徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມ​ຣິ​ກາ​ກັບ​ຄືນ​ສູ່“ສັນ​ຍາ​ປາ​ຣີ”ຢ່າງ​ເປັນ​ທາງ​ການ

2021-02-20 16:47:09 cri

ຕາມ​ຂ່າວCRI:ວັນ​ທີ 19 ກຸມ​ພາ​ນີ້, ທ່າ​ນ​​ອັນ​ໂຕ​ນີ ບ​ລີນ​ເກນ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​ກ່າວ​ວ່າ, ອາ​ເມ​ຣິ​ກາ​ໄດ້​ກັບ​ຄືນ​ເຂົ້າ​ຮ່ວມ “ສັນ​ຍາ​ປາ​ຣີ”ຄືນ​ໃໝ່​ຢ່າງ​ເປັນ​ທາງ​ການໃນ​ມື້​ດຽວ​ກັນ.

 

ທ່າ​ນ​​ອັນ​ໂຕ​ນີ ບ​ລີນ​ເກນ​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ໜຶ່ງ​ໃນ​ມື້​ດຽວ​ກັນ​ວ່າ, “ສັນ​ຍາ​​ປາ​ຣີ” ແມ່ນ “ຂອບ​​ດຳ​ເນີນ​ງານ​ຂອງ​ທົ່ວ​ໂລກ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ”, ສັນ​ຍາ​ສະ​ບັບ​ນີ້​ຈະ​ຊ່ວຍ​ໃຫ້​ໂລກ​ຮັບ​ມື​ກັບ​ສະ​ພາບ​ອາ​ກາດ​ທີ່​ຮ້ອນ​ຂຶ້ນກວ່າ​ເກົ່າ​ທີ່​ມີ​ລັກ​ສະ​ນະເປັນ​ໄພ​ພິ​ບັດ​ແລະເປັນ​ການ​ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ດ້ານ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ໃນ​ຂອບເຂດ​ທົ່ວ​ໂລກ. ທ່ານ​ ທ່າ​ນ​​ອັນ​ໂຕ​ນີ ບ​ລີນ​ເກນກ່າວ​ວ່າ: ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ແລະ​ວຽກ​ງານການ​ຕ່າງ​ປະ​ເທດ​ທີ່​ມີວິ​ທະ​ຍາ​ສາດ​ບໍ່​ແມ່ນ “​ເລື່ອງ​ຮອງ” ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງອ​າ​ເມ​ຣິ​ກາ, ການ​ຮັບ​ມື​ກັບ​ໄພ​ຂົ່ມ​ຂູ່​ຕົວ​ຈິງກ່ຽວ​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ແລະ​ການ​ຮັບ​ຟັງ​ຂໍ້​ສະ​ເໜີ​ຂອງ​ນັກ​ວິ​ທະ​ຍາ​ສາດ​ຈະ​ເປັນ​ສິ່ງ​ທີ່​ສຳ​ຄັນ​​ທີ່​ສຸດ​ສຳ​ລັບ​ນະ​ໂຍ​ບາຍ​ພາຍ​ໃນ​ແລະຕ່າງ​ປະ​ເທດຂອງອາ​ເມ​ຣິ​ກາ.

ຄຳ​ເຫັນ

0