吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ບໍ່​ຍອມ​ຮັບ ແລະ ກໍ່​ບໍ່​ມີ​ເຈດ​ຕະ​ນາ​ທີ່​ຈະ​ເຊັນ​ຫຼື​ອະ​ນຸ​ມັດ “ສົນ​ທິ​ສັນ​ຍາ​ຫ້າມ​ອາ​ວຸດ​ນິວ​ເຄຼຍ”

2021-01-23 13:59:38 CRI

     ວັນ​ທີ 22 ມັງ​ກອນ​ນີ້, ຢູ່​ທີ່​ປັກ​ກິ່ງ, ໂດຍ​ແນ​ໃສ່​ບັນ​ຫາ​ກ່ຽວ​ກັບ “ສົນ​ທິ​ສັນ​ຍາ​ຫ້າມ​ອາ​ວຸດ​ນິວ​ເຄຼຍ” ມີ​ຜົນ​ສັກ​ສິດ, ທ່ານ​ນາງ​ຮ​ວ້າ​ຊຸ່ນ​ຢີງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວ​ວ່າ, ຈີນ​ບໍ່​ຍອມ​ຮັບ ແລະ ກໍ່​ບໍ່​ມີ​ເຈດ​ຕະ​ນາ​ທີ່​ຈະ​ເຊັນ ຫຼື ອະ​ນຸ​ມັດ “ສົນ​ທິ​ສັນ​ຍາ​ຫ້າມ​ອາ​ວຸດ​ນິວ​ເຄຼຍ”. ຈີນ​ກ່າວ​ເນັ້ນ​ວ່າ, ສົນ​ທິ​ສັນ​ຍາ​ດັ່ງ​ກ່າວ​ບໍ່​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ແ ລະ ກໍ​ບໍ່​ເປັນ​ກົດ​ໝາຍ​ສາ​ກົນ​ທົ່ວ​ໄປ, ບໍ່​ມີ​ຂໍ້​ຜູກ​ພັນ​ທາງ​ດ້ານ​ກົດ​ໝາຍ​ຕໍ່​ປະ​ເທດ​ທີ່​ບໍ່​ໄດ້​ເຊັນ​ສັນ​ຍາ.

 

      ໃນ​ເວ​ລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ, ທ່ານ​ນາງ​ຮ​ວ້າ​ຊຸ່ນ​ຢີງ​ຊີ້​ອອກວ່າ, ຈີນ​ເຂົ້າ​ໃຈ​ຄວາມ​ປາ​ຖະ​ໜາ ແລະ ຄວາມ​ຮຽກ​ຮ້ອງ​ຂອງ​ປະ​ເທດ​ທີ່​ບໍ່​ມີ​ອາ​ວຸດ​ນິວ​ເຄຼຍ​ໃນ​ການ​ຊຸກ​ຍູ້​ຂະ​ບວນ​ການ​ຫຼຸດ​ກຳ​ລັງ​ຣົບ​ນິວ​ເຄຼຍ. ນັບ​ແຕ່​ມື້​ທຳ​ອິດ​ທີ່​ອາ​ວຸດ​ນິ​ວ​ເຄຼຍ​ຂອງ​ຕົນ, ຈີນ​ກໍ່​ໄດ້​ຕັ້ງ​ໜ້າ​ລິ​ເລິ່ມ​ໃຫ້​ຫ້າມ​ໃຊ້​ອາ​ວຸດ​ນິວ​ເຄຼຍ​ຢ່າງ​ຮອບ​ດ້ານ ແລະ ທຳ​ລາຍ​ອາ​ວຸດ​ນິວ​ເຄຼຍ​ຢ່າງ​ເຖິງ​ຖອງ, ຈີນ​ໂຄ​ລົບ​ຕໍ່​ການ​ບໍ່​ໃຊ້​ອາ​ວຸດ​ນິວ​ເຄຼຍ​ກ່ອນ​ເຊິ່ງ​ບໍ່​ວ່າ​ໃນ​ເວ​ລາ​ໃດໆ ແລະ ພາຍ​ໃຕ້​ສະ​ພາບ​ການ​ໃດ​ໆ​ມາ​ໂດຍ​ຕະ​ຫຼອດ, ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຢ່າງ​ໜັກ​ແໜ້ນ​ວ່າ​ບໍ່​ໃຊ້ ຫຼື ຂົ່ມ​ຂູ່​ໃຊ້​ອາ​ວຸດ​ນິວ​ເຄຼຍ​ຕໍ່​ປະ​ເທດ​ທີ່​ບໍ່​ມີ​ອາ​ວຸດ​ນິວ​ເຄຼຍ ແລະ ເຂດ​ແຄວ້ນ​ທີ່​ບໍ່​ມີ​ອາ​ວຸດ​ນິວ​ເຄຼຍ​ໂດຍ​ບໍ່​ມີ​ເງື່ອນ​ໄຂ ແລະ ຮັກ​ສາ​ກຳ​ລັງ​ອາ​ວຸດ​ນິວ​ເຄຼຍ​ຢູ່​ໃນ​ລະ​ດັບ​ຕ່ຳ​ສຸດ ເຊິ່ງ​ເປັນ​ພຽງ​ຄວາມ​ຕ້ອງ​ການ​ເພື່ອ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ຂອງ​ປະ​ເທດ​ຕົນ​ມາ​ໂດຍ​ຕະ​ຫຼອດ. ນີ້​ແມ່ນ​ນະ​ໂຍ​ບາຍ​ພື້ນ​ຖານ​ທີ່​ລັດ​ຖະ​ບານ​ຈີນ​ໄດ້​ປະ​ຕິ​ບັດ​ໂດຍ​ຕະ​ຫຼອດ​ມາ.


