刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ເປີດ​ເຜີຍແຜ່​ປື້ມ​ປົກ​ຂາວ “ການ​ພັດ​ທະ​ນາ​​ການ​ຮ່ວມ​ມື​ສາ​ກົນ​ຂອງ​ຈີນ​ໃນ​ຍຸກ​ໃໝ່”

2021-01-10 12:57:01 cri

 

ວັນ​ທີ 10 ມັງ​ກອນ​ນີ້, ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ລັດ​ຖະ​ບານ​ຈີນ​ໄດ້​​ເຜີຍ​ແຜ່ປື້ມ​ປົກ​ຂາວ “ການ​ພັດ​ທະ​ນາ​ການ​ຮ່ວມ​ມື​ສາ​ກົນ​ຂອງ​ຈີນ​ໃນ​ຍຸກໃໝ່” ໂດຍ​ລະ​ບຸບ​ວ່າ: ການ​ພັດ​ທະ​ນາ​ການ​ຮ່ວມ​ມື​​ສາ​ກົນ​ຂອງ​ຈີນ​ໃນຍຸກ​ໃໝ່ ຈະ​ຖື​ການ​ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ​ເປັນ​ທິດ​ນຳ, ມີ​ເນື້ອ​ໃນຈິດ​ໃຈ​ທີ່​ອຸ​ດົມ​ສົມ​ບຸນກວ່າ​ເກົ່າ, ມີ​ເປົ້າ​ໝາຍ​ແລະ​ທິດ​ທາງ​ທີ່​ຈະ​ແຈ້ງກວ່າ​ເກົ່າ ແລະ​ມີ​ການ​ເຄື່ອນ​ໄຫວ​ແລະ​ພຶດ​ຕິ​ກຳ​ຕົວ​ຈິງ​ທີ່​ມີ​ຊີ​ວິດ​ຊີ​ວາຫຼາຍກວ່າ​ເກົ່າ. ຂະ​ໜາດ​ການ​ພັດ​ທະ​ນາ​ການ​ຮ່ວມ​ມື​ສາ​ກົນ​ຂອງ​ຈີນ​ໄດ້​ຂະ​ຫຍາຍ​ຕົວ​ຢ່າງ​ໝັ້ນ​ທ່ຽງ ແລະ​ຈະ​ໃຫ້​ບຸ​ລິ​ມະ​ສິດ​ແກ່​ປະ​ເທດ​ດ້ວຍ​ການ​ພັດ​ທະ​ນາ​ໃນອາ​ຊີ​ແລະ​ອາ​ຟຼິ​ກາ ແລະ​ປະ​ເທດ​​ພວມ​ພັດ​ທະ​ນາທີ່​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ໃຫ້ຫຼາຍກວ່າ​ເກົ່າ.

ປື້ມ​ປົກ​ຂາວ​ຍັງ​ລະ​ບຸບ​ວ່າ: ນັ​ບ​ແຕ່​ສະ​ເໜີ​ຂໍ້​ລິ​ເລີ່ມຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ເປັນ​ຕົ້ນ​ມາ, ​ຈີນ​ໄດ້​ອີງ​ຕາມ​ຄວາມ​ຕ້ອງ​ການ​​ດ້ານ​ການ​ພັດ​ທະ​ນາຂອງ​ປະ​ເທດ​ທີ່​ກ່ຽວ​ຂ້ອງ, ຕັ້ງ​ໜ້າ​ດຳ​ເນີນ​ການ​ພັດ​ທະ​ນາ​ແລະ​ການ​ຮ່ວມ​ມື, ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ໃນ​ການ​ລົງ​ເລິກ​ການ​ແລກ​ປ່ຽນ​ດ້ານ​ນະ​ໂຍ​ບາຍ, ການ​ເລັ່ງ​ລັດ​​​ຊຸກ​ຍູ້ໃຫ້​ພື້ນ​ຖານ​ໂຄງ​ລ່າງເຊື່ອມ​ຈອດ​ກັນ, ການ​ຊຸກ​ຍູ້​ໃຫ້​ການ​ຄ້າ​ມີ​ຄວາມ​ສະ​ດວກ, ການ​ຊຸກ​ຍູ້​ໃຫ້​ເງິນ​ທຶນ​ເຊື່ອມ​ໂຍງ​ເຂົ້າ​ກັນ ແລະ​ເພີ່ມ​ທະ​ວີ​ການ​ເຊື່ອມ​ສານ​ດ້ານຈິດ​ໃຈ​ຂອງ​ປະ​ຊາ​ຊົນ ເພື່ອ​ສ້າງຊ່ອງ​ທາງແລະ​ໂອ​ກາດ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຕ່າງໆ, ຊຸກ​ຍູ້​ການ​ຮ່ວມ​ກັນ​ສ້າງ  “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ດ້ວຍ​ຄຸນ​ນະ​ພາບ​ສູງ.

ປື້ມ​ປົກ​ຂາວ​ເນັ້ນ​ໜັກ​ວ່າ: ສະ​ພາບ​ພະ​ຍາດ​ໂຄວິດ-19ໄດ້​ສ້າງ​ໄພ​ຂົ່ມ​ຂູ່ອັນ​ໃຫຍ່ຫຼວງ​ໃຫ້​ແກ່​ຄວາມ​ປອດ​​ໄພ​ດ້ານ​ຊີ​ວິດ​ແລະ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ໃນ​ໂລກ, ເປັນ​ສິ່ງ​ທ້າ​ທາຍ​ອັນ​ຮ້າຍ​ແຮງ​ຕໍ່ຄວາມ​ປອດ​ໄພ​ດ້ານ​ສາ​ທາ​ລະ​ນະ​ສຸກ​ຂອງ​ໂລກ, ການ​ຜັນ​ຂະ​ຫຍາຍ​ວາ​ລະ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ເມື່ອ​ຮອດ​ປີ 2030 ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເປັນ​ໜ້າ​ອັນ​ໜັກ​ໜ່ວງ​ແລະ​ຍາວ​ໄກ. ໃນ​ອະ​ນາ​ຄົດ, ຈີນ​ຈະ​ສືບ​ຕໍ່​ຖື​ແນວ​ຄວາມ​ຄິດ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ​ເປັນ​ທິດ​ຊີ້​ນຳ, ຖື​ທັດ​ສະ​ນະ​ອັນ​ຖືກ​ຕ້ອງ​ດ່ຽວ​ກັບ​ຜົນ​ປະ​ໂຫຍດ​ແລະ​ສິນ​ທຳເປັນ​ຄ່າ​ນິ​ຍົມ, ຕັ້ງ​ໜ້າ​ດຳ​ເນີນ​ການ​ພັດ​ທະ​ນາ​ແລະ​ການ​ຮ່ວມ​ມື​ກັບ​ສາ​ກົນ​ຕາມ​ຄວາມ​ສາ​ມາດ​ຂອງ​ຕົນ, ເພີ່ມ​ພະ​ລັງ​ແຮງ​ຂອງ​ຈີນ​ເພື່ອ​ການ​ພັດ​ທະ​ນາ​ຂອງ​ໂລກ.

ຄຳ​ເຫັນ

0