黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອັງ​ກິດ​ປະ​ຕິ​ເສດອະ​ນຸ​ມັດ​ຖາ​ນະ​ການ​ທູດ​ສົມ​ບູນ​ໃຫ້​ແກ່​ເຈົ້າ​ໜ້າ​ທີ່ການ​ທູດ​ສະ​ຫະ​ພາບ​ເອີ​ຣົບ

2021-01-24 15:17:05 cri

​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ອັງ​ກິດ​ຫຼື BBC ລານ​ງານ​ໃນ​ວັນ​ທີ 21 ມັງ​ກອນ​ນີ້​ວ່າ, ​ປັດ​ຈຸ​ບັນ, ອັງ​ກິດ​ອະ​ນຸ​ມັດ​ຖາ​ນະ​ການ​ທູດ​ສົມ​ບູນ​ໃຫ້​ແກ່​ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ພາບ​ເອີ​ຣົບ​ປະ​ຈຳ​​ນະ​ຄອນຫຼວງລອນ​ດອນ, ສົ່ງ​ຜົນ​ເຮັດ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ອັງ​ກິດ​ກັບ​ສະ​ຫະ​ພາບ​ເອີ​ຣົບ​ເກີດ​ຄວາມ​ຂັດ​ແຍ້ງ​ກັນ​ອີກ​ຄັ້ງ​ໜຶ່ງ.

ຂ່າວ​ແຈ້ງວ່າ​, ກະ​ຊ​ວງ​ການ​ຕ່າງ​ປະ​ເທດ​ອັງ​ກິດ​ບໍ່​ຍອມອະ​ນຸ​ມັດຖາ​ນະ​ການ​ທູດ​​ສົມ​ບູນ​ໃຫ້​ແກ່​ທ່ານ​ໂຈ​ອາວ ວະ​ເລ ເຕີ​ອາ​ເມ​ດາ ເອ​ກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ພາບ​ເອີ​ຣົບ​ປະ​ຈຳ​ອັງ​ກິດ​ພ້ອມ​ດ້ວຍ​ຄະ​ນະ, ພຽງ​ຖື​ທ່ານ​ເປັນ​ຜູ້​ຕາງ​ໜ້າ​ຂອງ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ. ສາ​ເຫດ​ຂອງ​ອັງ​ກິດ​ກໍ​ຄື, ສະ​ຫະ​ພາບ​ເອີ​ຣົບ​ບໍ່​ແມ່ນ​ປະ​ເທດອະ​ທິ​ປະ​ໄຕ.

ທ່ານ​ໂຈ​ເຊັບ ໂບ​ເຣ​ລີ ຜູ້​ຕາງ​ໜ້າ​ຊັ້ນ​ສູງວຽກ​ງານ​ການ​ທູດ​ຂອງ​ສະ​ຫະ​ພາບ​ເອີ​ຣົບ​ໄດ້​ສົ່ງ​ຈົດ​ໝາຍ​ໄປ​ຍັງ​ທ່ານ​ລາ​ບູ ລັດ​ຖະ​ມົນ​ຕີ​ກະ​ຊວ​ງ​ການ​ຕ່າງ​ປະ​ເທດ​ອັງ​ກິດ​ກ່ຽວ​ກັບ​ເລື່ອງ​ນີ້, ແລະ​ໄດ້​ສະ​ແດງ​ “ຄວາມ​ບໍ່​ພໍ​ໃຈ​ຢ່າງ​ຮຸ​ນ​ແຮງ”. ທ່ານ​ໂບ​ເຣ​ລີ ກ່າວ​ວ່າ, ການ​ຈັດ​ວາງ​ແບບນີ້​ທັງ​ບໍ່​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຖາ​ນະ​ພິ​ເສດ​ຂອງ​ສະ​ຫະ​ພາບ​ເອີ​ຣົບ, ທັງ​ບໍ່​ໄດ້​​ໃຫ້​ຄຳ​ຕອບ​ຕໍ່​ການ​ພົວ​ພັນ​ລະ​ຫວ່າງ​ສະ​ຫະ​ພາບ​ເອີ​ຣົບ​ກັບ​ອັງ​ກິດ​ໃນ​ອະ​ນາ​ຄົດ.

ຂ່າວ​ແຈ້ງອີກວ່າ, ສະ​ຫະ​ພາບ​ເອີ​ຣົບ​ໄດ້​ແຕ່ງ​ຕັ້ງ​ຄະ​ນະ​ຜູ້​ແທນ​​ໄປ​ປະ​ຈຳຢູ່ 140 ກວ່າ​ປະ​ເທດ​ໃນ​ໂລກ, ຖາ​ນະ​ເທົ່າ​ກັບ​ຄະ​ນະ​ເຈົ້າ​ໜ້າ​ທີ່​ການ​ທູດ. ປັດ​ຈຸ​ບັນ, ຄະ​ນະ​ຜູ້​ແທນ​ເຫຼົ່າ​ນີ້​ລ້​ວນ​ແຕ່​​ມີ​ຖາ​ນະ​ການ​ທູດ​ທີ່​ສົມ​ບູນ ນອກ​ຈາກ​ຄະ​ນະ​ຜູ້​ແທນ​ປະ​ຈຳ​ຢູ່ອັງ​ກິດ.

ຄຳ​ເຫັນ

0