     ພ້ອມ​ກັນ​ນັ້ນ, ຈີນ​ເຫັນ​ວ່າ, ຂະ​ບວນ​ການ​ຫຼຸດ​ກຳ​ລັງ​ຮົ​ບ​ນິວ​ເຄຼຍ​ບໍ່​ຄວນ​ຫ່າງ​ເຫີນ​ຈາກ​ຄວາມ​ຈິງ​ຂອງ​ຄວາມ​ໝັ້ນ​ຄົງ​ໃນ​ສາ​ກົນ, ຕ້ອງ​ເຄົາ​ລົບ ແລະ ປະ​ຕິ​ບັດ​ຕາມ​ຫຼັກ​ການ “ຮັກ​ສາ​ຄວາມ​ໝັ້ນ​ຄົງ​ທາງ​ຍຸດ​ທະ​ສາດ​ໃນ​ໂລກ” ແລະ “ບໍ່​ສ້າງ​ຜົນ​ເສຍ​ຫາຍ​ຕໍ່​ຄວາມ​ໝັ້ນ​ຄົງ​ຂອງ​ປະ​ເທດ​ຕ່າງໆ”, ຊຸກ​ຍູ້​ໃຫ້​ຄ່ອຍໆ​ດຳ​ເນີນ​ໄປ​ເທື່ອ​ລະ​ກ້າວ. ຂະ​ບວນ​ການ​ທີ່​ກ່ຽວ​ຂ້ອງ​ຕ້ອງ​ຍຶດ​ໝັ້ນ​ຫຼັກ​ການ​ທີ່​ປຶກ​ສາ​ຫາ​ລື​ເປັນ​ເອ​ກະ​ສັນ​ກັນ ແລະ ດຳ​ເນີນ​ໄປ​ພາຍ​ໃຕ​ກົນ​ໄກ​ການ​ຫຼຸດ​ກຳ​ລັງ​ຮົບ ແລະ ການ​ປ້ອງ​ກັນ​ບໍ່​ໃຫ້​ແຜ່​ຜາຍ​ໃນ​ສາ​ກົນ​ທີ່​ມີ​ຢູ່​ໃນ​ປັດ​ຈຸ​ບັນ.

ຄຳ​ເຫັນ

0