覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້​ນ​ຜິງ​ກ່າວ​ວ່າ ພັກ​ກອມ​ມູ​ນິດ​ຈີນ​ເປັນ​ກຳ​ລັງ​ນຳ​ພາ​ທີ່​ໜ້າ​ເຊື່ອ​ຖື​ທີ່​ສຸດ​ໃນ​ການ​ນຳ​ພາ​ປະ​ຊາ​ຊົນ​ບຸກ​ບືນ​ກ້າວ​ເດີນ​ໄປ​ໜ້າ

2021-02-25 12:30:33 cri

ວັນ​ທີ 25 ກຸມ​ພາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ກ່າວ​ວ່າ: ຈີນ​ສາ​ມາດ​ຍາດ​ເອົາ​ໄຊ​ຊະ​ນະ​ຢ່າງ​ສົມ​ບູນ​ໃນ​ບັ້ນ​ລຶບ​ລ້າງ​ຄວາມ​ທຸ​ກ​ຍາກ​ ເປັນ​ເລື່ອງ​ຈິງ​ທີ່​ພິ​​ສູດ​ໃຫ້​ເຫັນ​ຢ່າງ​ເຕັມ​ສ່ວນ​ວ່າ ພັກ​ກອມ​ມູ​ນິດ​ຈີນ​ເປັນ ກຳ​ລັງ​ນຳ​ພາ​ທີ່​ໜ້າ​ເຊື່ອ​ຖື​ທີ່​ສຸດ​ໃນ​ການ​ນຳ​ພາ​ປະ​ຊາ​ຊົນ​ບຸກ​ບືນ​ກ້າວ​ເດີນ​ໄປ​ໜ້າ.
 

 ນັບ​ແຕ່​ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ກອມ​ມູ​ນິດ​ຈີ​ນ​ຄັ້ງ​ທີ 18 ເປັນ​ຕົ້ນ​ມາ, ພັກ​ກອມ​ມູ​ນິດ​ຈີນ​ໄດ້​ຖື​ເອົາ​ວຽກ​ງານ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ໄວ້​ຢູ່​ຖານ​ນະ​ອັນ​ພົ້ນ​ເດັ່ນ​ໃນ​ການ​ປົກ​ຄອງ​ແລະ​ບໍ​ລິ​ຫານ​ປະ​ເທດ. ໃນ​ໄລ​ຍະ 8 ປີ​ຜ່ານ​ມາ, ທ່ານ​ສີ​ຈິ້ນ​ຜິງ​ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ດຳ​ເນີນ​ການ​ສຳຫຼວດ​ຄົ້ນ​ຄວ້າ​ບັນ​ຫາຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ 50 ກວ່າ​ເທື່ອ ໂດຍ​ໄດ້​ເດີນ​ທາງ​ໄປ​ເຖິງ​ເຂດ​ທຸກ​ຍາກ​ທີ່​ສຸດ​ທີ່​ມີ​ເນື້ອ​ທີ່​ຕິດ​ຈອດ​ກັນ​ໃນ​ຈຳ​ນວນທັງ​ໝົດ14 ແຫ່ງ.  ການ​ນຳ​ສຳ​ຄັນ​ຂອງ​ພັກ​ແລະ​ລັດ​ຂອງ 22 ແຂວງ,ກຳ​ແພງ​ນະ​ຄອນ​ແລະ​ເຂດ​ປົກ​ຄອງ​ຕົນ​ເອງ ຢູ່​ພາກ​ກາງ​ແລະ​ພາກ​​ຕາ​ເວັນ​ຕົກ​ຂອງ​ຈີນ​ໄດ້​ເຊັນ​ໃບ​ປະ​ຕິ​ຍານ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ກັບ​ສູນ​ກາງ. ເພື່ອ​ຊ່ວຍ​ປະ​ຊາ​ຊົນ​ເຂດ​ທຸກ​ຍາກ​​ໃຫ້ສາ​ມາດຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸ​ກ​ຍາກ, ນັບ​ລວມ​ແລ້ວ​ໄດ້​ສົ່ງ​ເລ​ຂາ​ທີ​ໜຶ່ງ​ແລະ​ພະ​ນັກ​ງານ​ປະ​ຈຳ​ບ້ານ 3 ລ້ານກວ່າ​ຄົນໄປ​ຊ່ວຍ​ເຫຼືອ​ປະ​ຊາ​ຊົນ​ຜູ້​ທຸກ​ຍາກ. ​ຕາມຂໍ້​ມູນ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ​ໃນໄລ​ຍະ 8 ປີ​ຜ່ານ​ມາ, ມີ 1800 ກວ່າ​ຄົນ​ໄດ້​ເສຍ​ຊີ​ວິດ​ໃນ​ໄລ​ຍະ​ປະ​ຕິ​ບັດ​ໜ້າ​ທີ່​ວຽກ​ງານ​ລຶບ​ລ້າງ​ຄວາມ​ທຸ​ກ​ຍາກ.

ຄຳ​ເຫັນ

0