吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສັນຍາ​ຈັດ​ຊື້​​ວັກ​ຊີ​ນຂອງ​ປະ​ເທດ​ທີ່​ມີ​ລາຍ​ຮັບ​ສູງ​ຈະ​ສົ່ງ​ຜົນ​ກະທົບ​ຕໍ່ແຜນການ COVAX

2021-02-23 15:29:15 cri

ວັນ​ທີ 22 ກຸມພາ​ນີ້, ທ່ານ​​ເທ​ໂດຣສ ຜູ້ອຳນວຍການ​ໃຫຍ່​ອົງການ​ອະນາ​ໄມ​ໂລກ​ກ່າວ​ວ່າ: ສັນຍາ​ຈັດ​ຊື້​ວັກ​ຊີ​ນລະຫວ່າງ​ບາງ​ປະ​ເທດ​ທີ່​ມີ​ລາຍ​ຮັບ​ສູງ  ​ກັບ​ວິ​ສາ​ຫະກິດ​ຜະລິດ​ວັກ​ຊີ​ນໂຄ​ວິດ-19 ຈະ​ສົ່ງ​ຜົນ​ກະທົບ​ຕໍ່​​ແຜນ​ດຳ​ເນີນ​ງານ​ວັກ​ຊີ​ນໂຄວິດ-19 ຫຼື COVAX ທີ່​ນຳພາ​ໂດຍ​ອົງການ​ອະນາ​ໄມ​ໂລກ ​ເຊິ່ງ​ຈະ​ເຮັດ​ໃຫ້​ຈຳນວນ​ວັກ​ຊີ​ນທີ່​ແຜນການ​ດັ່ງກ່າວ​ສາມາດ​ຈັດ​ຊື້​ໄດ້​ນັ້ນ​ຫຼຸດ​ລົງ.

ທ່ານ​ຮຽກຮ້ອງ​ໃຫ້​ປະ​ເທດ​ທັງ​ໝົດ​ໃນ​ໂລກ ລວມທັງ​ປະ​ເທດ​ທີ່​ມີ​ລາຍ​ຮັບ​ສູງ​ແບ່ງປັນວັກ​ຊີ​ນຢ່າງ​ຍຸດຕິ​ທຳທັນ​ທີ, ​ແລະ​ຮຽກຮ້ອງ​ໃຫ້​ວິ​ສາ​ຫະກິດ​ຜະລິດວັກ​ຊີ​ນຖື​ເອົາ​ການນ​ເຊັນ​ສັນຍາ​ກັບ COVAX ​ເປັນ​ບູລິ​ມະ​ສິດ ​ທັງເພີ່ມ​ປະລິມານ​ການ​ຜະລິດວັກ​ຊີ​ນຢ່າງ​ຫຼວງ​ຫຼາຍ.

ທ່ານ​ກ່າວ​ໃນ​ກອງ​ປະຊຸມ​ອີກ​ຄັ້ງ​ໜຶ່ງ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນວ່າ: ການ​ແຜ່​ລະບາດ​ຂອງພະຍາດ​ໂຄ​ວິດ-19 ​ໄດ້​ເຜີຍ​ແບ​ເຖິງ​ “ການ​ຂາດ​ການ​ປະສານ​ງານ, ຄວາມ​ບໍ່​ສະ​ເໝີ​ພາບ, ຄວາມ​ບໍ່​ຍຸດຕິ​ທຳ ​ແລະຄວາມ​ຂັດ​ແຍ້​ງ” ພາຍ​ໃນຂອງ​ປະ​ເທດ​ຕ່າງໆ ​ແລະ​ລະຫວ່າງ​ບັນດາ​ປະ​ເທດ. ​ແຕ່​ກໍ​ມີ​ຂ່າວ​ດີ​ວ່າ ມາ​ຮອດ​ປັດຈຸບັນ​ນີ້ ຈຳນວນ​ຜູ້​ຕິດ​ເຊື້ອ​ພະຍາດ​​ເພີ່ມ​​ໃໝ່​ໃນ​ທຸກໆ​ອາທິດ​ໄດ້ມີ​ຈຳນວນ​ຫຼຸດ​ລົງ​ເປັນ​ເວລາ 6 ອາທິດ​ລຽນຕິດ, ຈຳນວນ​ຜູ້​ເສຍ​ຊີວິດ​​ກໍ​ໄດ້​ຫຼຸດ​ລົງ​ເປັນ​ເວລາ 3 ອາທິດ​ລຽ​ຕິດ; ຂະນະ​ດຽວ​ກັນ, ບັນດາ​ປະ​ເທດ​ກໍ​ພວມ​ຄົ້ນຄວ້າຜະລິດ ​ແລະ​ຮັບຮອງ​​ວັກ​ຊີ​ນທີ່​ປອດ​ໄພ ​ແລະ​ມີ​ປະສິດທິ​ຜົນ, ​ເຮັດ​ໃຫ້​ຄົນ​ທັງຫຼາຍ​ມີ​ຄວາມ​ຫວັງວ່າ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ສາມາດ​ຄວບ​ຄຸມ​ໄດ້.

ຄຳ​ເຫັນ

0