覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສີ​ແສງ​ແຫ່ງ​ຍຸກ: ທ່ານ​ສີ​ຈິ້ນ​ຜິງ​ຊີ້​ແຈງ​ຄວາມ​ໝາຍ​ຂອງທາງ​ເລືອກດ້ານ​ຍຸ​ດ​ທະ​ສາດ​ຂອງ​ຈີນ​ທີ່​ມີ​ຕໍ່​ໂລກ​ໃນ​ກອງ​ປະ​ຊຸມ​ສົນ​ທະ​ນາ​ຂອງ​ອົງ​ການAPEC

2020-11-27 12:01:18 cri

 

ສີ​ແສງ​ແຫ່ງ​ຍຸກ: ທ່ານ​ສີ​ຈິ້ນ​ຜິງ​ຊີ້​ແຈງ​ຄວາມ​ໝາຍ​ຂອງທາງ​ເລືອກດ້ານ​ຍຸ​ດ​ທະ​ສາດ​ຂອງ​ຈີນ​ທີ່​ມີ​ຕໍ່​ໂລກ​ໃນ​ກອງ​ປະ​ຊຸມ​ສົນ​ທະ​ນາ​ຂອງ​ອົງ​ການAPEC_fororder_中国抉择意义
 

ວັນ​ທີ 19 ພະ​ຈິກ ປີ2020, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສົນ​ທະ​ນາ​ຂອງ​ຜູ້​ນຳອຸດ​ສາ​ຫະ​ກຳ​ການ​ຄ້າ​ຂອງ​ອົງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ​ປາ​ຊີ​ຟິກຫຼື APEC ຜ່ານ​ທາງວິ​ດີ​ໂອຢູ່​ນະ​ຄອນຫຼວງ​ປັກ​ກິ່ງທັງ​ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ຫົວ​ຂໍ້ “​ສ້າງ​ສະ​ພາບ​ການ​ພັດ​ທະ​ນາ​ໃໝ່ ບັນ​ລຸ​ເປົ້າ​ໝາຍ​​ທີ່ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ” ໂດຍ​ໄດ້​ລົງ​ເລິກ​ຊີ້​ແຈງ​​ທາງ​ເລືອກດ້ານ​ຍຸດ​ທະ​ສາດ​ຂອງ​ຈີນ​ທີ່​ສະ​ເໜີ​ໃຫ້​ສ້າງ​ສະ​ພາບ​ການ​ພັດ​ທະ​ນາ​ໃໝ່ ເພື່ອ​ປະ​ກອບ​ສ່ວນ​ແ​ຮງ​ຂັບ​ເຄື່ອນ​ຂອງ​ຈີນ​ໃຫ້​ແກ່​ການ​ຟື້ນ​ຟູ​​ເສດ​ຖະ​ກິດ​ຂອງໂລກ. ໃນ​ລາຍ​ການ​ມື້​ນີ້, ພວກ​ເຮົາ​ຈະ​​ພ້ອມ​ກັນ​ມາຮັບ​ຮູ້​​ຄວາມ​ໝາຍ​ຂອງທາງ​ເລືອກ​ດ້ານຍຸ​ດ​ທະ​ສາດ​ຂອງ​ຈີນ​ທີ່​ມີ​ຕໍ່​ໂລກ​ທີ່ທ່ານ ສີຈິ້ນຜິງຊີ້ແຈງຕໍ່​ກອງ​ປະ​ຊຸມ​ສົນ​ທະ​ນາ​ຂອງ​ອົງ​ການAPECຄັ້ງ​ນີ້.
 

ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊື້ອເຊີນ​ຂອງ​ທ່ານ​ມູ​ຮີ​ດິນ ຢັສຊິນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ, ວັນ​ທີ 20 ພະ​ຈິກປີ2020, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ຜູ້​ນຳ​ອົງ​ການAPECຄັ້ງ​ທີ 27. ສ່ວນ​ກອງ​ປະ​ຊຸມ​ສົນ​ທະ​ນາ​ຂອງ​ຜູ້​ນຳອຸດ​ສາ​ຫະ​ກຳ​ການ​ຄ້າAPECໄດ້​ໄຂ​ຂຶ້ນ​ກ່ອນຄືໃນ​​ວັນ​ທີ 19 ພະ​ຈິກ. ການທີ່​ຈັດ​ກອງ​ປ​ະ​ຊຸມ​ສຸດຍອດ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ກ່ອນ ແລ້ວ​ຈິ່ງ​ຈັດ​ກອງ​ປ​ະ​ຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ຜູ້​ນຳ​ອົງ​ການAPECເຊິ່ງ​ເປັນ​ປະ​ເພ​ນີປະຕິບັດ​ຂອງ​ອົງ​ການ​ນີ້​ໃນຫຼາຍ​ປີ​ຜ່ານ​ມາ​.
 

APEC ໄດ້ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ປີ1989, ມາ​ເຖິງ​ປັດ​ຈຸ​ບັນ​ໄດ້​ກາຍ​ເປັນ​ອົງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ທີ່​ມີ​ລະ​ດັບ​ສູງ​ສຸດ,ກວມ​ຂົງ​ເຂດກວ້າງ​ຂວາງ​ທີ່​ສຸດ​ແລະ​ມີ​ບົດ​ບາດ​ອິດ​ທິ​ພົນຫຼາຍ​ທີ່​ສຸດ​ໃນ​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ, ປັດ​ຈຸ​ບັນມີ​ສະ​ມາ​ຊິກ 21 ປະ​ເທດ ແລະ ​ເຂດ​ແຄວ້ນ. ມີ​ກົນ​ໄກ​ປະ​ຕິ​ບັດ​ງານ​ຈຳ​ນວນ 5 ລະ​ດັບ,  ​ໃນ​ນີ້, ກອງ​ປ​ະ​ຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ຜູ້​ນຳ​ອົງ​ການAPECແມ່ນກອງປະຊຸມລະ​ດັບ​ສູງ​ສຸດ.
 

ແຕ່​ປີ1993ຫາ​ປີ2018, ກອງ​ປ​ະ​ຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ຜູ້​ນຳ​ອົງ​ການAPECໄດ້​ຈັດ​ຂຶ້ນ​ປີ​ລະ​ຄັ້ງລວມ​ທັງ​ໝົດ​ໄດ້​ຈັດ​ຂຶ້ນ​ມາ​ແລ້ວ 26 ຄັ້ງ. ສຳ​ລັບ​ປີ2019​ແມ່ນ​ເກີດມີກໍ​ລະ​ນີ​ພິ​ເສດຄື:ຈີ​ເລ ເຊິ່ງ​ເປັນ​ປະ​ເທດ​ເຈົ້າ​ພາບ​ໄດ້​ຍົກ​ເລີກກອງ​ປະ​ຊຸມ​ຜູ້​ນຳ​ອົງ​ການAPECເນື່ອງ​ຈາກ​ບັນ​ຫາ​ດ້ານສະ​ຖາ​ນະ​ການ​ພາຍ​ໃນ​ປະ​ເທດ. ປີ​2020 ຍິ່ງ​ພິ​ເສດກວ່າ​ນັ້ນ, ເນື່ອງ​ຈາກວ່າ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອ​ງ​ພະ​ຍາດ​ໂຄວິດ-19 ແລະ​ສາ​ເຫດ​ອື່ນໆ, ກອງ​ປະ​ຊຸມ​ໄດ້​ປ່ຽນ​ມາ​ຈັດ​ຂຶ້ນ​ໂດຍຮູບແບບ​ຜ່ານ​ທາງວີ​ດີ​ໂອ, ກອງ​ປະ​ຊຸມ​ສຸດຍອດ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ກໍ​ໄດ້​ຫັນ​ມາ​ຈັດ​ເປັນ​ກອງ ​ປ​ະ​ຊຸມ​ສົນ​ທະ​ນາ.
 

