尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສາຍ​ແນນ​ລະ​ຫວ່າງ​ລາວ​ກັບ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີ​ນ-ອາ​ຊຽນ

2020-11-27 17:07:20 cri

ສາຍ​ແນນ​ລະ​ຫວ່າງ​ລາວ​ກັບ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີ​ນ-ອາ​ຊຽນ

ປີ 2004, ພາຍ​ໃຕ້​ຂໍ້​ລິ​ເລີ່ມ​ຂອງ​ຈີນ, ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຄັ້ງ​ທຳ​ອິດ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ໜານ​ໜິງ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ​ວ້າງກວາງ​ຊີ ເຊິ່ງ​ເປັນ​ການ​ສ້າງ​ຂົວ​ຕໍ່​ເພື່ອ​ເຊື່ອມ​ຈອດ​ກັນ​ດ້ານ​ສິນ​ຄ້າ​ລະ​ຫວ່າງ​ຈີນ-ອາ​ຊຽນ, ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາຊຽນ​ທີ່​ຈັດ​ຂຶ້ນ 16 ຄັ້ງ​ຕິດ​ຕໍ່​ກັນ​​ຜ່ານ​ມາໄດ້​ຊຸກ​ຍູ້​ການ​ແລກ​ປ່ຽນ​ກັນ​ທາງ​ດ້ານການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ,ຍັງ​ໄດ້​ກາຍ​ເປັນ​ເວ​ທີ​ທີ່​ສຳ​ຄັນ​ໃນ​ການ​ດຶງ​ດູດ​ນັກ​ທຸ​ລະ​ກິດ​ເຂົ້າ​ມາ​ລົງ​ທຶນ.

ສາຍ​ແນນ​ລະ​ຫວ່າງ​ລາວ​ກັບ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີ​ນ-ອາ​ຊຽນ_fororder_2bdeaf85cfd5492f9ad62f82bbf734b0

ເລີ່ມ​ແຕ່​ການ​ຈັດ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຄັ້ງ​ທຳ​ອິດ​ເປັນ​ຕົ້ນ​ມາ, ລາວ​ບໍ່​ໄດ້​ພາດໂອ​ກາດ​ເຂົ້າ​ຮ່ວມ​ງານວາງ​ສະ​ແດງ​​ຈັກ​ຄັ້ງ. ປີ 2009, ລາວ​ໄດ້​​ເປັນ​ປະ​ເທດ​ກິດ​ຕິ​ມະ​ສັກ​ຂອງ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຄັ້ງ​ທຳ​ອິດ, ຈາກ​ນັ້ນ​ມາ, ລາວ​ໄດ້​ເລີ່ມ​ເໝົາ​​ຮ້ານ​ວາງ​ສະ​ແດງ​ທຸກ​ປີ. ໃນ​ງານ​ວາງ​ສະ​ແດງ 16 ຄັ້ງ​​ທີ່​ຜ່ານ​ມາ, ບ່ອນ​ວາງ​ສະ​ແດງ​ທີ່​ລາວ​​ເໝົາ​ນຳ​ໃຊ້​ມີ​ຫຼາຍກວ່າ 1.500 ແຫ່ງ, ​ຜະ​ລິດ​ຕະ​ພັນກາ​ເຟ, ​ເຂົ້າ​ສານ, ເຄື່ອງ​ໄມ້​ເຟີ​ນີ​ເຈີ, ເພັດ​ນິນ​ຈິນ​ດາ, ເບຍ​ລາວ​ແລະ​ຜະ​ລິດ​ຕະ​ພັນ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​ອື່ນໆ​ທີ່​ລາວ​ນຳ​ມາ​ວາງ​ສະ​ແດງ​ໃນ​ງານ​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກ​ຜູ້​ບໍ​ລິ​ໂພກ​ຂອງ​ບັນ​ດາ​ປະ​ເທດ.ລາວ​ມີ​ສາຍ​ແນນ​ອີ່​ຫຼີ​ກັບ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ.

ສາຍ​ແນນ​ລະ​ຫວ່າງ​ລາວ​ກັບ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີ​ນ-ອາ​ຊຽນ_fororder_268e9852cf8b4017bc8a932cc630a551

