蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ພັນ​ລະ​ຍາ​ຂອງ​ທ່ານ​ນາ​ຈິບ​ຕ້ອງ​ໄປ​​ແກ້​ໄຂ​ຄະ​ດີ​ໃນ​ສານ

2021-02-19 15:24:47 CRI

ໜັງ​ສື​ພິມ​ບົວ​ລະ​ພາ​ລາຍ​ວັນ​ຂອງ​ມາ​ເລ​ເຊຍ​ໄດ້​ລາຍ​ງານ​ວ່າ: ວັນ​ທີ 18 ກຸມ​ພາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ສານ​ຂັ້ນ​ສູງ​​ຂອງມາ​ເລ​ເຊຍ​ໄດ້​ຕັດ​ສິນ​ວ່າ: ທ່ານ​ນາງ​ໂຣ​ສ​ມາ ມານ​ຊໍ ພັນ​ລະ​ຍາ​ຂອງ​ທ່ານ​ນາ​ຈິບ ຕຸນ ຣາ​ຊັກ ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ​ຖືກ​ກ່າວ​ຫາ​ວ່າ​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ການ​ຂໍ​ສິນ​ບົນ​ລາຍ​ການ​ໜຶ່ງ ແລະ ຮັບ​ສິນ​ບົນ​ສອງ​ລາຍ​ການ, ​ດັ່ງ​ນັ້ນ​ສານ​ຈິ່ງ​ໄດ້ອອກ​ຄຳ​ສັ່ງ​ໃຫ້​ມາ​ແກ້​ໄຂ​ຄະ​ດີໃນ​ສານ.

ກ່ອນ​ໜ້າ​ມີ​ຂ່າວ​ລາຍ​ງານ​ວ່າ: ຖ້າ​ສານ​ຢືນ​ຢັນ​​ຄຳ​ຕັດ​ສິນໂທດ​ດັ່ງ​ກ່າວ​ແລ້ວ, ທ່ານ​ນາງ​ໂຣ​ສ​ມາ ມານ​ຊໍອາດ​ຈະ​ຖືກ​ຕັດ​ສິນ​​ຈຳຄຸກ​ບໍ່​ກາຍ 20 ປີ ແລະ ຈະ​ຖືກ​ປັບ​​ໃໝ​​ບໍ່​ໜ້ອຍກວ່າ 5 ເທົ່າ​ຂອງ​ເງິນ​ສິນ​ບົນ ຫຼື 1 ໝື່ນ​ລິງກິດ.

ຄຳ​ເຫັນ

0