何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິ​ງສຳ​ຫຼວດກວດກາ​ວຽກ​ງານການ​ກະກຽ​ມງານ​ໂອລິ​ມປີກ​ລະດູ​ໜາວ ​ແລະ​ງານ​ໂອ​ລິມປີກຄົນ​ພິການ​ລະດູ​ໜາວ​ປັກ​ກິ່ງ 2022

2021-01-19 17:02:11 CRI

ທ່ານ​ສີ​ຈິ້ນ​ຜິ​ງສຳ​ຫຼວດກວດກາ​ວຽກ​ງານການ​ກະກຽ​ມງານ​ໂອລິ​ມປີກ​ລະດູ​ໜາວ ​ແລະ​ງານ​ໂອ​ລິມປີກຄົນ​ພິການ​ລະດູ​ໜາວ​ປັກ​ກິ່ງ 2022_fororder_1126996372_16109697204721n

ວັນ​ທີ 18 ມັງກອນ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່​ຄະນະ​ກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​ໄປ​ສຳ​ຫຼວດກວດກາ​ວຽກ​ງານການ​ກະກຽມ​ງານ​ໂອ​ລິມປີກ​ລະ​ດູ​ໜາວ ​ແລະ​ງານ​ໂອ​ລິມປີກ​ຄົນ​ພິການ​ລະດູ​ໜາວປັກ​ກິ່ງ 2022. ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ເດີນ​ທາງ​ໄປ​ຮອດ​ສະໜາມກິລາ​ນະຄອນຫຼວງ​ປັກ​ກິ່ງ​ທີ່​ຕັ້ງ​ຢູ່​ເມືອງ​ໄຫ​ຕ້ຽນ, ສູນສະ​ກີ​ຫິມະ​ພູ​ເຂົາແຫ່ງ​ຊາດ ​ແລະ​ສູນ​ລົດ​ຫິມະ​ແຫ່ງ​ຊາດ​ທີ່​ຕັ້ງ​ຢູ່​ເມືອງ​ຢຽນຊິ້ງນະຄອນຫຼວງ​ປັກ​ກິ່ງ ​ເພື່ອ​ຮັບ​ຮູ້​ສະພາບ​ການກ່ຽວ​ກັບ​ການ​ສ້າງ​ສະໜາມກິລາ ​ແລະ​ການ​ຝຶກຊ້ອມຂອງ​ນັກ​ກິລາ, ທ່ານ​ຍັງ​ໄດ້ຢ້ຽມຢາມ​ນັກ​ກິລາ, ຄູ​ຝຶກ, ຄະນະ​ຮັບຜິດຊອບ​ງານ​ແຂ່ງຂັນ​ເຂດ​ຢຽນຊິ້ງ ​ແລະ​ຜູ້ຕາງໜ້າບໍລິສັດ​ກໍ່ສ້າງ.

ຄຳ​ເຫັນ

0