吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ເວລາ​ຈັດການ​ແຂ່ງຂັນ​ບານ​ເຕະ​ຊີງ​ຂັນ​ອາຊີປີ 2023 ໄດ້​ກຳ​ນົດ​ໃຫ້​ຈັດ​ຂຶ້ນ​ຢູ່ 10 ຕົວ​ເມືອງ​ຂອງ​ຈີນ

2021-01-08 17:35:17 CRI

ວັນ​ທີ 7 ມັງກອນ​ນີ້, ສະຫະພັນ​ບານ​ເຕະ​ອາຊີ ​ແລະ ຄະນະ​ຈັດ​ຕັ້ງການ​ແຂ່ງຂັນ​ບານ​ເຕະ​ຊີງ​ຂັນ​ອາຊີ​ຂອງ​ຈີນ​ໄດ້ປະກາດ​ວ່າ, ການ​ແຂ່ງຂັນ​ບານ​ເຕະ​ຊີງ​ຂັນ​ອາຊີຂອງ​ສະຫະພັນ​ບານ​ເຕະ​ອາຊີ​ປີ 2023 ຈະ​ຈັດ​ຂຶ້ນ​​ແຕ່​ວັນ​ທີ 16 ມິຖຸນາ ຫາ​ວັນ​ທີ 16 ກໍລະກົດ​ປີ 2023 ຢູ່ 10 ຕົວ​ເມືອງ​ຂອງ​ຈີນ ​ເຊັ່ນ:ນະຄອນຫຼວງ​ປັກ​ກິ່ງ, ນະຄອນ​ທຽນ​ສິນ,​​ກຳ​ແພງນະຄອນ​ຈຸ່ງ​ກິ​ງ, ນະຄອນ​ເຊີງຕູ່, ນະຄອນ​ຊີ່​ອ່ານ,​ນະຄອນ​ຕ້າ​ລຽນ, ນະຄອນ​ຊີ່​ງຕາວ, ນະຄອນ​ເຊ້ຍ​ເມີນ ​ແລະ ນະຄອນ​ຊູ່​ໂຈ່​ວ.

 

ການ​ແຂ່ງຂັນ​ບານ​​ເຕະ​ຊີ​ງຂັນ​ອາຊີປີ 2023 ​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ຈີນແມ່ນ​ການ​ແຂ່ງຂັນ​ບານ​ເຕະ​ຊີງ​ຂັນ​ອາຊີຄັ້ງ​ທີ 18. ຮອດ​ເວລາ​ນັ້ນ, ທິມຊາດທີ່​ດີ​ເລີດ 24 ທິມຂອງ​ອາ​ຊີ​ຈະ​ແຂ່ງ​ຂັນ​ເພື່ອ​ຍາດ​ເອົາ​ຂັນ​ລາງວັນ​ກຽດ​ຕິ​ຍົດ​ສູງ​ສຸດ​ຂອງ​ບານ​ເຕະ​ອາ​ຊີ.
 

ຄຳ​ເຫັນ

0