ນັບ​ແຕ່​ປີ 2013 ເປັນ​ຕົ້ນ​ມາ, ທ່ານ​ສີ​ຈິ້ນ​ຜິງໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ຫົວ​ຂໍ້ຫຼັກໃນ​ກອງ​ປະ​ຊຸມ​ສຸດຍອດ​ອຸດ​ສາ​ຫະ​ກຳ​ການ​ຄ້າAPEC ເປັນ 6 ປີ​ຕິດ​ຕໍ່​ກັນ. ປີ 2020 ກໍ​ເປັນ​ປີ​ທີ 7 ທີ່​ທ່ານ​ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະ​ຊຸມ​ດັ່ງ​ກ່າວ ທັງໄດ້​​ນຳ​ສະ​ເໜີ​ໃຫ້​ໂລກ​ໄດ້​ຮັບ​ຮູ້​ກ່ຽວ​ກັບ​ສະ​ພາບ​ການ​ພັດ​ທະ​ນາ​ໃໝ່ທີ່​ກອງ​ປ​ະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ5ຂອງ​ຄະ​ນະ​ກຳ​ມະ​ການ​ສູ​ນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ສະ​ໄໝ​ທີ 19 ໄດ້ກຳ​ນົດ​ໄວ້​ນັ້ນ​ໂດຍ​ຜ່ານກອງ​ປ​ະ​ຊຸມ​ລະ​ດັບ​ສາ​ກົນ​ທີ່​ສຳ​ຄັນ​ອີກ​ຄັ້ງ​ໃໝ່ ຫຼັງ​ຈາກ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົ​ນ​ຈີນ​ແລະ​ກອງ​ປ​ະ​ຊຸມ​ສຸດຍອດ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້.
 

ໃນ​ເວ​ລາ​ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະ​ຊຸມ​ສົນ​ທະ​ນາ​​ຂອງ​ຜູ້​ນຳອຸດ​ສາ​ຫະ​ກຳ​ການ​ຄ້າ​ຂອງອົງ​ການAPECຄັ້ງ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ການທີ່ຈີນ​​ສະ​ເໜີກ່ຽວກັບການ​ສ້າງ​ສະ​ພາບ​ການ​ພັດ​ທະ​ນາ​ໃໝ່ ​ເປັນ​ທາງ​ເລື​ອກດ້ານ​ຍຸ​ດ​ທະ​ສາດແມ່ນ ກຳ​ນົດ​ຂຶ້ນ​ບົນພື້ນ​ຖ​ານ​ທີ່​ອີງ​ໃສ່ໄລ​ຍະ​ການ​ພັດ​ທະ​ນາ​ແລະ​ເງື່ອນ​ໄຂ​ການ​ພັດ​ທະ​ນາ​ຂອງ​ຈີນ​ເອງ ທັງ​ໄດ້​ພິ​ຈາ​ລະ​ນາ​ຢ່າງ​ເຕັມ​ສ່ວນ​ເຖິງ​ເສດ​ຖະ​ກິດ​ໂລ​ກາ​ພິ​ວັດ​ແລະ​ການ​ປ່ຽນ​ແປງ​ຂອ​ງ​ສະ​ພາບ​ແວດ​ລ້ອມ​ພາຍນອກ.
 

ຄັ​ນ​ຊັ້ນ, ຈີນ​ຈະ​ສ້າງ​ສະ​ພາບ​ການ​ພັດ​ທະ​ນາ​ໃໝ່​ແນວ​ໃດ? ໃນ​ກອງ​ປະ​ຊຸມ​ສົນ​ທະ​ນາ​ຂອງ​ຜູ້​ນຳ​​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຂອງອົງ​ການAPEC ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຊີ້​ແຈງ ​ການ​ປະ​ຕິ​ບັດ​ງານ​​​ທີ່​ສຳ​ຄັນຂອງ​ຈີນ​ເພື່ອ​ສ້າງ​ສະ​ພາບ​ການ​ພັດ​ທະ​ນາ​ໃໝ່​ໃນ 3 ດ້ານ​ຄື:
 

