覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສື່​ອາ​ເມຣິ​ກາ​ເຜີຍ​ແບ​ຄຳ​ຂີ້​ຕົວະຫຼອກ​ລວງ​ຂອງ​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ໃນ​ບົດ​ລາຍ​ງານ​ກ່ຽວ​ກັບ​ຊິນ​ຈ່ຽງ​ຈີນ

2021-02-23 11:06:49 cri

ແນ​ໃສ່​ກໍ​ລະ​ນີ​ທີ່​ເວັບ​ໄຊ​ຂ່າວ​ອາ​ເມ​ຣິ​ກາ​ໄດ້​ລາຍ​ງານ​ຂ່າວ​ເພື່ອ​ເຜີຍ​ແບ​ບົດ​ລາຍ​ງານ​ກ່ຽວ​ກັບເຂດ​ຊິນ​ຈ່ຽງ​ຈີນ​ຂອງລັດ​ຖະ​ບານ​ອາ​ເມ​ຣິ​ກາ​​​ວ່າ ເປັນ​ການ​ເສກ​ສັນ​ປັ້ນ​ແຕ່ງ​ຂ່າວ​​ລື. ໃນ​ເວ​ລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ເລື່ອງ​ນີ້, ທ່ານ​ວ່າງ​ເວີນ​ປິ່ນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້ກ່າວ​ຢືນ​ຢັນ​ໃນ​ວັນ​ທີ 22 ກຸມ​ພາ​ນີ້​ວ່າ: ​ການ​ລາຍ​ງານ​ຂ່າວ​ດັ່ງ​ກ່າວ​ຂອງສື່ມວນ​ຊົນ​ອາ​ເມ​ຣິ​ກາ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ຄວາມ​ຈິງ​ດີກວ່າ​ຄຳ​ເວົ້າ​ໃດໆ, ຊາວ​ໂລກ​ເອງ​ຮູ້​ດີ​​ວ່າ​ອັນ​ໃດ​ຜິດ​ອັນ​ໃດ​ຖືກ​.

 

ທ່ານ​ວ່າງ​ເວີນ​ປິ່ນ​ກ່າວ​ວ່າ: ພວ​ກ​ຂ້າ​ພະ​ເຈົ້າ​ໄດ້​ສັງ​ເກດວ່າ “Grayzone”ເຊິ່ງ​ເປັນ​ເວັບ​ໄຊ​ຂ່າວ​ອິດ​ສະຫຼະ​​ຂອງອາ​ເມ​ຣິ​ກາ​ທີ່​ໄດ້​ລົງ​ພິມ​ບົດ​ຄວາມ​ໂດຍ​ໄດ້​ຍົກ​ເອົາ​ຂໍ້​ມູນແລະ​ເລື່ອງ​​ຈິງ​ຈຳ​ນວນຫຼວງຫຼາຍ​ເພື່ອ​ຊີ້​ໃຫ້​ເຫັນວ່າ ບົດ​ລາຍ​ງານ​ຂອງ​ທ້າວ ເອ​ດ​ຣຽນ ເຈັນ​ສ ທີ່​ໄດ້​ນຳ​ໃຊ້​ຂໍ້​ມູນບໍ່​ຖືກ​ຕ້ອງ, ບິດ​ເບືອນ​ຂໍ້​ມູນ​, ເສກ​ສັນ​ປັ້ນ​ແຕ່ງ​ເຫດ​ການ, ໃຊ້​ຂໍ້​ມູນ​ອ້າງ​ອີງ​ຢ່າງ​ອັດ​ຕະ​ວິ​ໄສ​ແລະ​ເນື້ອ​ໃນ​​ຂອງບົດ​ລາຍ​ງານ​ມີ​ບ່ອນ​ທີ່​ບໍ່​ສົມ​ເຫດ​ສົມ​ຜົນ, ອັນ​ໄດ້​ເຜີຍ​ແບ​ໃຫ້​ເຫັນ​​ເຖິງໃບ​ໜ້າ​ທີ່​ແທ້​ຈິງ​ຂອງ​ທ້າວ ​ເອດ​ຣຽນ ເຈັນ​ສ ທັງ​ໄດ້​ພິ​ສູດ​ໃຫ້​ເຫັນ​ວ່າ ຖ້ອຍ​ຄຳ​ທີ່​ວ່າ “ລັດ​ຖະ​ບານ​ຈີນ​ໄດ້​ປະ​ຕິ​ບັດ​ມາດ​ຕະ​ການ​ດັບ​ສູນຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ຊິ່ນ​ຈ່ຽງ” ນັ້ນ​ເປັນ​ຄຳ​ຂີ້​ຕົວະຫຼອກ​ລວງ​ແທ້ໆ.
 

ທ່ານ​ວາງ​ເວີນ​ປິ່ນ​ກ່າວ​ຕື່ມ​ວ່າ: ໃນ​ໄລ​ຍະ​ໜຶ່ງ​ຜ່ານ​ມາ​ນີ້, ທ້າວ ເອດ​ຣຽນ ເຈັນ​ສ ພ້ອມ​ກັບ​ພວກ​ອິດ​ທິ​ກຳ​ລັງ​​ຕໍ່ຕ້ານ​​ຈີນ​ຈຳ​ນວນ​ໜຶ່ງ​ໃນ​ສາ​ກົນ​ໄດ້​ເສກ​ສັນ​ປັ້ນ​ແຕ່ງ​ຂ່າວ​ລື​ແລະ​ຄຳ​ຂີ້​ຕົວະຫຼອກ​ລວງ​​ຍ້ອນ​ມີຈຸດ​ປະ​ສົງ​ທາງ​ການ​ເມືອງ​ທີ່​ບໍ່​ດີ,​ມີເຈດ​ຕະ​ນາ​ຢາກ​ນຳ​ໃຊ້​ຂ່າວ​ປອມເພື່ອ​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ຊາວ​ໂລກ, ໃສ່​ຮ້າຍ​ປ້າຍ​ສີ​ຈີນ. ແຕ່​ວ່າ ບໍ່​ວ່າ​ກົນ​ອຸ​ບາຍ​ຂອງ​ເຂົາ​ເຈົ້າ​ຈະ​ປ່ຽນ​​ຮູບ​ແບບໃໝ່​ເລື້ອຍໆ​ແນວ​ໃດ​ກໍ​ຕາມ, ລ້ວນ​ແຕ່​ບໍ່​ສາ​ມາ​ດ​ຜ່ານ​ການ​ທົດ​ສອບ​ຈາກ​ເລື່ອງ​ຈິງ​ໄດ້. ຕ້ອງ​ມີ​ມື້​ໃດ​ມື້​ໜຶ່ງ​ທີ່​ການ​ກະ​ທຳ​ໃສ່​ຮ້າຍ​ປ້າຍ​ສີຈີນ​ຕາມ​ລຳ​ພັງ​ໃຈ​ຂອງ​​ ​ທ້າວ ເອດ​ຣຽນ ເຈັນ​ສ ແລະ​ພວກ​ອິດ​ທິ​ກຳ​ລັງ​​ຕໍ່ຕ້ານ​ຈີນ​ນັ້ນ​ຈະ​ຕ້ອງ​ຖືກ​ສືບ​ສວນ​ຢ່າງ​ເຖິງ​ຖອງເພື່ອ​ຄວາມ​ເປັນ​ທຳ.

ຄຳ​ເຫັນ

0