吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ຊ່ຽວຊານ​ຂອງ​ອົງການ​ອະນາ​ໄມ​​ໂລກ​ຕຳ​ໜິສື່​ມວນ​ຊົນ​​ຕາ​ເວັນ​ຕົກ​ບິດ​​ເບືອນກາ​ນ​ເດີນທາງຂອງ​ຜູ້​ຊ່ຽວຊານ​ໄປ​ນະຄອນ​ອູ​ຮັ້ນ​ຈີນ

2021-02-23 16:16:55 cri

ວັນ​ທີ 22 ກຸມພາ​ນີ້, ທ່ານ​ນາງທີ ຟີ​ເຊີຣ ສະມາຊິກ​​ໃນ​ໜ່ວຍ​ງານ​ຜູ້​ຊ່ຽວຊານສາກົນ​ເພື່ອ​ຄົ້ນ​ຫາ​ແຫຼ່ງກຳ​ເນີ​ດຂອງ​ເຊື້ອ​ພະຍາດ​ໂຄວິດ-19 ຂອງ​ອົງການ​ອະນາ​​ໄມ​ໂລກ, ສາ​ສະ​ດາຈານ​ມະ​ຫາ​ວິທະຍາ​ໄລ​​ໂກ​ເປັ​ນ​ຮາກ​ປະ​ເທດ​ດານ​ມາກ​ໄດ້​ໃຫ້​ສຳພາດ​ຕໍ່​ໜັງສື​ພິມການ​ເມືອງ​ດານ​ມາກ​ ​ໂດຍໄດ້​ຕຳ​ໜິ​ສື່​ມວນ​ຊົນ​​ຕາ​ເວັນ​ຕົກບາງ​ແຫ່ງ​ທີ່​ບິດ​ເບືອນການ​ເດີນທາງ​ຂອງໜ່ວຍ​ງານຜູ້​ຊ່ຽວຊາ​ໄປນະຄອນ​ອູ​ຮັ້ນ​ຈີນ​ເພື່ອ​ດຳ​ເນີນ​ການ​ແລກປ່ຽນ ​ແລະ​ການ​ຮ່ວມ​ມື​ຄົ້ນ​ຫາ​ແຫຼ່ງກຳ​ເນີ​ດຂອງ​ເຊື້ອ​ພະຍາດ​ໂຄ​ວິດ-19 ​ໃນ​ເມື່ອ​ບໍ່​ດົນ​ມາ​ນີ້. ທ່່ານກ່າວ​ວ່າ:​ ການ​​ເດີນທາງ​​ເ​ທື່ອນີ້​ໄດ້​ບັນລຸ​ໝາກຜົນຫຼາຍ​ກວ່າ​ທີ່​ຄາດ​ຫວັງ​ໄດ້.

ທ່ານ​ນາງ​ຟີ​ເຊີຣ​ໄດ້​ຕຳ​ໜິການລາຍ​ງານຂ່າວຂອງສື່​ມວນ​ຊົນ​ປະ​ເທດ​ຕາ​ເວັນ​ຕົກຕ່າງໆ ​ເຊັ່ນ: ໜັງສືພິມ​ນີວຢອກ​ທາມ​ສຂອງ​ອາ​ເມຣິກາ ​ແລະ​ອື່ນໆ​ທີ່​ວ່າ “ບໍ່​ສາມາດ​​ເກັບ​ກຳ​ຂໍ້​ມູນ​​ດັ້ງ​ເດີມ​ຢູ່​ນະຄອນ​ອູຮັ້ນ​ໄດ້”. ທ່ານ​ກ່າວ​ວ່າ: ການ​ເດີນທາງ​ເທື່ອ​ນີ້​ໄດ້​ບັນລຸ​ໝາກຜົນ​ຫຼາຍ​ກວ່າ​ທີ່​ຄາດ​ຫວັງ​​ໄວ້​ໃນ​ຫຼາຍ​ດ້ານ. ຈີນ​ໄດ້​ກະກຽມ​ຢ່າງພຽງພໍ ​ແລະ​ໄດ້​ສະໜອງ​ຂໍ້​ມູນ​ຢ່າງ​ຫຼວງຫຼາຍ, ໜ່ວຍ​ງານ​ຜູ້ຊ່ຽວຊານ​ໄດ້ປຶກສາຫາລື​ອີງ​ຕາມ​ຂໍ້​ມູນ ​ແລະ​ເອກະສານ​ເຫຼົ່າ​ນັ້ນ.

ທ່ານນາງ​ກ່າວ​ຕື່ມວ່າ: ໜ່ວຍ​ງານ​ຜູ້ຊ່ຽວຊານ​ສາກົນ​ໄດ້ຮ່ວມ​ກັບ​ຜູ້​ຊ່ຽວຊານ​ຈີນ​ປຶກສາ​ຫາລື​ວາລະທີ່​ສຳຄັນ, ​ເຄົາລົບ​ທັດສະນະ ​ແລະ​ຄວາມ​ສາມາດຂອງທັງ​ສອງ​ຝ່າຍ, ​ໄດ້​ບັນລຸ​ໝາ​ກຜົນ​ທີ່​ສຳຄັນ​ໃນ​ເວລາ​ສັ້ນ ​ເຊິ່ງ​ເປັນບາດກ້າວ​ທຳ​ອິດ​ທີ່​ສຳຄັນ​ໃນ​ການ​ເດີນທາງ​ໄກ ​ແຕ່​ເປັນ​ການເລີ່​ມຕົ້ນ​ທີ່​ດີ.

ຄຳ​ເຫັນ

0