ໜຶ່ງ:​ແມ່ນ​ເປີດ​ກວ້າງ​ຄວາມ​ຕ້ອງ​ການ​ພາຍ​ໃນ​ເພື່ອ​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ເຄືື່ອນ​ໄຫວ​ຂອງ​ຕະຫຼາດ. ກອງ​ປ​ະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 5ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອ​ມ​ມູ​ນິດ​ຈີນ​ສະ​ໄໝ​ທີ 19 ໄດ້​ກຳ​ນົດ​ຢ່າງ​ຈະ​ແຈ້ງວ່າ: ຕ້ອງ​ຍຶດ​ໝັ້ນ​ໃນ​ການ​ເປີດກວ້າງ​ຄວາມ​ຕ້ອງ​ການ​ພາຍ​ໃນເຊິ່​ງ​ເປັນ​ຈຸດ​ພື້ນ​ຖານ​ທາງດ້ານ​ຍຸດ​ທະ​ສາດ, ເລັ່ງ​ລັດ​ສ້າງ​ລະ​ບົບ​ຄວາມ​ຕ້ອງ​ການ​ພາຍ​ໃນ​ໃຫ້​ຄົບ​ຖ້ວນ​ສົມ​ບູນ. ໃນ​ເວ​ລາ​ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະ​ຊຸມ​ສົນ​ທະ​ນາ​​ຂອງ​ຜູ້ນຳອຸດ​ສາ​ຫະ​ກຳ​ການ​ຄ້າ​ຂອງອົງ​ການAPECເມື່ອ​ວັນ​ທີ 19 ພະ​ຈິກ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ກ່າວ​ເນັ້ນ​ວ່າ: ຈີນ​ຈະ​ສືບ​ຕໍ່​ລົງ​ເລິກ​ການ​ປະ​ຕິ​ຮູບ​ໂຄງ​ປະ​ກອບ​ດ້ານ​ການ​ສະ​ໜອງ, ສຸມ​ຄວາມ​ພະ​ຍາ​ຍາມຫຼາຍກວ່າ​ເກົ່າ​ເຂົ້າ​ໃນ​ການ​ເປີດກວ້າງ​ຄວາມ​ຕ້ອງ​ການ​ພາຍ​ໃນ, ເຮັດ​ໃຫ້​ການ​ຜະ​ລິດ, ການ​ແຈກ​ຢາຍ,ການ​ຈໍ​ລະ​ຈອນ​ສິນ​ຄ້າ,ການ​ບໍ​ລິ​ໂພກແມ່ນ​ອີງ​ອາ​ໄສ​ຕະຫຼາດ​ພາຍ​ໃນ​ໃຫ້ຫຼາຍກວ່າ​ເກົ່າ, ເຮັດ​ໃຫ້​ລະ​ບົບ​ການ​ສະ​ໜອງ​ສອດ​ຄ່ອງ​ກັບ​ຄວາມ​ຕ້ອງ​ການ​ພາຍ​ໃນ​ໃຫ້ຫຼາຍກວ່າ​ເກົ່າ.
 

