尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະມາຊິກພັກປະຊາທິປະໄຕໃນສະພາຕ່ຳຂອງອາເມຣິກາຍື່ນຍັດຕິຖອດຖອນທ່່ານ ໂດໂນ ທຣຳ

2021-01-12 17:57:37 cri

ວັນທີ 11 ມັງກອນນີ້, ສະມາຊິກພັກປະຊາທິປະໄຕໃນສະພາຕ່ຳຂອງອາເມຣິກາໄດ້ຍື່ນຍັດຕິຖອດຖອນທ່່ານ ໂດໂນ ທຣຳຕໍ່ລັດຖະສະພາຢ່າງເປັນທາງການ,ແລະໄດ້ຮ້ອງຟ້ອງທ່ານ ໂດໂນ ທຣຳ ວ່າໄດ້ “ຍຸຍົງກໍ່ໃຫ້ເກີດການກະບົດ”.
 

ໃນມື້ດັ່ງກ່າວ, ສະມາຊິກພັກປະຊາທິປະໄຕທີ່ກວມທີ່ນັ່ງສ່ວນຫຼາຍໃນສະພາຕ່ຳໄດ້ຊຸກຍູ້ໃຫ້ສະພາຕ່ຳຜ່ານການຮັບຮອງຂໍ້ສະເໜີທາງການທີ່ຮຽກຮ້ອງໃຫ້ທ່ານ ໄມ ເພນສ໌ ຮອງປະທານາທິບໍດີອາເມຣິກາປົດຕຳແໜ່ງປະທານາທິບໍດີຂອງທ່ານ ໂດໂນ ທຣຳ ຕາມມາດຕາ 25 ຂອງກົດໝາຍສະບັບດັດແກ້ຂອງລັດຖະທຳມະນູນອາເມຣິກາ,ແຕ່ໄດ້ຖືກສະມາຊິກພັກສາທາລະນະຫຼືພັກຣີພັບລີຄັນຄັດຄ້ານ. ຫຼັງຈາກນັ້ນ, ສະມາຊິກພັກປະຊາທິປະໄຕໄດ້ຍື່ນຍັດຕິກ່ຽວກັບການຖອດຖອນທ່ານໂດໂນ ທຣຳ ທີ່ມີເນື້ອໃນຍາວເຖິງ 4 ໜ້າ. ຍັດຕິດັ່ງກ່າວມີພຽງແຕ່ໃນຂໍ້ໜຶ່ງໂດຍສະເໜີຖອດຖອນທ່ານ ໂດໂນ ທຣຳ  ໂດຍໄດ້ກ່າວຟ້ອງທ່ານ ໂດໂນ ທຣຳວ່າ: “ຍຸຍົງກໍໃຫ້ເກີດການກະບົດ” “ແຊກແຊງຂະບວນການ ມອບອຳນາດໂດຍສັນຕິ” ແລະອື່ນໆ.
 

ຫາງສຽງທົ່ວໄປຂອງຊາວອາເມຣິກາເຫັນວ່າ: ເຖິງວ່າສະພາຕ່ຳອາເມຣິກາຖອດຖອນທ່ານ ໂດໂນ ທຣຳພ້ອມທັງຍື່ນຍັດຕິໃຫ້ຖອດຖອນເຖິງສະພາສູງໃນທັນທີກໍຕາມ, ສະພາສູງອາເມຣິກາກໍ່ບໍ່ອາດຈະສືບສວນສອບສວນຄະດີຖອດຖອນດັ່ງກ່າວໄດ້ກ່ອນທ່ານ ໂຈ ໄບເດັນ ຈະສາບານຕົວຂຶ້ນຮັບຕຳແໜ່ງໃນວັນທີ 20​ ມັງກອນນີ້.

ຄຳ​ເຫັນ

0