尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອີ​ຣານ​ຈະ​ບໍ່​ສະ​ແຫວງ​ຫາ​ການ​ຖອນຕົວ​ອອກ​ຈາກ​ສັນ​ຍາ​ຮອບ​ດ້ານ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄ​ລຍ​​ອີ​ຣານ

2021-01-11 17:09:11 cri

ວັນ​ທີ 10 ມັງ​ກອນ​ນີ້, ທ່ານ ໂມ​ຮາ​ມັດ ບາ​ເຄີ ກາ​ລີ​ບັ​ຟ ປະ​ທາ​ນ​ລັດ​ຖະ​ສະ​ພາ​ອີ​ຣານ​ກ່າວ​ວ່າ: ອີ​ຣານ​ຈະ​ບໍ່​ສະ​ແຫວງ​ຫາ​ການ​ຖອນ​ຕົວອອກ​ຈາກ​ສັນ​ຍາ​ຮອບ​ດ້ານ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄ​ລຍ​ອີ​ຣານ, ແຕ່​ອີຣານມີ​ສິດ​ໃນ​ການ​ຢຸດ​ຕິ​ການ​ປະ​ຕິ​ບັດ​ສັນ​ຍາ​ໂດຍ​ອີງ​ຕາມ​ມາດ​ຕາ​ກ່ຽວ​ກັບ​ກົນ​ໄກ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ທີ່ໄດ້​ລະ​ບຸ​ໄວ້​ໃນ​ສັນ​ຍາ.
 

ທ່ານ ກາ​ລີ​ບັ​ຟ ກ່າວ​ວ່າ: ຖ້າ​ອີ​ຣານ​ສາ​ມາດ​ສົ່ງ​ອອກ​ນ້ຳ​ມັນ​ເຊື້ອ​ໄຟໄດ້​ຢ່າງ​ເສ​ລີ, ທະ​ນາ​ຄານ​ກາງ​ອີ​ຣານ​ກໍສາ​ມາດ​ໄດ້ຮັບ​ຜົນ​ກຳ​ໄລ​ໂດຍ​ຜ່ານ​ກົນ​ໄກ​ທາງ​ການ​ແລະ​ວິ​ສາ​ຫະ​ກິດ​ອີ​ຣານກໍສາມາດ​ດຳ​ເນີນ​ການຮ່ວມມືກັບ​ຄູ່​ຮ່ວມ​ມື​ຕ່າງ​ປະ​ເທດ​ຢ່າງ​ເປັນ​ປົກ​ກະ​ຕິ, ຈຶ່ງຖືໄດ້ວ່າການ​ຂວ້ຳ​ບາດ​​ອີ​ຣານໄດ້ຖືກຍົ​ກ​ເລີກ. ພາຍ​ໃຕ້​ສະ​ພາບ​ການ​ດັ່ງ​ກ່າວ, ອີ​ຣານຈຶ່ງ​ຈະ​ຟື້ນ​ຟູ​ການ​ປະ​ຕິ​ບັດ​ສັນ​ຍາ​ວ່າ​ດ້ວຍ​ອາ​ວຸດ​ນິວ​ເຄ​ລຍ​ອີ​ຣານ.
 

ນອກ​ນີ້, ສຳ​ນັກ​ຂ່າວ​ສານ​ເມີຂອງ​ອີ​ຣານໄດ້​ລາຍ​ງານ​ວ່າ: ທ່ານ ອາ​ຮາ​ມັດ ອາ​ມີ​ຣາ​ບາ​ດີ ຟາ​ຣາ​ຮາ​ນີ ຄະນະກຳມະການລັດ​ຖະ​ສະ​ພາ​ອີ​ຣານ​ກ່າວ​ໃນ​ວັນ​ທີ 9 ມັງ​ກອນ​ນີ້​ວ່າ: ຖ້າ​ຫາກ​ວ່າການ​ຂວ້ຳ​ບາດ​ອີ​ຣານ​ໂດຍ​ສະ​ເພາະ​ໃນ​ຂົງ​ເຂດ​ການ​ເງິນ, ການ​ທະ​ນາ​ຄານ, ນ້ຳ​ມັນ​ເຊື້ອ​ໄຟ​ແລະ​ຂົງ​ເຂດ​ອື່ນໆ​ບໍ່​ໄດ້​ຖືກ​ຍົກ​ເລີກ​ກ່ອນ​ວັນ​ທີ 21 ກຸມ​ພາ​ໜ້າ​ນີ້, ອີ​ຣານກໍ​ຈະ​ຂັບ​ໄລ່ຜູ້​ກວດ​ກາ​ຂອງ​ອົງ​ການ​ພະ​ລັງ​ງານປະ​ລະ​ມາ​ນູ​ສາ​ກົນຕາມ​ກົດ​ໝາຍ​ຂອງອີຣານ.

ຄຳ​ເຫັນ

0