ສອງ: ສ້າງ​ກຳ​ລັງ​ຂັບ​ເຄື່ອນ​ໃຫ້​ເຂັ້ມ​ແຂງ​ດ້ວຍ​ການ​ປະ​ດິດ​ສ້າງ​ໃໝ່. ທ່ານ​ສີ​ຈິ້ນ​ຜິງ​ຊີ້​ອອກວ່າ: ໄປ​ຄຽງ​ຄູ່​ກັບ​ປະເທດຈີນ​ໄດ້​ກ້າວ​ເຂົ້າ​ສູ່​ໄລ​ຍະ​ການ​ພັດ​ທະ​ນາ  ​ໃໝ່, ເງື່ອນ​ໄຂ​ປັດ​ໄຈ​ທີ່​ຄ້ຳ​ຊູ​ການ​ພັດ​ທະ​ນາ​ນັ້ນ​ໄດ້​ເກີດ​ມີ​ການ​ປ່ຽນ​ແປງ​ຢ່າງ​ເລິກ​ເຊິ່ງ, ສະ​ນັ້ນ​ຕ້ອງຂັບເຄື່ອນ​ເສດ​ຖະ​ກິດໃຫ້​ເຕີບ​ໂຕ​ດ້ວຍ​ຄວາມ​ກ້າວ​ໜ້າ​ດ້ານ​ເຕັກ​ໂນ​ໂລ​ຊີ ​ແລະ​ ການ​ຍົກ​ສູງ​ຄຸນ​ນະ​ພາບ​ຂອງ​ປັດ​ໄຈ​ການ​ຜະ​ລິດໂດຍ​ອາ​ໄສ​ແຮງ​ຂັບ​ເຄື່ອນ​ຈາກ​ການ​ປະ​ດິດ​ສ້າງ​ໃໝ່. ຈີນ​ຈະ​ເລັ່ງ​ຫັນຜົນ​ສຳ​ເລັດ​ດ້ານ​ເຕັກ​ນິກ-ວິ​ທະ​ຍາ​ສາດ​​ເປັນ​ກຳ​ລັງ​ການ​ຜະ​ລິດ​ຕົວ​ຈິງ​ໃຫ້​ໄວ​ຂຶ້ນ, ສ້າງລະ​ບົບ​ປະ​ດິດ​ສ້າງ​ໃໝ່​ທີ່​ເຊື່ອມ​ໂຍງ​ເຕັກ​ນິກ-ວິ​ທະ​ຍາ​ສາດ,ການ​ສຶກ​ສາ,ອຸດ​ສາ​ຫະ​ກຳ,ການ​ທະ​ນາ​ຄານ​​ໃຫ້ເຂົ້າ​ກັນ​ຢ່າງ​ແໜ້ນ​ແຟ້ນ.
 

ສາມ​: ກະ​ຕຸ້ນ​ຄວາມ​ມີ​ຊີ​ວິ​ຊີ​ວາ​ດ້ວຍ​ການ​ປະ​ຕິ​ຮູບ. ການ​ປະ​ຕິ​ຮູບ​ເປັນ​ຂໍ​ກຸນ​ແຈ​ໃນ​ການ​ປົດ​ປ່ອຍ​ແລະ​ພັດ​ທະ​ນາ​ກຳ​ລັງ​ການ​ຜະ​ລິດ​ຂອງ​ສັງ​ຄົມ. ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ: ຈີນ​ຈະ​ນຳ​ໃຊ້​ມາດ​ຕະ​ການຫຼາຍກວ່າ​ເກົ່າ​ແລະ​ມີ​ຄວາມ​ກ້າ​ຫານຫຼາຍກວ່າ​ເກົ່າ​ໃນ​ການ​ທັບ​ມ້າງ​ອຸ​ປະ​ສັກ​ຂອງ​ກົນ​ໄກ​ດ້ານລະ​ບຽບ​ການ​ອັນ​ເລິກ​ເຊິ່ງ, ຊຸກ​ຍູ້​ການ​ຫັນ​ເປັນ​ທັ​ນ​ສະ​ໄໝ​ຂອງ​ລະ​ບົບ​ແລະ​ຄວາມ​ສາ​ມາດການ​ບໍ​ລິ​ຫານ​ປະ​ເທດ.
 

ການ​ສ້າງ​ສະ​ພາບ​ການ​ພັດ​ທະ​ນາ​ໃໝ່ ເປັນ​ທາງ​ເລືອກ​ດ້ານຍຸດ​ທະ​ສາດ​ຂອງ​ຈີນທັງ​ເປັນ​ໂອ​ກາດ​ສຳ​ຄັນ​ສຳ​ລັບ​ທົ່ວ​ໂລກ. ໃນ​ເວ​ລາ​ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້, ທ່າ​ນ​ສີ​ຈິ້ນ​ຜິງກ່າວ​ເນັ້ນ​ວ່າ: ຈີນ​ເດັດ​ຂາດ​ຈະ​ບໍ່​ຫັນຫລັງຄືນສູ່ຄອງ​ເດີມຂອງປະ​ຫວັດ​ສາດ,ບໍ່​ສະ​ແຫວງ​ຫາ​ການ “ຕັດ​ແຍກສາຍ​ພົວ​ພັນ​” ຫຼື​ ສ້າງວົງຈຳກັດຮັດ​ແຄບ​​ທີ່​ປິດ​ປະ​ຕູ​ແລະ​ປັດ​ເຂ່ຍ​ຜູ້​ອື່ນ.
 

