覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຝ​ຣັ່ງ​ເລີ່ມ​ປະ​ຕິ​ບັດ​ມາດ​ຕະ​ການ​ປິດ​ປະ​ເທດເປັນ​ຄັ້ງ​ທີ 3 ຍ້ອນ​​ຈຳ​ນວນຜູ້​​ເປັນພະ​ຍາດ​ໂຄວິດ-19 ​ອາ​ການ​ໜັກ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ

2021-04-04 17:52:27 cri

 ເນື່ອງ​ຈາກ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໄດ້​ຮ້າຍ​ແຮງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ເລີ່ມ​ແຕ່​ວັນ​ທີ 3 ເມ​ສາ​ນີ້​ເປັນ​ຕົ້ນ​ໄປ, ຝ​ຣັ່ງ​ໄດ້​ປະ​ຕິ​ບັດ​ມາດ​ຕະ​ການ​ປິ​ດ​ປະ​ເທດ​ເປັນ​ຄັ້ງ​ທີ 3 ເຊິ່ງ​ຈະ​ປະ​ຕິ​ບັດ​ເປັນ​ເວ​ລາ 4 ອາ​ທິດ. ມາດ​ຕະ​ການຕົ້ນຕໍ​ມີ​ດັ່ງ​ນີ້: ​ຕອນ​ກາງ​ເວັນ, ປະ​ຊາ​ຊົນສາ​ມາດ​​ ​ເຄື່ອນ​ໄຫວ​ໄດ້ພາຍ​ໃນ​ຂອບ​ເຂດອ້ອມແອ້ມ​ທີ່​ຢູ່​ອາ​ໄສ​ຂອງ​ຕົນ​ໃນ​ວົງ​ລັດ​ສະ​ໝີ 10 ກິ​ໂລ​ແມັດ​ໂດຍ​ບໍ່​ຈຳ​ກັດ​ເວ​ລາ, ແຕ່​ລະ​ມື້​ຈະ​ປະ​ຕິ​ບັດ​ມາດ​ຕະ​ການ​ຫ້າມ​ສັນ​ຈອນ​ໃນ​ຍາມ​ກາງ​ຄືນ​ເລີ່ມ​ແຕ່​ເວ​ລາ 19 ໂມງ​ເປັນ​ຕົ້ນ​ໄປ, ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊົນ​ພະ​ຍາ​ຍາມ​ເຮັດ​ວຽກ​ຜ່ານ​ທາງ​ອ໋ອນ​ລາຍຕາມ​ທີ່ສາ​ມາດ​ປະ​ຕິ​ບັດ​ໄດ້, ​ພ້ອມ​ທັງ​ປິດ​ສິ່ງ​ອຳ​ນວຍ​ຄວາມ​ສະ​ດວກ​ດ້ານ​ທຸ​ລະ​ກິດ​ທີ່​ບໍ່​ຈຳ​ເປັນ​ທັງ​ໝົດ. ນອກ​ນີ້, ເລີ່ມ​ແຕ່​ວັນ​ທີ 5 ເມ​ສາ​ນີ້​ເປັນ​ຕົ້ນ​ໄປ, ໂຮງ​ຮຽນອະ​ນຸ​ບານ​ແລະ​ ປະ​ຖົມ​ຂອງ​ຝ​ຣັ່ງ​ຈະ​ປິດ​ໂຮງ​ຮຽນ​ເປັນ​ເວ​ລາ 3 ອາ​ທິດ, ​ສ່ວນໂຮງ​ຮຽນ​ມັດ​ທະ​ຍົມ​ຈະ​ປິດ​ເປັນ​ເວ​ລາ 4 ອາ​ທິດ. ມະ​ຫາ​ວິ​ທະ​ຍາ​ໄລ​ຈະ​ສືບ​ຕໍ່​ປະ​ຕິ​ບັດ​ຂໍ້​ກຳ​ນົດການ​ຮຽນ​ການ​ສອນຢູ່​ໃນ​ໂຮງ​ຮຽນອາ​ທິດ​ລະ​ໜຶ່ງ​ມື້.
 

   ນັບ​ມາ​ຮອດ​ວັນ​ທີ 3 ເມ​ສາ​ນີ້, ພາຍ​ໃນ​ເວ​ລາ 24 ຊົ່ວ​ໂມງ​ຜ່​ານ​ມາ, ຢູ່​ຝ​ຣັ່ງ, ຜູ້​ເສຍ​ຊີ​ວິດ​ຈາກ​ພະ​ຍາດ​ໂຄວິດ-19​ທີ່​ເພີ່ມ​ໃໝ່ມີ 213 ກໍ​ລະ​ນີ, ນັບ​ລວມ​ແລ້ວ ຜູ້​ເສຍ​ຊີ​ວິດ​ມີ 96493 ກໍ​ລະ​ນີ. ຄົນ​ເຈັບ​ໜັກ​ມີ​ທັງ​ໝົດ 5273 ກໍ​ລະ​ນີ. ປັດ​ຈຸ​ບັນ, ຝ​ຣັ່ງ​ໄດ້​ກາຍ​ເປັນ​ປະ​ເທດ​ທີ່​ມີ​ຈຳ​ນວນ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ຫຼາຍກວ່າ​ໝູ່ ເຊິ່ງ​ຖັດ​ຈາກ​ອາ​ເມ​ຣິ​ກາ, ບ​ຣາ​ຊີນ​ແລະ​ອິນ​ເດຍ.

ຄຳ​ເຫັນ

0