何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ຮ່ວມ​ມື​ດ້ານ​ວັກ​ຊີນ​ກາຍ​ເປັນ​ຈຸດ​ເດັ່ນ​ໃນ​ການ​ຮ່ວມ​ມື​ຕ້ານ​ພະ​ຍາດ​ໂຄວິດ-19 ລະ​ຫວ່າງ​ຈີນ ແລະ​ອິນ​ໂດ​ເນ​ເຊຍ

2021-01-18 16:15:02 CRI

ຕອນ​ເຊົ້າ​ວັນ​ທີ 14 ມັງ​ກອນ​ນີ້, ຢູ່​ນະ​ຄອນຫຼວງ​ຈາ​ກາ​ຕາ​ຂອງ​ອິນ​ໂດ​ເນ​ເຊຍ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ແລະ ພະ​ນັກ​ງານ​ການ​ແພດຫຼາຍ​ສິບ​ຄົນ​ໄດ້​ສັກ​ວັກ​ຊີນ​ຕ້ານ​ເຊື້ອ​ພະ​ຍາດ​ໂຄວິດ-19 ຫຼື Corona Vac ທີ່​ຜະ​ລິດ​ໂດຍ​ບໍ​ລິ​ສັດ​ເຕັກ​ໂນ​ໂລ​ຊີ​ຊີ​ວະ​ພາບ​ເຄີ່​ຊີ່ນຂອງ​ຈີນ. ນັບ​ແຕ່​ນີ້​ເປັນ​ຕົ້ນ​ໄປ, ອິນ​ໂດ​ເນ​ເຊຍ​ໄດ້​ເລີ່ມ​ສັກ​ວັກ​ຊີນ​ຕ້ານ​ເຊື້ອ​ພະ​ຍາດ​ໂຄວິດ-19ໂດຍ​ບໍ່​ເກັບ​ຄ່າ​ໃຫ້​ແກ່​ປະ​ຊາ​ຊົນ​ຢ່າງ​ຂະ​ໜາດ​ໃຫຍ່​ໂດຍ​ແບ່ງ​ເປັນ​ແຕ່​ລະ​ໄລ​ຍະ.

 

ອິນ​ໂດ​ເນ​ເຊຍ​ແມ່ນ​ປະ​ເທດ​ທີ່​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19ຢ່າງ​ຮ້າຍ​ແຮງ​ຢູ່​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້, ເຖິງວ່າ​ລັດ​ຖະ​ບານ ແລະ ທາງ​ສັງ​ຄົມ​ໄດ້​ໃຊ້​ມາດ​ຕະ​ການ​ຕ່າງໆ​​ແລ້ວກໍ​ຕາມ, ແຕ່​ຈຳ​ນວນ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ທີ່​ເພີ່ມ​ໃໝ່​ໃນ​ທຸກ​ມື້​ຍັງ​ຢູ່​ໃນ​ລະ​ດັບ​ສູງ. ລັດ​ຖະ​ບານ​ອິນ​ໂດ​ເນ​ເຊຍ​ໄດ້​ຖື​ເອົາ​ວັກ​ຊີນ​ເປັນ​ຄວາມ​ຫວັງ​ສຳ​ຄັນ​ໃນ​ການ​ເອົາ​ຊະ​ນະ​ພະ​ຍາດ​ໂຄວິດ-19, ແລະ​ໄດ້​ເລືອກ​ເອົາ​ຈີນ​ເປັນ​ຄູ່​ຮ່ວມ​ມື​ດ້ານ​ການ​ຄົ້ນ​ຄວ້າ​ຜະ​ລິດ​ວັກ​ຊີນ. ໃນຫຼາຍ​ເດືອນ​ຜ່ານ​ມາ​ນີ້, ການ​ຮ່ວມ​ມື​ຄົ້ນ​ຄວ້າ​ວັກ​ຊີນ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ຮັບຄວາມ​ຄືບ​ໜ້າ ແລະ ​ໄດ້​ຮັບໝາກ​ຜົນ​ຫຼາຍກວ່າ​​ລະ​ດັບ​ຄາດ​ໝາຍ​, ເຊິ່ງ​ກາຍ​ເປັນ​ຈຸດ​ເດັ່ນ​ໃນ​ການ​ຮ່ວມ​ມື​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ລະ​ຫວ່າງ​ສອງ​ປະ​ເທດ.

 

ຕອນ​ເຊົ້າ​ວັນ​ທີ 13 ມັງ​ກອນ​ນີ້, ທ່ານ​ໂຈ​ໂກ ວິ​ໂດ​ໂດ ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ​ໄດ້​ສັກ​ວັກ​ຊີນ Corona Vac​ຂອງ​ບໍ​ລິ​ສັດ​ເຄີ່​ຊິ່ນ​ຈີນ​ຢູ່​ທີ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ທີ່​ນະ​ຄອນຫຼວງ​ຈາ​ກາ​ຕາ, ເຊິ່ງ​ທ່ານ​ເປັນ​ຜູ້​ທຳ​ອິດ​ທີ່​ສັກ​ວັກ​ຊີນ​ຕ້ານ​ເຊື້​ອ​ພະ​ຍາດ​ໂຄວິດ -19 ພາຍ​ໃນ​ປະ​ເທດ​ອິນ​ໂດ​ເນ​ເຊຍ. ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຫຼັງ​ຈາກ​ການ​ສັກ​ວັກ​ຊີນ, ທ່ານ​ໂຈ​ໂກ​ກ່າວ​ວ່າ, ການ​ສັກ​ວັກ​ຊີນ​ຕ້ານ​ເຊື້​ອ​ພະ​ຍາດ​ໂຄວິດ-19 ມີ​ຄວາມ​ສຳ​ຄັນຫຼາຍ, ຈະ​ມີ​ຜົນ​ດີຫຼາຍ​ຕໍ່​ການ​ຕັດ​ຊ່ອງ​ທາງ​ການ​ແຜ່​ລະ​ບາດ​ຂອງ​ເຊື້ອ​ພະ​ຍາດ, ​ທັງ​ເປັນ​ການຮັບ​ປະ​ກັນ​ຄວາມ​ປອດ​ໄພ​ດ້ານ​ສຸ​ຂະ​ພາບ​ໃຫ້​ແກ່​ປະ​ຊາ​ຊົນ​ອິນ​ໂດ​ເນ​ເຊຍ, ທັງ​ມີ​ຜົນ​ດີ​ຕໍ່​ການ​ເລັ່ງ​ລັດ​ຂະ​ບວນ​ການ​ຟື້ນ​ຟູ​ເສດ​ຖະ​ກິດ.

 

ຄຳ​ເຫັນ

0