蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ວິ​ສາ​ຫະ​ກິດ​ຈີນ​ແລະ​ມາ​ເລ​ເຊຍ​ເຊັນ​ສັນ​ຍາ​ຮ່ວມ​ມື​ກ່ຽວ​ກັບ​ວັກ​ຊິນພະ​ຍາດ​ໂຄວິດ-19

2021-01-13 16:13:16 CRI

ວັນ​ທີ 12 ມັງ​ກອນ​ນີ້, ບໍ​ລິ​ສັດ​ຟາ​ມາ​ເນຍ ທີ່​ເປັນ​ລັດ​ວິ​ສາ​ຫະ​ກິດ​ຜະ​ລິດ​ຢາ​ຂະ​ໜາດ​ໃຫຍ່​ຂອງ​ມາ​ເລ​ເຊຍ​  ແລະ ບໍ​ລິ​ສັດ​ຊິນ​ໂນ​ແວກ​ຂອງ​ຈີນ​ໄດ້​ເຊັນ​ສັນ​ຍາ​ຮ່ວມ​ມື​ກ່ຽວ​ກັບ​ວັກ​ຊິນ​ພະ​ຍາດ​ໂຄວິດ-19. ອີງ​ຕາມ​ສັນ​ຍາ, ບໍ​ລິ​ສັດ​ຊິນ​ໂນ​ແວກ​ຈະ​ສະ​ໜອງວັກ​ຊິນ​ພະ​ຍາດ​ໂຄວິດ-19 ໃນ​ແບບເຄິ່ງ​ສຳ​ເລັດ​ຮູບ 14 ລ້ານຫຼອດ​ໃຫ້​ມາ​ເລ​ເຊຍ​ໂດຍ​ແບ່ງ​ເປັນຫຼາຍ​ຊຸດ ເພື່ອ​ຮ່ວມ​ມື​ກັບ​ບໍ​ລິ​ສັດ​ຟາ​ມາ​ເນຍ​​ຜະ​ລິດ​ວັກ​ຊິນ​ຢູ່​ມາ​ເລ​ເຊຍຫ້​ສຳ​ເລັດ​ໃນ​ທີ່​ສຸດ.

ສອງວິ​ສາ​ຫະ​ກິດ​ໄດ້​ເຊັນ​ສັນ​ຍາ​ທາງ​ອອນ​ລາຍ. ທ່ານ​ຮາ​ຈ​ຣີ ຈາ​ມາ​ລູ​ດິນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ເຕັກ​ໂນ​ໂລ​ຊີແລະ​​ການປະ​ດິດ​ສ້າງ​ໃໝ່​ມາ​ເລ​ເຊຍ​ໄດ້​ເຂົ້າ​ຮ່ວມໃນ​ພິ​ທີ​ເຊັນ​ສັນ​ຍາ​ຢູ່​ນະ​ຄອນຫຼວງ​ກົວ​ລາ​ລຳ​ເປີ ແລະ ກ່າວ​ວ່າ: ລັດ​ຖະ​ບານ​ມາ​ເລ​ເຊຍ​ຍິນ​ດີ​ໃຫ້​ບໍ​ລິ​ສັດ​ຟາ​ມາ​ເນຍ​ ແລະ ບໍ​ລິ​ສັດ​ຊິນ​ໂນ​ແວກ​​ເຊັນ​ສັນ​ຍາ​ຮ່ວມ​ມື​​ກັນ ເຊິ່ງ​ບໍ່​ພຽງ​ແຕ່​ຊ່ວຍ​ໃຫ້​ມາ​ເລ​ເຊຍ​ສາ​ມາດ​ຈັດ​ຊື້​ວັກ​ຊິນ​ພະ​ຍາດ​ໂຄວິດ-19 ​ໄດ້​ຢ່າງ​ພຽງ​ພໍ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ຜົນ​ດີ​ຊ່ວຍ​ໃຫ້​ມາ​ເລ​ເຊຍ​ຍົກ​ລະ​ດັບ​​ການຄົ້ນ​ຄວ້າ​ຜະ​ລິດ​ວັກ​ຊິນ​ໃຫ້​ສູງ​ຂຶ້ນ. ທ່ານ​ກ່າວ​ຕື່ມ​ວ່າ: ລັດ​ຖະ​ບານ​ມາ​ເລ​ເຊຍ​ຮູ້​ສຶກ​ເພິ່ງ​ພໍ​ໃຈ​ຕໍ່​ຕົວ​ເລກ​ຂໍ້​ມູນ​ທົດ​ລອງວັກ​ຊິນ​ທາງ​ຄ​ລີ​ນິດ​ຂອງ​ບໍ​ລິ​ສັດ​ຊິນ​ໂນ​ແວກ ແລະ ຈະ​ເຊັນ​ສັນ​ຍາ​ຈັດ​ຊື້​ວັກ​ຊິນ​ກັບ​ບໍ​ລິ​ສັດ​ຊິນ​ໂນ​ແວກ​ແລະ​ບໍ​ລິ​ສັດ​ຟາ​ມາ​ເນຍ​ໃນ​ໄວໆ​ນີ້, ຫວັງ​ວ່າ: ພາກ​ສ່ວນ​ຕິດ​ຕາມ​ຄຸ້ມ​ຄອງ​ຢາ​ມາ​ເລ​ເຊຍ​ຈະ​ອະ​ນຸ​ມັດ​ການ​ນຳ​ໃຊ້​ໂດຍ​ໄວ.

ຄຳ​ເຫັນ

0