何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຮຽ​ກ​ຮ້ອງ​ໃຫ້​ອາ​ເມ​ຣິ​ກາ​ປະ​ຖິ້ມ​ມາດ​ຕະ​ການ​ທີ່​ບໍ່​ສົມ​ເຫດ​ສົມ​ຜົນໃນ 3 ດ້ານ

2021-02-22 16:57:21 CRI

ວັນທີ 22 ກຸມ​ພາ​ນີ້, ທ່ານ​ຫວາງ​ຢີ້, ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ພິ​ທີ​ເປີດກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ລານ​ຖີ່ງ ພາຍ​ໃຕ້​ຫົວ​ຂໍ້ “ສົນ​ທະ​ນາ ຮ່ວມ​ມື​ກັນ ຄວບ​ຄຸມ​ຄວາມ​ເຫັນ​ທີ່​ຂັດ​ແຍ່ງ​ກັນ - ຊຸ​ກ​ຍູ້​ສາຍ​ພົວ​ພັນ​ຈີນ-ອາ​ເມ​ຣິ​ກາໃຫ້​ກັບ​ຄືນ​ສູ່​ທິດ​ທາງ​ທີ່​ຖືກ​ຕ້ອງ”, ໂດຍ​​ໄດ້​ໃຫ້​ທັດ​ສະ​ນະ​ກ່ຽວ​ກັບ​​ວ່າເຮັດ​ແນວ​ໃດ​ຈຶ່ງ​ຈະ​ສາ​ມາດ​ຊຸກ​ຍູ້​ສາຍ​ພົ​ວ​ພັນ​ຈີນ-ອາ​ເມ​ຣິ​ກາ​​ໃຫ້ກັບ​ຄືນ​ສູ່​​ທິດ​ທາງ​ທີ່​ຖືກ​ຕ້ອງ.

 

ທ່ານ​ຫວາງ​ຢີ້​ກ່າວ​ວ່າ, ພາຍ​ໃຕ້​ສະ​ພາບ​ການ​ປະ​ຈຸ​ບັນ, ສອງ​ຝ່າຍ​ສ​າ​ມາດ​ແລກ​ປ່ຽນ​ຢ່າງ​ຕັ້ງ​ໜ້າ​ຈາກ​ບັນ​ຫາ​ງ່າຍ​ສູ່​ບັນ​ຫາ​ຫຍຸ້ງ​ຍາກ, ເພື່ອ​ສະ​ສົມ​ເຈດ​ຕະ​ນາ​ດີໃຫ້ຫຼາຍ​ຂຶ້ນ. ຈີນ​ຫວັງ​ວ່າ​ອາ​ເມ​ຣິ​ກາ​ຈະ​ປັບ​ປຸງ​ນະ​ໂຍ​ບາຍ​ໂດຍ​ໄວ, ປະ​​ຖິ້ມ​ນະ​ໂຍ​ບາຍ​ການ​ເພີ່ມ​ພາ​ສີ​ຢ່າງ​ບໍ່​ສົມ​ເຫດ​ສົມ​ຜົນ​ຕໍ່​ຜະ​ລິດ​ຕະ​ພັນ​ຂອງ​ຈີນ, ປະ​​ຖິ້ມ​​ນະ​ໂຍ​ບາຍການ​ຂວ້ຳ​ບາດ​ແຕ່​ຝ່າຍ​ດຽວ​ປະ​ເພດ​ຕ່າງໆ​​ທີ່​ມີຕໍ່​ວິ​ສາ​ຫະ​ກິດ ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ ແລະ​ສະ​ຖາ​ບັນການ​ສຶກ​ສາ​ຂອງ​ຈີນ, ປະ​​ຖິ້​ມ​ການ​ຂົ່ມ​ເຫັງ​ຢ່າງ​ໄຮ້​ເຫດ​ຜົນ​ຕໍ່​ຄວາມກ້າວ​ໜ້າ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຂອງ​ຈີນ, ເພື່ອ​ສ້າງ​ເງື່ອນ​ໄຂ​ທີ່​ຈຳ​ເປັນ​ໃຫ້​ແກ່​ການ​ຮ່ວມ​ມື​ຂອງ​ສອງ​ປະ​ເທດ. ພ້ອມ​ກັນ​ນັ້ນ, ຫວັງ​ວ່າ​ອາ​ເມ​ຣິ​ກາ​​ຈະຍົກ​ເລີກ​ຂໍ້​ຈຳ​ກັດ​ຕ່າງໆ​ສຳ​ລັບ​ອົງ​ການ​ຈັດ​ຕັ້ງ​ດ້ານ​ການ​ສຶກ​ສາ ວັດ​ທະ​ນະ​ທຳ ​ສື່ມວນ​ຊົນ ວຽກ​ງານ​​ຊາວຈີນ​ຕ່າງ​ດ້າວ ແລະ​ອື່ນໆ​ທີ່​​ເຄື່ອນ​ໄຫວ​ວຽກ​ງານ​ຢູ່​ອາ​ເມ​ຣິ​ກາ, ຍົກ​ເລີກ​​ຂໍ້​ຫ້າມ​ຕໍ່​ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ ແລະ ວົງ​ການ​ຕ່າງໆ​ຂອງ​ອາ​ເມ​ຣິ​ກາ​ໃນ​ການ​ໄປ​ມາ​ຫາ​ສູ່​ກັນ​ກັບ​ຈີນ, ສົ່ງ​ເສີມ ແລະ ສະ​ໜັບ​ສະ​ໜູນ​ໃຫ້​ສອງ​ປະ​ເທດ​ຟື້ນ​ຟູ​ໂຄງ​ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ສະ​ຖາ​ບັນ​ການ​ສຶກ​ສາຊັ້ນ​ສູງ ອົງ​ການ​ຄົ້ນ​ຄວ້າ, ​ການແລກ​ປ່ຽນ​ນັກ​ສຶກ​ສາ ແລະ​ອື່ນໆ. ຈີ​ນ​ຍິນ​ດີ​ກ້າວ​ເດີນ​ໄປ​ໜ້າ​ໃນ​ທາ​ງ​ທິດ​ດຽວ​ກັນ, ໃຊ້​ທ່າ​ທີ​ທີ່​ເປີດກວ້າງ​ເພື່ອ​ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​ດີ​ໃຫ້​ແກ່​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ຊາດ.

ຄຳ​ເຫັນ

0