刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມ​ຣິ​ກາ​ພະ​ຍາ​ຍາມ​ແກ່​ຍາວ​ເວ​ລາ​ຂອງ “ສົນ​ທິສັນ​ຍາ​​ວ່າ​​ດ້ວຍການຫຼຸດ​ອາ​ວຸດ​ທາງ​ຍຸດ​ທະ​ສາດສະ​ບັບ​ໃໝ່” ​ອອກໄປ​ອີກ 5 ປີ

2021-01-22 14:40:14 cri

 

ວັນ​ທີ 21 ມັງ​ກອນ​ນີ້, ທຳ​ນຽບ​ຂາວ​ອາ​ເມ​ຣິ​ກາ​ກ່າວ​ວ່າ: ອາ​ເມ​ຣິ​ກາ​ຈະ​ພະ​ຍາ​ຍາມ​ແກ່​ຍາວ​ເວ​ລາ​ຂອງ “ສົນ​ທິສັນ​ຍາ​​ວ່າ​​ດ້ວຍການຫຼຸດ​ອາ​ວຸດ​ທາງ​ຍຸດ​ທະ​ສາດ​ສະ​ບັບ​ໃໝ່” ລະ​ຫວ່າງ​ອາ​ເມ​ຣິ​ກາ​ກັບ​ຣັດ​ເຊຍ ທີ່​ຈະ​ໝົດ​ເວ​ລາ​ກຳ​ນົດ​ນັ້ນ​​ອອກໄປ​ອີກ 5 ປີ.

ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ມື້​ດຽວ​ກັນ, ທ່ານ​ເຈັນ ​ປະ​ຊາ​ກີ ​ໂຄ​ສົກ​ທຳ​ນຽບ​ຂ່າວ​ກ່າວ​ວ່າ: ທ່ານ​ໂຈ ໄບ​ເດັນ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ມີ​ຄວາມ​ເຫັນ​ມາ​ໂດຍ​ຕະຫຼອດ​ວ່າ: “ສົນ​ທິສັນ​ຍາ​​ວ່າ​ດ້ວຍການຫຼຸດ​ອາ​ວຸດ​ທາງ​ຍຸດ​ທະ​ສາດສະ​ບັບ​ໃໝ່” ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ອາ​ເມ​ຣິ​ກາ. ໃນ​ປັດ​ຈຸ​ບັນ​ອາ​ເມ​ຣິ​ກາ​ແລະ​ຣັດ​ເຊຍ​​ໄດ້ມີ​ການ​ພົວ​ພັນ​ທີ່​ເປັນ​ປໍ​ລະ​ປັກ​ກັນ, ການ​ແກ່​ຍາວ​ເວ​ລາ​ຂອງ​ສົນ​ທິ​ສັນ​ຍາ​ດັ່ງ​ກ່າວ​ຍິ່ງ​ມີ​ຄວາມ​ໝາຍ​ພົນ​ເດັ່ນ​ຂຶ້ນ.

ທ່ານ​​ປະ​ຊາ​ກີ​ກ່າວ​ຕື່ມ​ວ່າ: “ສົນ​ທິສັນ​ຍາ​​ວ່າ​ດ້ວຍການຫຼຸດ​ອາ​ວຸດ​ທາງ​ຍຸດ​ທະ​ສາດ​​ສະ​ບັບໃໝ່” ແມ່ນ​ສົນ​ທິ​ສັນ​ຍາ​ພຽງ​ສະ​ບັບດຽວ​ທີ່​ສາ​ມາດ​ຈຳ​ກັດ​ກຳ​ລັງ​ນິວ​ເຄຼຍ​ຂອງ​ຣັດ​ເຊຍ​ໃນ​ປັດ​ຈຸ​ບັນ​ໄດ້, ແມ່ນ​ເສົ້າ​ຄ້ຳ​ທີ່​​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ທາງຍຸດ​ທະ​ສາດ​ຂອງ​ສອງ​ຝ່າຍ.

ຄຳ​ເຫັນ

0