莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

CRIປະຈໍາລາວມອບປຶ້ມສອງພາສາລາວ-ຈີນໃຫ້ແກ່ສູນວັດທະນະທໍາຈີນປະຈໍາລາວ

2021-02-20 20:38:30 CRI

CRIປະຈໍາລາວມອບປຶ້ມສອງພາສາລາວ-ຈີນໃຫ້ແກ່ສູນວັດທະນະທໍາຈີນປະຈໍາລາວ_fororder_111

ເພື່ອເປັນການເພີ່ມທະວີການແລກປ່ຽນທາງດ້ານວັດທະນະທໍາກໍ່ຄືປະກອບສ່ວນປຶ້ມເຂົ້າໃນຫ້ອງສະໝຸດຂອງສູນວັດທະນະທໍາຈີນປະຈໍາລາວໃຫ້ມີຄວາມອຸດົມສົມບູນກວ່າເກົ່າ, ໃນວັນທີ 20 ກຸມພານີ້ ທີ່ສູນວັດທະນະທໍາຈີນປະຈໍາລາວ ໄດ້ມີການມອບ-ຮັບປຶ້ມ 5 ເຫຼັ້ມ 2 ພາສາ ລາວ-ຈີນພາຍໃຕ້ຫົວຂໍ້ “ເປີດປະຕູ່ສູ່ປະເທດຈີນ” ຕາງໜ້າມອບໂດຍທ່ານນາງ ແສງແກ້ວ ຫົວໜ້າວິທະຍາສາກົນແຫ່ງປະເທດຈີນ CRI ປະຈໍາລາວ ແລະຕາງໜ້າຮັບໂດຍທ່ານນາງ ຫຼີຢີຜິງ ຫົວໜ້າສູນວັດທະນະທໍາຈີນປະຈໍາລາວຄົນໃໝ່.

CRIປະຈໍາລາວມອບປຶ້ມສອງພາສາລາວ-ຈີນໃຫ້ແກ່ສູນວັດທະນະທໍາຈີນປະຈໍາລາວ_fororder_微信图片_20210220191239_副本

    ປຶ້ມ 5 ເຫຼັ້ມດັ່ງກ່າວປະກອບມີ: ຮູ້ຮອບຈີນ, ສັງຮວມຄໍາສັບ ສໍານວນໂຕງໂຕຍ ສຸພາສິດຈີນ-ລາວ ລາວ-ຈີນ, 36 ກົນລະຍຸດ, ກະວີເພື່ອເຈົ້າ-ບົດກະວີຈີນສະໄໝປັດຈຸບັນຮ້ອຍບົດ ແລະຄໍາສໍາຄັນເພື່ອເຂົ້າໃຈປະເທດຈີນ ເຊິ່ງເປັນຜົນງານການຮ່ວມມືລະຫວ່າງ CRI ປະຈໍາລາວ ແລະສະມາຄົມນັກປະພັນລາວ ໄດ້ຈັດພິມເປັນ 2 ພາລາ ຄື: ພາສາລາວ-ຈີນ. ປຶ້ມ 5 ເຫຼັ້ມນີ້ເປັນບົດວັນນະກໍາທີ່ດີເດັ່ນຂອງຈີນ ເຊິ່ງເປັນປະໂຫຍດໃຫ້ຄວາມຮູ້ສະຕິປັນຍາທີ່ດີຕໍ່ຜູ້ອ່ານ ແລະເປັນຂໍ້ມູນທີ່ດີໃນການເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນລະຫວ່າງລາວ-ຈີນນໍາອີກ.

CRIປະຈໍາລາວມອບປຶ້ມສອງພາສາລາວ-ຈີນໃຫ້ແກ່ສູນວັດທະນະທໍາຈີນປະຈໍາລາວ_fororder_微信图片_20210220191353_副本

ສ່ວນລາຍລະອຽດຂອງປຶ້ມແຕ່ລະເຫຼັ້ມມີດັ່ງລຸ່ມນີ້:

ປຶ້ມ“ຮູ້ຮອບຈີນ” ເປັນປຶ້ມສາລານຸກົມກ່ຽວກັບປະເທດຈີນ ເຊິ່ງໄດ້ກວມລວມເອົາສະພາບໂດຍຫຍໍ້ ຂອງປະເທດຈີນຢ່າງເປັນລະບົບ, ຜູ້ອ່ານສາມາດເຂົ້າໃຈປະເທດຈີນໄດ້ຢ່າງລະອຽດ ແລະ ຕິດແທດຕົວຈິງ.

ປຶ້ມ “ກະວີເພື່ອເຈົ້າ-ບົດກະວີຈີນສະໄໝປັດຈຸບັນຮ້ອຍບົດ” ໄດ້ເລືອກເອົາບົດກະວີສະໄໝປັດຈຸບັນ ທີ່ດີເດັ່ນຂອງຈີນທັງໝົດ 100 ບົດ ເຊິ່ງມີເນື້ອໃນທີ່ຫຼາກຫຼາຍ,  ໂດຍສະເພາະແມ່ນສ່ອງແສງໃຫ້ເຫັນເຖິງ ຈິດໃຈທີ່ອຸດົມສົມບູນຂອງຊາວຈີນ.

ປຶ້ມ “36 ກົນລະຍຸດ” ໝາຍເຖິງຍຸດທະວິທີ 36 ຮູບແບບ ເຊິ່ງເປັນຕໍາລາພິໄຊສົງຄາມ ທີ່ສະຫຼຸບຈາກປະສົບການຕໍ່ສູ້ທີ່ຫຼາກຫຼາຍ ແລະ ເປັນແນວຄິດດ້ານຍຸດທະການໃນສະໄໝບູຮານຂອງຈີນ. ໃນສັງຄົມປັດຈຸບັນ ກໍສາມາດຖອດຖອນບົດຮຽນ ແລະ ນໍາມາເປັນແນວທາງປະຕິບັດໄດ້ຢ່າງມີປະສິດທິພາບ.

ປຶ້ມ “ສັງຮວມຄໍາສັບ ສໍານວນໂຕງໂຕຍ ສຸພາສິດຈີນ-ລາວ ລາວ-ຈີນ” ໄດ້ສັງຮວມເອົາຄໍາສັບ, ສໍານວນໂຕງໂຕຍ, ສຸພາສິດຈີນ-ລາວ ລາວ-ຈີນ ທັງໝົດ 21.700 ກວ່າສໍານວນ.

ປຶ້ມ “ຄໍາສໍາຄັນເພື່ອເຂົ້າໃຈປະເທດຈີນ”ສະ​ບັບ​ລຶບ​ລ້າງ​ຄວາມ​ທຸກ​ຍາກ ໄດ້ສັງຮວມເອົາຄໍາສັບສໍາຄັນ ໃນວຽກງານລຶບລ້າງຄວາມທຸກຍາກຂອງຈີນ ໄດ້ສ່ອງແສງໃຫ້ເຫັນເຖິງຜົນງານ ແລະປະສົບການຂອງຈີນ ໃນການລຶຶບລ້າງຄວາມທຸກຍາກກໍ່ຄືປັບປຸງຊີວິດການເປັນຢູ່ຂອງປະຊາຊົນທຸກຍາກໃຫ້ດີຂຶ້ນ.

ຄຳ​ເຫັນ

0