吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອົງ​ການ IMF​ ຄາດ​ຄະ​ເນ​ວ່າ: ​ເສດ​ຖະ​ກິດ​ໂລກ​ໃນ​ປີ​ນີ້ຈະ​ເພີ່ມ​ຂຶ້ນ 6%

2021-04-07 11:38:20 cri

   ອົງ​ການກອງ​ທຶນ​ເງິນ​ຕາ​ສາ​ກົນ ຫລື IMF​ ໄດ້​ປະ​ກາດ​ບົດ​ລາຍ​ງານ​ການ​ຄາດ​ຄະ​ເນ​ເສດ​ຖະ​ກິດ​ໂລກ​ໃນ​ວັນ​ທີ 6 ເມ​ສາ​ນີ້, ໂດຍ​ຄາດ​ວ່າເສດ​ຖະ​ກິດ​ໂລກ​ໃນ​ປີ 2021 ​ຈະ​ເພີ່ມ​ຂຶ້ນ 6% ເຊິ່ງ​ຈັງ​ຫວະ​ການ​ເຕີບ​ໂຕດັ່ງ​ກ່າວ​ນີ້​ໄວ​ກວ່າ​ການ​ຄາດ​ໝາຍ​ໃນ​ກ່ອນ​ໜ້າ​ນີ້.

   ບົດ​ລາຍ​ງານ​ດັ່ງ​ກ່າວ​ລະ​ບຸ​ວ່າ: ຈັງ​ຫວະການ​ເຕີບ​ໂຕ​ດັ່ງ​ກ່າວ​ແມ່ນ​ຍ້ອນ​ໄດ້​ຮັບ​ຜົນ​ດີ​ຈາກ​ການ​ສະ​ໜັບ​ສະ​ໜູນ​ດ້ານ​ການ​ເງິນ​ຂອງ​​ກຸ່ມເສດ​ຖະ​ກິດ​ຕົ້ນ​ຕໍ ແລະ​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ທີ່​ອາດ​ຈະ​ເກີດ​ຂຶ້ນໃນ 6 ເດືອນ​ທ້າຍ​ຂອງ​ປີ​ນີ້ຍ້ອນ​ການ​ສັກ​ວັກ​ຊິນ​ໃນ​ວົງ​ກວ້າງ​. ເສດ​ຖະ​ກິດ​ໂລກ​ໃນ​ປີ​ນີີ້​ມີ​ຄວາມ​ເປັນ​ໄປ​ໄດ້​ຈະ​ເພີ່​ມ​ຂຶ້ນ 6% ເພີ່ມ​ຂຶ້ນ0,5%ເມື່ອ​ທຽບ​ໃສ່​ການ​ຄາດ​ໝາຍ​ໃນ​ເດືອນ​ມັງ​ກອນຜ່ານ​ມາ.

   ບົດ​ລາຍ​ງານ​ຄາດ​ຄະ​ເນ​ວ່າ​: ​ຈັງ​ຫວະ​ການ​ເຕີບ​ໂຕ​ຂອງ​ກຸ່ມ​ເສດ​ຖະ​ກິດ​ທີ່​​ພັດ​ທະ​ນາ​ແລ້ວໃນ​ປີ​ນີ້​ແມ່ນ 5,1%, ຈັງ​ຫວະ​ການ​ເຕີບ​ໂຕ​ຂອງ​ກຸ່ມ​ເສດ​ຖະ​ກິດ​ທີ່​ພວມ​ພັດ​ທະ​ນາ ແລະ​ຈະ​ເລີນໃໝ່​ແມ່ນ6,7%. ພ້ອມ​ກັນ​ນັ້ນ, ອົງ​ການ IMFຄາດ​ວ່າ​ເສດ​ຖະ​ກິດ​ຈີນ​ໃນ​ປີ​ນີ້​ຈະ​ເພີ່ມ​ຂຶ້ນ8,4%, ເພີ່ມ​ຂຶ້ນ0,3%ເມື່ອ​ທຽບ​ໃສ່​ການ​ຄາດ​ໝາຍ​ໃນ​ເດືອນ​ມັງ​ກອນ​ຜ່ານ​ມາ.

   ມຸ່ງ​ໜ້າ​ໄປ​ສູ່​ອະ​ນາ​ຄົດ, ອົງ​ການ IMF​ເຫັນ​ວ່າ: ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ​ຍັງ​ມີ​ຄວາມ​ບໍ່​ແນ່ນອນ​ໃນ​ລະ​ດັບ​ສູງ, ​ແມ່ນຈະ​ຕັດ​ສິນ​ໂດຍ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລະ​ຜົນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຕ່າງໆ.

ຄຳ​ເຫັນ

0