ທຸກ​ຄັ້ງ​ຜ່ານ​ມາ, ໃນ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​, ລາວ​ລ້ວນ​ແຕ່​ຈະ​ຈັດ​ຕັ້ງ​ງານ​ສະ​ເໜີ​ຜະ​ລິດ​ຕະ​ພັນ​ເປັນ​ການສະ​ເພາະ,ເພື່ອ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ແລະ​ການ​ບໍ​ລິ​ການ​ຂອງ​ລາວ. ຜ່ານ​ການ​ນຳ​ສະ​ເໜີ​ພາຍ​ໃນ​ງານ, ວິ​ສາ​ຫະ​ກິດ​ລາວ​ກໍ​ໄດ້​ມີ​ໂອ​ກາດ​ຫຼາຍກວ່າ​ເກົ່າ​ໃນການ​ຕິດ​ຕໍ່​ພົວ​ພັນ​ແລະ​ແລກ​ປ່ຽນ​​ແບບ​ເຊິ່ງ​ໜ້າ​ກັບ​ວິ​ສາ​ຫະ​ກິດ​ຂອງ​ບັນ​ດາ​ປະ​ເທດ​ແລະ​ສາ​ມາດ​ສ້າງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ທີ່​ດີ. ຜ່ານ​ການ​ນຳ​ໃຊ້​ໂອ​ກາດການ​ຈັດ​ກິດ​ຈະ​ກຳ​ປະ​ເທດ​ກິດ​ຕິ​ມະ​ສັກ​, ການນຳ​ສະ​ເໜີ​ຜະ​ລິດ​ຕະ​ພັນ​ຢູ່​ເຂດ​ວາງ​ສະ​ແດງ “ເມືອງ​ແຫ່ງ​ສະ​ເໜ່” ແລະ​ອື່ນໆ, ລາວ​ໄດ້​ສະ​ແດງ​ໃຫ້​ຊາວ​ໂລກ​​ໄດ້​ເຫັນໂສມ​ໜ້າ​ໃໝ່​ທີ່​ມີ​ໄມ​ຕີ​ຈິດ​ມິດ​ຕະ​ພາບ,​ມີ​ການເປີດ​ປະ​ຕູ​ແລະ​ມີ​ຄວາມ​ບຸກ​ບືນ​ກ້າວ​ໜ້າບົນ​ເວ​ທີ​ໃຫຍ່​ຈີນ-ອາ​ຊຽນ.

ສາຍ​ແນນ​ລະ​ຫວ່າງ​ລາວ​ກັບ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີ​ນ-ອາ​ຊຽນ_fororder_1160ce805dc64bfdb66dbf5790ea0033

ຍ້ອນ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ, ການ​ຮ່ວມ​ມື​ດ້ານ​ການ​ລົງ​ທຶນ​ລະ​ຫວ່າງ​ຈີນ-ລາວ​ໃນ​ຂົງ​ເຂດ​ຕ່າງໆ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຢ່າງ​ຫຼວ​ງ​ຫຼາຍ. ຕາມ​ສະ​ຖິ​ຕິ​ຈາກ​ກະ​ຊວງ​ການ​ຄ້າ​ຈີນ, ປີ 2019, ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ​ລະ​ຫວ່າງ​ຈີນ-ລາວ​ໄດ້ບັນ​ລຸ​ເຖິງ 3,92 ຕື້​ໂດ​ລາ​ສະ​ຫະ​ລັດ, ໄດ້ສ້າງ​ສະ​ຖິ​ຕິ​ສູງ​ສຸດ​​ເປັນ​ປະ​ຫວັດ​ສາດ,ເພີ່ມ​ຂຶ້ນ 12,9% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ 2018, ຈີນ​ໄດ້​ກາຍ​ເປັນ​ປະ​ເທດ​ແຫຼ່ງ​ການ​ລົງ​ທຶນ​ທີ່​ໃຫຍ່​ອັນ​ດັບ​ 1 ຂອງ​ລາວ.

ສາຍ​ແນນ​ລະ​ຫວ່າງ​ລາວ​ກັບ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີ​ນ-ອາ​ຊຽນ_fororder_9a913557c3da4b1198eea7f6587ac5a5

ຫຼັງ 10 ປີ​ຜ່ານ​ໄປ, ລາວ​ໄດ້​ປະ​ຕິ​ບັດ​ໜ້າ​ທີ່​ເປັນ​ປະ​ເທດ​ກິດ​ຕິ​ມະ​ສັກຂອງ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຄັ້ງ​ທີ 17 ​ອີກ​ຄັ້ງ​ໜຶ່ງ​,ເຊິ່ງ​ໄດ້ສ້າງ​ຄວາມ​ຫຼາກ​ຫຼາຍ​ສີ​ສັນ​ໃຫ້​ກັບ​ໂລກ​ຫຼາຍກວ່າ​ເກົ່າ,ລາວ​ກໍ​ຈະ​ສະ​ແດງ​ໃຫ້​ໂລກ​​ໄດ້​ເຫັນ​ໂສມ​ໜ້າ​ການ​ພັດ​ທະ​ນາ​ຂອງ​ຕົນ​ຕື່ມ​ອີກ,ເພື່ອ​ດຶງ​ດູດ​ຄວາມ​ເອົາ​ໃຈ​ໃສ່ຈາກວົງ​ການ​ຕ່າງໆ​ທີ່​ມີ​ຕໍ່​ປະ​ເທດ​ລາວ.

ສາຍ​ແນນ​ລະ​ຫວ່າງ​ລາວ​ກັບ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີ​ນ-ອາ​ຊຽນ_fororder_e7a444a4ca7641258bf6f9f773a886b1

ສາຍ​ແນນ​ລະ​ຫວ່າງ​ລາວ​ກັບ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີ​ນ-ອາ​ຊຽນ_fororder_cd477d7481c74f75a5b2a57c2f4f9266

ຄຳ​ເຫັນ

0