覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ໄດ້​ອະ​ນຸ​ມັດ​ນຳ​ໃຊ້​ວັກ​ຊີນ​ໂຄວິດ-19 ທັງ​ໝົດ 5 ຊະ​ນິດ​ແລ້ວ

2021-04-05 15:33:42 cri

ມາ​ເຖິງ​ປັດ​ຈຸ​ບັນ, ຈີນ​ໄດ້​ມີ​ວັກ​ຊີນ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19 ຈຳ​ນວນ 5 ຊະ​ນິດ​ໄດ້​ຮັບ​ການ​ອະ​ນຸ​ມັດ​ນຳ​ໃຊ້​ແລ້ວ. ຕາມ​ແຜນ​ການ​ທາງວິ​ຊ​ານການ,  ວັກ​ຊີນ 5 ຊະ​ນິດ​ດັ່ງ​ກ່າວ​ໄດ້​ແບ່ງ​ເປັນ 3 ປະ​ເພດ​ຄື ໜຶ່ງ​ແມ່ນ ວັກ​ຊີນ​ຊະ​ນິດເຊື້ອ​ຕາຍ, ສອງ​ແມ່ນ​ວັກ​ຊີນແອ​ເດ​ໂນ​ໄວ​ຣັດ( adenovirus vaccine ) ສາມ​ແມ່ນ ວັກ​ຊີນຣີ​ຄອມບິ​​ນິນ ໂປ​ຣ​ຕິນ (Recombinant Protein Vaccine). ທ່ານ​ເຮີ້​ຊິງ​ຮ​ວາ ຜູ້ກວດ​ກາ​ຂັ້ນ​ທີໜຶ່ງ​ຂອງ​ກົມ​ຄວບ​ຄຸມ​ພະ​ຍາດ​ຕິດ​ຕໍ່​ຂອງ​ຄະ​ນະ​ກຳ​ມະ​ການ​ສາ​ທາ​ລະ​ນະ​ສຸກ​ແຫ່ງ​ຊາດ​ຈີນ​ໃຫ້​ຮູ້​ວ່າ: ປັດ​ຈຸ​ບັນ, ວັກ​ຊີນ​ທີ່​ຈຳ​ໜ່າຍ​ໃນ​ຕະຫຼາດ​ພາຍ​ໃນ​ຈີນ​ລ້ວນ​ແຕ່​ໄດ້​ຜ່ານ​ການ​ກວດ​ກາ​ແລະ​ອະ​ນຸ​ມັດ​ຈາກ​ອົງ​ການ​ຕິດ​ຕາມ​ຄຸ້ມ​ຄອງ​ຢາ, ຄວາມ​ປອດ​ໄພ​ແລະ​ປະ​ສິດ​ທິ​ຜົນ​ຂອງວັກ​ຊີນ​ເຫຼົ່າ​ນີ້​ແມ່ນ​ມີ​ແຫຼ່ງ​ອ້າງ​ອີງ​ຈາກ​ຂໍ້​ມູນ​ທີ່​ກ່ຽວ​ຂ້ອງ​ໃນ​ລະ​ດັບ​ໃດ​ໜຶ່ງ​, ສະ​ນັ້ນຈິ່ງ​ສາ​ມາດ​ໃຊ້​ໄດ້​ຢ່າງ​ໝັ້ນ​ໃຈ​.
 

 ຕາມ​ຕົວ​ເລກ​ທີ່​ຄະ​ນະ​ກຳ​ມະ​ການ​ສາ​ທາ​ລະ​ນະ​ສຸກ​ແຫ່ງ​ຊາດ​ຈີນ​ເປີ​ດ​ເຜີຍ​, ມາ​ຮອດ​ວັນ​ທີ 3 ເມ​ສາ​ນີ້, ແຫ່ງ​ຕ່າງໆ​​ພາຍ​ໃນ​ປະ​ເທດ​ຈີນ​ໄດ້ສັກ​ວັກ​ຊີນ​ໂຄວິດ-19​ໃຫ້​ປະ​ຊາ​ຊົນແລ້ວເຖິງ 136.677.000 ເທື່ອຫຼອດ​ແລ້ວ.

ຄຳ​ເຫັນ

0