尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ລິ​ມານ​ການມອບ​ໝາຍ​ລິ​ຂະ​ສິດ​ດ້ານ​ການ​ປະ​ດິດ​ສ້າງ​ຂອງ​ຈີນ​ໃນ​ປີ 2020 ເພີ່ມ​ຂຶ້ນ 17,1%

2021-01-24 16:15:48 cri

ອົງ​ການ​​ຊັບ​ສິນ​ທາງ​ປັນ​ຍາ​ແຫ່ງ​ຊາດ​ຈີນ​ໄດ້​ຈັດກອງ​ປະ​ຊຸ​ມ​ຖະ​ແຫຼງ​ຂ່າວ​​ໃນ​ວັນ​ທີ 22 ມັງ​ກອນ​ນີ້​ໂດຍ​ແຈ້ງ​ໃຫ້​ຮູ້​ວ່າ: ປີ 2020, ຕົວ​ເລກ​ດັດ​ຊະ​ນີ​ດ້ານ​​ຊັບ​ສິນ​ທາງ​ປັນ​ຍາ​ທີ່​ສຳ​ຄັນ​ຂອງ​ຈີນ​ສອດ​ຄ່ອງ​ກັບ​ຄາດ​ໝາຍ, ການ​ພັດ​ທະ​ນາ​ດ້ານ​ວຽກ​ງານ​​ຊັບ​ສິນ​ທາງ​ປັນ​ຍາ​ໄດ້​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່ອີກ.
 

ປີ 2020, ປະ​ລິ​ມານ​ການມອບ​ໝາຍ​ລິ​ຂະ​ສິດ​ດ້ານ​ການ​ປະ​ດິດ​ສ້າງ​ຂອງ​ຈີນ​ມີ​ເຖິງ 5,3 ແສນ​ສະ​ບັບ​, ເພີ່ມ​ຂຶ້ນ 17,1% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງປີ 2019; ໂຄງ​ປະ​ກອບ​ລິ​ຂະ​ສິດ​ດ້ານ​ການ​ປະ​ດິດ​ສ້າງ​ພາຍ​ໃນ​ປະ​ເທດ​ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ດີ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ​ແລະ​ຄຸນ​ນະ​ພາບ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ຕື່ມ​ອີກ. ນັບ​ມາ​ຮອດ​ທ້າຍ​ປີ 2020, ໃນ​ລິ​ຂະ​ສິດ​ດ້ານ​ການ​ປະ​ດິດ​ສ້າງ​ທີ່​ມີ​ຜົນ​ສັກ​ສິດ​ພາຍ​ໃນ​ປະ​ເທດ​ຈີນ, ມີ 2,81 ແສນ​ສະ​ບັບ​ໄດ້​ຮັກ​ສາ​ອາ​ຍຸການ​ນຳ​ໃຊ້​ຫຼາຍກວ່າ 10 ປີ, ກວມ​ຍອດ​ປະ​ລິ​ມານ 12,3%, ເພີ່ມ​ຂຶ້ນ 1% ເມື່ອ​ທຽບ​ໃສ່​ປີ 2019.  ຖາ​ນະ​ຕົ້ນ​ຕໍ​ດ້ານ​ການ​ປະ​ດິດ​ສ້າງ​ຂອງວິ​ສາ​ຫະ​ກິດ​ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ດີ​ຂຶ້ນ​ຕື່ມ​ອີກ, ວິ​ສາ​ຫະ​ກິດ​ທີ່​ມີ​ລິ​ຂະ​ສິດ​ດ້ານ​ການ​ປະ​ດິດ​ສ້າງ​ທີ່​ມີ​ຜົນ​ສັກ​ສິດ​ພາຍ​ໃນ​ປະ​ເທດ​ມີ​ເຖິງ 2,46 ແສນ​ແຫ່ງ, ເພີ່ມ​ຂຶ້ນ 3,3 ໝື່ນ​ແຫ່ງ​ເມື່ອ​ທຽບ​ໃສ່​ປີ 2019. ໃນ​ນັ້ນ, ວິ​ສາ​ຫະ​ກິດ​ເຕັກ​ໂນ​ໂລ​ຊີ​ໃໝ່​ແລະ​ກ້າວ​ໜ້າ​ມີ​ເຖິງ 1,05 ແສນ​ແຫ່ງ, ມີ​ລິ​ຂະ​ສິດ​ດ້ານ​ການ​ປະ​ດິດ​ສ້າງ​ທີ່​ມີ​ຜົນ​ສັກ​ສິດ 9,22 ​ແສນສະ​ບັບ, ກວມ​ເກືອບ 60% ຂອງ​ປະ​ລິ​ມານ​ການ​ມີ​ລິ​ຂະ​ສິດ​ດ້ານ​ການ​ປະ​ດິດ​ສ້າງ​ທີ່​ມີ​ຜົນ​ສັກ​ສິດ​ຂອງວິ​ສາ​ຫະ​ກິດ​ພາຍ​ໃນ​ປະ​ເທດ.

ຄຳ​ເຫັນ

0