蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ນາງ​ຮ​ວ້າ​ຊຸນ​ຢິງ​​ຕັ້ງ 3 ຄຳ​ຖາມ​ເພື່ອ​ຕອບ​ໂຕ້​ຄຳ​ກ່າວ​ຫາ​ຂອງ​ອາ​ເມ​ຣິ​ກາ​ແລະ​ອັງ​ກິດ

2021-02-19 10:40:34 CRI

ໂດຍ​ແນ​ໃສ່​ກໍ​ລະ​ນີ​ທີ່​ເຈົ້າ​ໜ້າ​ທີ່​ອາ​ເມ​ຣິ​ກາ​ແລະ​ອັງ​ກິດ​ກ່າວ​ສົງ​ໄສ​ຕໍ່ບົດ​ລາຍ​ງານ​ທີ່​ເປັນ​ອິດ​ສະ​ຫຼະ​ຂອງ​ໜ່ວຍ​ຜູ້​ຊ່ຽວ​ຊານ​ອົງ​ການ​ອະ​ນາ​ໄມ​ໂລກ ຫຼື WHO, ວັນ​ທີ 18 ກຸມ​ພາ​ນີ້, ທ່ານ​ນາງ​ຮ​ວ້າ​ຊຸນ​ຢິງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ຖາມ​ອາ​ເມ​ຣິ​ກາ​ 3 ຄຳ​ຖາມວ່າ: ຝ່າຍ​ອາ​ເມ​ຣິ​ກາ​ຈະ​ສາ​ມາດ​ສະ​ໜອງ​ຂໍ້​ມູນ​ທີ່​ເປັນ​ຕົ້ນ​ສະ​ບັບ​ທັງ​ໝົດ​ໄດ້ຫຼື​ບໍ່? ຝ່າຍ​ອາ​ເມ​ຣິ​ກາ​ຈະ​ສາ​ມາດ​ດຳ​ເນີນ​ການ​ຮ່ວມ​ມື​ຢ່າງ​ເຕັມ​ສ່ວນ​ແລະ​ຮອບ​ດ້ານ​ກັບ WHO ​ໄດ້ຫຼື​ບໍ່?ຝ່າຍ​ອາ​ເມ​ຣິ​ກາ​ຈະ​ສາ​ມາດ​ເຊື້ອ​ເຊີນ​ຜູ້​ຊ່ຽວ​ຊານ WHO ໄປ​ດຳ​ເນີນ​ການ​ສຳຫຼວດ​ຄົ້ນ​​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ ແລະ ສະຫຼຸບ​ເປັນ​ບົດ​ລາຍ​ງານທີ່​ເປັນ​ອິດ​ສະຫຼະ​​ຢູ່​ອາ​ເມ​ຣິ​ກາ ​ໄດ້ຫຼື​ບໍ່?

3 ຄຳ​ຖາມ​ດັ່ງ​ກ່າວ, ພວກ​ເຮົາ​ຄາດ​ຄະ​ເນ​ວ່າ​ຈະ​ບໍ່​​ໄດ້​ຮັບ​ຄຳ​ຕອບ, ຍ້ອນ​ວ່າ​ແຕ່​ຕົ້ນ​ຕະຫຼອດ​ປາຍ, ນັກ​ການ​ເມືອງ​ຈຳ​ນວນ​ໜຶ່ງ​ຂອງ​ຕາ​ເວັນ​ຕົກ​ມີ​ແຕ່​ຈຸດ​ປະ​ສົງ​ຢ່າງ​ດຽວ, ນັ້ນ​ກໍ​ຄື​ຫວັງ​ຢາກ​ລົບ​ກວນ​ຜົນ​ການ​ສຳຫຼວດ​ທີ່​ເປັນ​ອິ​ດ​ສະຫຼ​ະ​ເທົ່າ​ນັ້ນ.

ໃນ​ການ​ຄົ້ນ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໃນ​ຂອບ​ເຂດ​ທົ່ວ​ໂລກ, ຈີນ​ໄດ້​​ປະ​ຕິ​ບັດ​ບາດ​ກ້າວ​ທຳ​ອິດ​ຂອງ​ຕົນ​ແລ້ວ, ​ໄດ້​ດຳ​ເນີນ​ການ​ຮ່ວມ​ມື​ກັບ WHO ບົນຈິດ​ໃຈ​ເປີດ​ເຜີຍ​ແລະ​ໂປ່ງ​ໃສ, ນີ້​ຈິ່ງ​ແມ່ນ​ຈິດ​ໃຈ​ວິ​ທະ​ຍາ​ສາດ ແລະ ຈິດ​ໃຈ​ວິ​ຊາ​ການ. ຈີນ​ບໍ່​​ຫົວ​ຊານຳ​ສື່ມວນ​ຊົນ​ຕາ​ເວັນ​ຕົກ​​ທີ່​ມັກ​ກ່າວ​ຄຳ​ສົງ​ໄສ​ຕໍ່​ການ​ຄົ້ນ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ, ແຕ່​ວຽກ​ງານ​ດັ່ງ​ກ່າວ​ຕ້ອງ​ປະ​ຕິ​ບັດ​ຢູ່​ບົນ​ພື້ນ​ຖານ​ສະ​ພາບ​ຄວາມ​ເປັນ​ຈິງ. ສື່ມວນ​ຊົນ​ຕາ​ເວັນ​ຕົກ​ບ່າງ​ແຫ່ງ​ໄດ້​ເສກ​ສັນ​ປັ້ນ​ແຕ່ງ​ຂ່າວ​ລື ບົນ​ພື້ນ​ຖານ​ທີ່​ວ່າ “ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ຕ້ອງ​ເກີດ​ຂຶ້ນ​ຢູ່​ຈີນເທົ່າ​ນັ້ນ”, ​ທັງຕີ​ຄວາມໝາຍ​​ຜິດ​ພາດ​ຕໍ່​ບົດ​ລາຍ​ງານ​ທີ່​ເປັນ​ອິດ​ສະຫຼະ​, ມີ​ເຈດ​ຕະ​ນາ​ສ້າງ​ຄວາມ​ກົດ​ດັນ​ໃຫ້​ກັບ​ການ​ສຳຫຼວດ​ທີ່​ເປັນ​ອິດ​ສະຫຼະ​ ເພື່ອ​ຖິ້ມ​ໂທດ​ໃສ່​ຈີນ, ​ການ​ເຮັດ​ແບບ​ນີ້ມີ​ແຕ່​ຈະ​ເຮັດ​ໃຫ້​ຄົນ​ທັງຫຼາຍ​ຮູ້​ສຶກຢາກ​ຫົວ​ຂວັນເທົ່າ​ນັ້ນ.

ຄຳ​ເຫັນ

0