ຄັນ​ຊັ້ນຄວນ​ຕີ​ລາ​ຄາ​ແນວ​ໃດ​ຕໍ່​ຄວາມ​ໝາຍ​ຂອງ​​ທາງ​ເລືອກດ້ານຍຸດ​ທະ​ສາດ “ການ​ສ້າງ​ສະ​ພາບ​ການ​ພັດ​ທະ​ນາ​ໃໝ່” ຂອງ​ຈີນ​ທີ່​ມີ​ຕໍ່​ໂລກ? ໃນ​ເວ​ລາ​ກ່າວ​ຄຳ​ປາ​ໄສ, ທ່ານ​ສີ​ຈິ້ນ​ຜິງ​​ ໄດ້​ເວົ້າ​ເຖິງ​ສາມ​ດ້ານຕົ້ນຕໍ​ຄື:
 

ໜຶ່ງ: ກຳ​ລັງ​ບົ່ມ​ຊ້ອນ​ຂອງ​ຈີນ​ໄດ້ສ້າງ​ຄວາມ​ຕ້ອງ​ການ​ດ້ານສິນ​ຄ້າ​ໃຫ້​ກັບ​ໂລກ. ການ​ສະ​ແຫວງ​ຫາ​ການ​ພັດ​ທະ​ນາ​ດ້ວຍ​ຄຸນ​ນະ​ພາບ​ສູງ ແລະ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ມີ​ຄຸນ​ນະ​ພາບ​ສູງ​ເປັນ​ຄວາມ​ໂຊກ​ດີ​ຂອງ​ຈີນທັງ​ເປັນ​ຄວາມ​ໂຊກ​ດີ​ຂອງ​ໂລກ. ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: "ການພັດທະນເສດຖະກິດຈີນຢ່າງບໍ່ຢຸດຢັ້ງ, ຄວາມປາຖະໜາຂອງປະຊາຊົນຈີນ​ທີ່​ຢາກ​ມີ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີ​ງາມ ຈະ​ພາ​ໃຫ້​ເກີດ​ມີຄວາມຕ້ອງການຫລາຍກວ່າເກົ່າໃນດ້ານຜະລິດຕະພັນ, ເຕັກນິກ, ການບໍລິການທີ່ມີຄຸນນະພາບສູງແລະມີຄວາມຫຼາກຫຼາຍຫລາຍ​ກວ່າເກົ່າຈາກແຫ່ງຕ່າງໆ​ໃນທົ່ວໂລກ.
 

ສອງ: ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ​ຈະ​ສ້າງ​ໂອ​ກາດ​ໃຫ້​ກັບ​ໂລກ. ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ເປັນ​ນະ​ໂຍ​ບາຍ​ພື້ນ​ຖານ​ແຫ່ງ​ຊາດ​ຂອງ​ຈີນ, ເວ​ລາ​ໃດ​ກໍ​ຈະ​ບໍ່​​ຫວັ່ນໄຫວ​ຄ່ອນ​ແຄນ​. ໃນ​ເວ​ລາ​ກ່າວ​ຄຳ​ປາ​ໄສ,ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: “ຂ້າ​ພະ​ເຈົ້າ​ຂໍ​ເນັ້ນ​ໜັກ​ຄືນ​ວ່າ: ຄວາມ​ຕັດ​ສິນ​ໃຈ​ຂອງ​ຈີນ​ໃນ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ແມ່ນ​ມີ​ຄວາມ​ເດັດ​ດ່ຽວ​ໜຽວ​ແໜ້ນ, ຈະ​ເປີດ​ປະ​ຕູູ​ສູ່​ພາຍນອກ​ນັບ​ມື້​ນັບ​ກວ້າງ​ຂວ່າງ​ກວ່າ​ເກົ່າ.” ຕົວ​ຢ່າງ​ອັນ​ພົ້ນ​ເດັ່ນ​ກໍ​ຄື: ນັບ​ແຕ່​ຕົ້ນ​ປີ​2020ເປັນ​ຕົ້ນ​ມາ, ຈີນ​ບໍ່​ພຽງ​ແຕ່​ບໍ່​ໄດ້​ຢຸດ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ເທົ່າ​ນັ້ນ, ຍັງ​ໄດ້​ວາງ​ນະ​ໂຍ​ບາຍ​ແລະ​ມາດ​ຕະ​ການ​ຕ່າງ​ໆ​ເພື່ອ​ເປີດກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ອີກ​ຕື່ມ.

