໃນ​ດ້ານ​ເສດ​ຖະ​ກິດ​​ຂອງໂລກ ​ກໍ​ຈະມີ​ຖາ​ນະ​ບົດ​ບາດ​ນັບ​ມື້​ນັບ​ສຳ​ຄັນຫຼາຍ​ຂຶ້ນ.

 

ອົງ​ການກອງ​ທຶນ​ເງິນ​ຕາ​ສາ​ກົນຫຼືIMF ໄດ້​ຄາດ​ຄະ​ເນ​ວ່າ ປີ​ນີ້, ເສດ​ຖະ​ກິດ​ໂລກ​ຈະ​ຕົກ​ຕ່ຳ​ລົງ 4,4%, ສ່ວນ​ຈີນ​ມີ​ຫວັງ​ຈະ​ກາຍ​ເປັນ​ກຸ່ມ​ເສດ​ຖະ​ກິດ​ສຳ​ຄັນ​ທີ່​ບັນ​ລຸ​ເປົ້າ​ໝາຍ​ການ​ເຕີບ​ໂຕ​ເປັນ​ຕົວ​ເລກບວກ​ພຽງ​ແຫ່ງ​ດຽວ​ຂອງ​ໂລກ. ສາ​ມາດ​ຄາດ​ຄະ​ເນ​ໄດ້​ວ່າ: ຖ້າ​ຫາກ​ຈີນ​ໄດ້​ເຂົ້າ​ຮ່ວມ CPTPP ແລ້ວ, ບໍ່​ພຽງ​ແຕ່​ຈະ​ສ້າງ​ຊ່ອງ​ທາງ​ໃໝ່​ໃຫ້​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ການ​ຄ້າ​ຂອງ​ປະ​ເທດ​ຕົນ​ເທົ່າ​ນັ້ນ, ຍັງ​ຈະ​ເພີ່ມ​ກຳ​ລັງ​ຂັບ​ເຄືື່ອນ​ອັນ​ແຂງ​ແຮງ​ໃຫ້​ແກ່​ການ​ສ້າງ​ເຂດ​ການ​ຄ້າ​ເສ​ລີ​ອາ​ຊີ​ປາ​ຊີ​ຟິກ​ໃຫ້​ສຳ​ເລັດ​ໂດຍ​ໄວ​ແລະ​ຊຸກ​ຍູ້​ໃຫ້ເສດ​ຖະ​ກິດ​ໂລກ​ສາ​ມາດ​ຟື້ນ​ຟູ​ຄືນ​ໄດ້.

 

“ຈີນ​ຍິນ​ດີ​ຮ່ວມ​ກັບ​ບັນ​ດາ​ຝ່າຍ​​ຢູ່ອາ​ຊີ​ປາ​ຊີ​ຟິກ​ເພື່ອ​ຮ່ວມ​ກັນ​ປະ​ດິດ​ສ້າງ​ແລະ​ຮ່ວມ​ກັນ​ຊົມ​ໃຊ້​ອະ​ນາ​ຄົດ​ທີ່​ດີ​ງາມ​ຂອງ​ອາ​ຊີ​ປາ​ຊີ​ຟິກ​ທີ່​ມີ​ສັນ​ຕິ​ພາບ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ, ​ກ້າວສູ່​ເປົ້າ​ໝາຍ​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ​ຢ່າງ​ບໍ່​ຢຸດ​ຢັ້ງ. ” ນີ້​ຄື ຄຳ​ໝັ້ນ​ສັນ​ຍາ​ອັນ​ໜັກ​ແໜ້ນ​ເຄັ່ງ​ຂຶມ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​​ທີ່​ໄດ້​ກ່າວໃນ​ຕອນ​ທ້າຍ​ຂອງ​ບົດ​ປາ​ໄສ​ຕໍ່ກອງ​ປະ​ຊຸມ​ບໍ່​ເປັນ​ທາງ​​ການຂອງ​ຜູ້​ນຳ​ອົງ​ການ APEC​ທີ່​ຈັດ​ຂຶ້ນ​ໃນ​ຕອນ​ຄ່ຳ​​ຂອງວັນ​ທີ 20 ພະ​ຈິກ​ນີ້. ເຊິ່ງ​ເຮັດ​ໃຫ້​ພວກ​ເຮົາເຫັນ​​ໄດ້​ວ່າຈີນ​ທີ່​ເປີດ​ປະ​ຕູສູ່​ພາຍນອກຫຼາຍກວ່າ​ເກົ່າ​ແລະ​ມີ​ຄວາມ​ຮັບ​ຜິດ​ຊອບ​ສູງ​ນັ້ນ​ກຳ​ລັງນັບ​ມື້​ນັບ​ຫຍັບເຂົ້າ​ໃກ້​ເປົ້າ​ໝາຍ​​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ.

 

ຄຳ​ເຫັນ

0