何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ຄວາມ​ທຸກ​ຍາກ​​ບໍ່​ແມ່ນ​ສີ​ສັນ​ຂອງ​ສັງ​ຄົມ​ນິ​ຍົມ

2021-02-25 12:21:43 CRI

ວັນ​ທີ 25 ກຸມ​ພາ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ, ຄວາມ​ທຸກ​ຍາກ​ບໍ່​ແມ່ນ​ສີ​ສັນ​ຂອງ​ສັງ​ຄົມ​ນິ​ຍົມ, ຖ້າ​ເຂດ​ທຸກ​ຍາກຍັງ​ມີ​ຄວາມ​ທຸກ​ຍາກ​ເປັນ​​ເວ​ລາ​ດົນ​ນານ, ບໍ່​ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ດີ​ຂຶ້ນ​ເປັນ​​ເວ​ລາ​ດົນ​ນານ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ບໍ່​ໄດ້​ຮັບ​ການ​ປັບ​ປຸງ​​ໃຫ້ດີ​ຂຶ້ນ​ຢ່າງ​ພົ້ນ​ເດັ່ນ​ເປັນ​ເວ​ລາ​ດົນ​ນານ, ກໍ​ຈະ​ບໍ່​ສາ​ມາດ​ສ່ອງ​ແສງ​​ໃຫ້​ເຫັນເຖິງ​ຄວາມ​ດີ​ເລີດ​​ຂອງ​ລະ​ບອບ​ສັງ​ຄົມ​ນິ​ຍົມ​ຂອງ​ຈີນ, ທັງ​ບໍ່​ແມ່ນ​​ສີ​ສັນສັງ​ຄົມ​ນິ​ຍົມ.

 

ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 18 ເປັນ​ຕົ້ນ​ມາ, ພັກ​ກອມ​ມູ​ນິດ​ຈີນ​ໄດ້​ຖື​ເອົາ​ການ​ລຶບ​ລ້າງ​ຄວາມ​ທຸ​ກ​ຍາກ​ໄວ້​ຢູ່​ຖາ​ນະ​ສຳ​ຄັນ​ຢ່າງ​ຍິ່ງ​ໃນ​ການ​ປົກ​ຄອງ ແລະ​ບໍ​ລິ​ຫານ​ປະ​ເທດ, ແລະ​ກໍໄດ້​ບັນ​ລຸ​ເປົ້າ​ໝາຍ​ທີ່​ເຮັດ​ໃຫ້​ປະ​ຊາ​ຊົນ​ຜູ້​ທຸກ​ຍາກ​ໃນ​ຊົນ​ນ​ະ​ນົດ​ໄດ້ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ທັງ​ໝົດ, ສະ​ເລ່ຍ​ແລ້ວ​ມີ 10 ລ້ານກວ່າ​ຄົນຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ຍາກ​​ໃນ​ແຕ່​ລະ​ປີ. ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ເຂດ​ທີ່ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ໄດ້​ເກີດ​​ມີການ​ປ່ຽນ​ແປງ​ຢ່າ​ງ​ໃຫຍ່ຫຼວງ. ປະ​ຊາ​ຊົນ​ຜູ້​ທຸກ​ຍາກ​ທີ່​ໄດ້​ລົງ​ທະ​ບຽນ​ແລ້ວ​ໄດ້​ບັນ​ລຸ​ເປົ້າ​ໝາຍ “​ບໍ່​ເປັນ​ຫ່ວງ​ນຳ​ການ​ກິນ ແລະ ການ​ນຸ່​ງຖື, ມີການ​ຮັບ​ປະ​ກັນ​ດ້ານ​​ການ​ສຶກ​ສາ​ພາກ​ບັງ​ຄັບ ການ​ປິ່ນ​ປົວ​ຂັ້ນ​ພື້ນ​ຖານ ມີ​ເຮືອນ​ຢູ່​ຖາ​ວອນ ແລະ ມີ​ນ້ຳ​ດື່ມ​ທີ່​ສະ​ອາດ, ລາຍ​ຮັບ​ສຸດ​ທິ​ສະ​ເລ່ຍ​ຕໍ່​ຫົວ​ຄົນ​ຈາກ 2982 ຢວນ​ໃນ​ປີ 2015 ​ໄດ້ເພີ່ມ​ຂຶ້ນ​ເປັນ 10740 ຢວນ​ເມື່ອ​ປີ 2020, ເຊິ່ງ​ເພີ່ມ​ຂຶ້ນ 29,2% ຕໍ່​ປີ, ຄວ​າມ​ສາ​ມາດ​ໃນ​ການຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ດ້ວຍ​ຕົນ​ເອງ​ກໍ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ໜັກ​ແໜ້ນ. ເຮືອນ​ເກົ່າ​ຊຸດ​ໂຊມ​ຂອງ​ປະ​ຊາ​ຊົນ​ຜູ້​ທຸກ​ຍາກ 7,9 ລ້ານ​ຄອບ​ຄົວ​ ລວມ​ທັງ​ໝົດ 25,68 ລ້ານ​ຄົນ​ໄດ້​ຮັບ​ການ​ປັ​ບ​ປຸງ​​ໃຫ້ດີ​ຂຶ້ນ, ເສັ້ນ​ທາງ​ຊົນ​ນ​ະ​ບົດ​ທີ່​ສ້າງ​ໃໝ່ ແລະ ປັບ​ປຸງ​ໃໝ່​ມີ​ໄລ​ຍະ​ທາງ 1,1 ລ້ານ​ກິ​ໂລ​ແມັດ, ​ເສັ້ນທາງ​ລົດ​ໄຟ​ທີ່​ສ້າງ​ຂຶ້ນ​ໃໝ່​ມີ​ໄລ​ຍະ​ທາງ​ລວມ​ກັນ 35000 ກິ​ໂລ​ແມັດ. ​ກາ​ນ​ບໍ​ລິ​ການ​ອິນ​ເຕີ​ເນັດ​ໃຍ​​ແກ້ວ​ນຳແສງ ແລະ 4Gໄດ້​ປົກ​​ຄຸມ​ບ້ານ​ທຸກ​ຍາກ​ເຖິງ 98%.

ຄຳ​ເຫັນ

0