黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຮອດ​ປີ 2025 ໄລ​ຍະ​ທາງເສັ້ນທາ​ງ​ປະ​ເພດມີ​ລາງທີ່​ເປີດ​ນຳ​ໃຊ້ຂອງນະ​ຄອນຫຼວງ​ປັກ​ກິ່ງ​ຈະ​ມີເຖິງ 1.600 ກິ​ໂລ​ແມັດ

2021-01-24 15:16:31 cri

​ວັນ​ທີ 23 ມັງ​ກອນ​ນີ້, ກອງ​ປະ​ຊຸມ​ສອງ​ສະ​ພາ​ຂອງ​​ນະ​ຄອນຫຼງງປັກ​ກິ່ງ​ທີ່ພວມ​ຈັດ​ຂຶ້ນ​ແຈ້ງ​ຂ່າວ​ວ່າ: ຮອດ​ປີ 2025, ໄລ​ຍະ​ທາງເສັ້ນທາ​ງ​ປະ​ເພດ​ມີ​ລາງ​ທີ່​ເປີດ​ນຳ​ໃຊ້ຂອງ​ນະ​ຄອນ​ຫຼວງປັກ​ກິ່ງ​ຄາດ​ວ່າ​ຈະ​ບັນ​ລຸ​ເຖິງ 1600 ກິ​ໂລ​ແມັນ​, ​ອັດ​ຕາ​ອອກ​ເດີນ​ທາງ​ດ້ວຍເສັ້ນທາ​ງ​ປະ​ເພດ​ມີລາງ​ໃນລະ​ບົບ​ຄົມ​ມະ​ນາ​ຄົມ​ສາ​ທາ​ລະ​ນະ​​ຈະ​ເພີ່ມ​ຂຶ້ນ​ເປັນ 56%.

ຂ່າວ​ແຈ້ງວ່າ, ໃນ​ແຜນ​ພັດ​ທະ​ນາເສດ​ຖະ​ກິດ​ສັງ​ຄົມ​ແຫ່ງ​ຊາດ​ໄລ​ຍະ 5 ປີ​ຄັ້ງ​ທີ 13, ໄລ​ຍະ​ທາງເສັ້ນທາ​ງປະ​ເພດ​ມີ​ລາງ​ທີ່​ເປີດ​ນຳ​ໃຊ້ຂອງ​ປັກ​ກິ່ງ​ໄດ້​ບັນ​ລຸ​ເຖິງ 727 ກິ​ໂລ​ແມັດ, ທາງ​ລົດ​ໄຟ​ລະ​ຫວ່າງ​ໃຈ​ກາງ​ເມືອງ​ແລະ​ຊານ​ເມືອງ​ໄດ້​ເປີດ​ນຳ​ໃຊ້​ໃໝ່ປະ​ມານ 400 ກິ​ໂລ​ແມັດ. ຮອດ​ໄລ​ຍະ​ທ້າຍ​ຂອງແຜນ​ພັດ​ທະ​ນາເສດ​ຖະ​ກິດ​ສັງ​ຄົມ​ແຫ່ງ​ຊາດ​ໄລ​ຍະ 5 ປີ​ຄັ້ງ​ທີ 13, ເສັ້ນທາ​ງຄົມມະນາຄົມ​​ປະ​ເພດ​ມີ​ລາງຂອງ​ປັກ​ກິ່ງ​ໄດ້​ຂົ​ນ​ສົ່ງ​ຜູ້​ໂດຍ​ສານ​ສະ​ເລ່ຍ​ແລ້ວ​ຫຼາຍກວ່າ 10 ລ້ານ​ເທື່ອ​ຄົນ​ຕໍ່ວັນ.

ບັນ​ຊີ​ວຽກ​ງານ​ຈຸດ​ສຸມ​ໃນ​ປີ 2021 ຂອງ​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໄດ້​ສະ​ເໜີ​ວ່າ: ປີ​ນີ້, ປັກ​ກິ່ງ​ຈະ​ເປີດ​ນຳ​ໃຊ້​ເສັ້ນ​ທາງ​ປະ​ເພດມີ​ລາງໃໝ່ 7 ສາຍ​ເຊັ່ນ ​ຕອນ​ກາງ​ຂອງ​ທາງ​ລົດ​ໄຟ​ໃຕ້​ຕິນ​ສາຍ 14 ແລະ​ອື່ນໆ, ໄລ​ຍະ​​ເສັ້ນ​ທາງ​ປະ​ເພດ​ມີລາງ​ທີ່​ເປີດ​ນຳ​ໃຊ້​ໃໝ່​ຈະ​ບັນ​ລຸ​ເຖິງ 54 ກິ​ໂລ​ແມັດ, ລວມຍອດ​ໄລ​ຍະ​​ເສັ້ນ​ທາງ​ປະ​ເພດ​ມີ​ລາງ​ໃນ​ຕົວ​ເມືອງ​ບັນ​ລຸ​ເຖິງ 781 ກິ​ໂລ​ແມັດ.

ຄຳ​ເຫັນ

0