吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້ຊ່ຽວ​ຊານ​OECD​ກ່າວ​ວ່າ:ເສດ​ຖະ​ກິດ​ຈີນ​ຟື້ນ​ຄືນ​ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ໂລກ

2020-11-26 15:26:17 CRI

    ຫວ່າງ​ມໍ່ໆ​ມາ​ນີ້, ທ່ານນາງ​ມາ​ກິດ ມອນ​​ເນີ ຫົວ​ໜ້າ​ຫ້ອງ​ການ​ຄົ້ນ​ຄວ້າ​ນະ​ໂຍ​ບາຍ​ກ່ຽວ​ກັບ​ຈີນ​ຂອງ​ອົງ​ການການ​ຮ່ວມ​ມື​ທາງ​ດ້ານ​ເສດ​ຖະ​ກິດ ແລະ ການ​ພັດ​ທະ​ນາ ຫຼື OECD​ ກ່າວ​ວ່າ, ໃນ​ຖາ​ນະ​ທີ່​ເປັນ​ອົງ​ກອນ​ເສດ​ຖະ​ກິດ​ອັນ​ດັບ​ສອງ​​ຂອງ​ໂລກ, ເສດ​ຖະ​ກິດ​ຈີນ​​ສາ​ມາດ​ຟື້ນ​ຄືນ​ໄດ້​ຢ່າງວ່ອງ​ໄວ​ຫຼັງ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ຂອງ​ພະ​ຍາດ​ໂຄວິດ-19 ​ເຊິ່ງມີ​ຄວາມ​ໝາຍ​ສຳ​ຄັນ​​ຫຼາຍຕໍ່​ໂລກ.


    ທ່ານ​ນາງມອນ​​ເນີ​ກ່າວ​ວ່າ, ຈີນ​​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອສະ​ໜັບ​ສະ​ໜູນ​ໂລກ​ຕ້ານ​ກັບພະ​ຍາດ​ໂຄວິດ-19ມາ​ໂດຍຕະ​ຫຼອດ, ສະ​ໜອງວັດ​ຖຸ​​ອຸ​ປະ​ກອນປ້ອງ​ກັນ​ພະ​ຍາດ​ຈຳ​ນວນ​ຫຼວງ​ຫຼາຍ​ໃຫ້​ແກ່​ປະ​ເທດ​ຕ່າງໆ. ນອກ​ນີ້, ຈີນ​ຍັງ​ສະ​ໜອງ​ຜະ​ລິດ​ຕະ​ພັນ​​ກ່ຽວ​ກັບ​ການ​ເຮັດ​ວຽກ​ທາງ​ອ໋ອນ​ລາຍ​ເພື່ອ​ຊ່ວຍ​ເຫຼືອ​ປະ​ເທດ​​ຕ່າງໆຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ຮູບ​​ແບບການ​ດຳ​ລົງ​ຊີ​ວິດ ແລະ ​ການ​ເຮັດ​ວຽກ. ນາງ​ກ່າວ​ວ່າ, ຄ່ຽງ​ຄູ່​ກັບ​ເສດ​ຖະ​ກິດ​ຈີນ​ຟື້ນ​ຄືນຢ່າງ​ຕໍ່​ເນື່ອງ, ຈີນ​ບໍ່​ພຽງ​ແຕ່​ຈະ​ສືບ​ຕໍ່​ສະ​ໜອງ​ຜະ​ລິດ​ຕະ​ພັນ​ທີ່​ປະ​ເທດ​​ຕ່າງ​ມີ​ຄວາມ​ຕ້ອງ​ການ​ເທົ່າ​ນັ້ນ, ໃນ​ທາງ​ກົງ​ກັນ​ຂ້າມ​ຈີນ​ເອງ​ກໍ່​ມີຄວາມ​ຕ້ອງ​ການ​ຕໍ່​ວັດ​ຖຸ​ດິບ ແລະ ເຄື່ອງ​ບໍ​ລິ​ໂພກ​ຈາກ​ຕ່າງ​ປະ​ເທດ​​ຄ່ອຍໆ​ເພີ່ມ​ຂຶ້ນ ເຊິ່ງມີ​ຄວາມ​ໝາຍ​ສຳ​ຄັນ​ຫຼາຍ​ຕໍ່​ໂລກ.


    ເມື່ອ​ເວົ້າ​ເຖິງ “ສັນ​ຍາ​ການ​ພົວ​ພັນ​ຄູ່​​ຮ່ວມ​ມືເສດ​ຖະ​ເກິດ​ຮອບ​ດ້ານ​ໃນ​ພາກ​ພື້ນ”ຫຼື RCEP ທີ່​ເຊັນ​ກັນ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້, ນາງມອນ​ເນີ​ເຫັນ​ວ່າ, ການ​ເຊັນ​ສັນ​ຍາ​ດັ່ງ​ກ່າວ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ຮ່ວມ​ມື​​ໃນພາກ​ພື້ນ ແລະ ສາ​ກົນ. OECD ​ໄດ້​ສົ່ງ​ເສີມ ແລະ ໃຫ້​ການສະ​ໜັບ​ສະ​ໜູນ​ການ​ຮ່ວມ​ມື​​ດັ່ງ​ກ່າວ​ມາໂດຍ​ຕະ​ຫຼອດ​, ຍິນ​ດີສະ​ໜັບ​ສະ​ໜູນ​ສັນ​ຍາ​ທີ່​​ຊ່ອຍ​ຊຸກ​ຍູ້​ການ​ຮ່ວມ​ມື​ແບບ​ນີ້. ສັນ​ຍາ​ແບບ​ນີ້​ມີ​ຜົນ​ດີ​​ຫຼາຍ​ຕໍ່​ການ​ຫຼຸດ​​ຕົ້ນ​ທຶນ​ການ​ຊື້​ຂາຍ ແລະ ສາ​ມາດຍົກ​ສູງ​ປະ​ສິດ​ທິ​ພາບ​ດ້ານ​ເສດ​ຖະ​ກິດ.

ຄຳ​ເຫັນ

0