ສາມ: ຈີນ​ສະສືບຕໍ່ຮ່ວມ​ມື​ກັບ​ສາ​ກົນ​ເພື່ອ​ຊຸກ​ຍູ້​ໃຫ້​ບັນ​ດາ​ປະ​ເທດ​ໃນ​ໂລກ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ນຳ​ກັນ. ໃນ​ກອງ​ປະ​ຊຸມ​ສົນ​ທະ​ນາ​ຂອງ​ຜູ້​ນຳ​ດ້ານ​ອຸດ​ສາ​ຫະ​ກຳ​ການ​ຄ້າຂອງ​ອົງ​ການAPECຄັ້ງ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເນັ້ນ​ໜັກ​ຄືນ​ເຖິງ​ທັດ​ສະ​ນະ​ອັນ​ໜຶ່ງ​ຄື: ຂໍ​ພຽງ​ແຕ່​ປະ​ເທດ,ເຂດ​ແຄວ້ນ​ແລະ​ວິ​ສາ​ຫະ​ກິດ​ທີ່​ຍິນ​ດີ​ຮ່ວມ​ມື​ກັບ​ຈີນ​ເຊິ່ງ​ລວມ​ທັງ​ລັດ,ທ້ອງ​ຖິ່ນ​ແລະ​ວິ​ສາ​ຫະ​ກິດ​ຂອງ​ອາ​ເມ​ຣິ​ກາ, ຈີນ​ກໍ​ຈະ​ຕັ້ງ​ໜ້າ​ດຳ​ເນີນ​ການ​ຮ່ວມ​ມື​ກັບ​ເຂົາເຈົ້າ.

ໃນ​ບົດ​ປາ​ໄສ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ໃນ​ກອງ​ປະ​ຊຸມ​ສຸດຍອດອຸດ​ສາ​ກຳ​ການ​ຄ້າຂອງ​ອົງ​ການAPEC 7 ຄັ້ງ​ນັ້ນ, ຍັງ​ມີ​​ຄຳ​ສັບສຳຄັນ​ຄຳໜຶ່ງ​ທີ່​ໄດ້​ສອດ​ຫ້ອຍຢູ່​ໃນ​ບົດ​ປາ​ໄສ​ຂອງ​ທ່ານ​ຄື:ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ອາ​ຊີ​ປາ​ຊີ​ຟິກ. ຈາກນີ້ຈຶ່ງສາ​ມາດ​ເຫັນ​ໄດ້​ວ່າ: ບໍ່​ວ່າ​ໃນ​ອະ​ນາ​ຄົດ​ຈີນ​ຈະ​ເຕີ​ບ​ໃຫຍ່​ຂະ​ຫຍາຍ​ຕົວ​ສ່ຳ​ໃດ​ກໍ​ຕາມ, ການ​ສົ່ງ​ເສີມ​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ, ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ພາກ​ພື້ນ​ເຊື່ອມ​ໂຍງ​ເຂົ້າ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ຢ່າງ​ຕໍ່​ເນື່ອງແລະ​ການ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ​ອາ​ຊີ​ປາ​ຊີ​ຟິກ ຍັງເປັນ​ເປົ້າ​ໝາຍ​ສຳ​ຄັນ​ອັນ​ໜຶ່ງ​ໃນ​ການ​ພັດ​ທະ​ນາ​ຂອງ​ຈີນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ.

 

ຄຳ​ເຫັນ

0