何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະ​ຊຸມ​ຂອງ​ຝ່າຍ​ກ່ຽວ​ຂ້ອງ​ກັບ​ສັນ​ຍາ​ນິວ​ເຄຼຍ​ອີ​ຣານ​ຈັດ​ຂຶ້ນ​ຢູ່​​ນະ​ຄອນຫຼວງວຽນປະ​ເທດໂອ​ຕຼີ​ສ

2021-04-07 10:44:59 CRI

ວັນ​ທີ 6 ເມ​ສາ​ນີ້, ກອງ​ປະ​ຊຸມ​ຂອງ​ຝ່າຍ​ກ່ຽວ​ຂ້ອງ​ກັບ​ສັນ​ຍາ​ຮອບ​ດ້ານ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງວຽນ​ປະ​ເທດ​​ໂອ​ຕຼີ​ສ, ເພື່ອ​ປຶກ​ສາ​ຫາ​ລື​ບັນ​ຫາ​ທີ່​ໃຫ້​ອາ​ເມ​ຣິ​ກາ ແລະ ອີ​ຣານ​ຟື້ນ​ຟູ​ການ​ປະ​ຕິ​ບັດ​ຕາມ​ສັນ​ຍາ​ຄືນ​ໃໝ່.

ຕອນ​ຄ່ຳ​ວັນ​ທີ6 ເມ​ສາ​ນີ້, ຮອງ​ເລ​ຂາ​ທິ​ການ​​ສຳ​ນັກ​ງານການ​ເຄື່ອນ​ໄຫວ​ກັບ​ຕ່າງ​ປະ​ເທດ​ຂອງ​ສະ​ຫະ​ພາບ​ເອີ​ຣົບ ຫຼື EEAS ​ທີ່​ເປັນ​ປະ​ທານ​ຈັດ​ກອງ​ປະ​ຊຸມ​ລະ​ດັບ​ຫົວ​ໜ້າກົມ​ໃຫຍ່ການ​ເມືອງ​ຂອງ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ສັນ​ຍາ​ນິວ​ເຄຼຍ​ອີ​ຣານ​​ໄດ້​ພົ​ສ​ລົງ​ສື່​ສັງ​ຄົມ​ອອນ​ລາຍ​ວ່າ, ກອງ​ປະ​ຊຸມ​ຄັ້ງ​ນີ້​ມີ​ລັກ​ສະ​ນະ​ສ້າງ​ສັນ, ຜູ້​​ເຂົ້າຮ່ວມ​​ກອງປະ​ຊຸມມີ​ຄວາມ​ປາ​ຖະ​ໜາເປັນ​ເອ​ກະ​ພາບ​ກັນ ແລະ​ມີ​ເປົ້າ​ໝາຍ​ທີ່​ຍິ່ງ​ໃຫຍ່, ລ້ວນ​ແຕ່​ຫວັງ​ຢາກ​ເປີດ​ຂະ​ບວນ​ການ​ການ​ທູດ​​ປະ​ສົມ. ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຣານ​ອອກ​ຖະ​ແຫຼງ​ການ​ວ່າ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຣານ​ກ່າວ​ໃນ​ກອງ​ປະ​ຊຸມ​ວ່າ, ອາ​ເມ​ຣິ​ກາ​ຍົກ​ເລີກ​ການ​ຂວ້ຳ​ບາດ​ຕໍ່​ອີ​ຣານ​ແມ່ນ​ຂັ້ນ​ຕອນ​ທຳ​ອິດ ກໍ​ແມ່ນ​ຂັ້ນ​ຕອນ​ຈຳ​ເປັນ​ທີ່​ສຸດ​ສຳ​ລັບ​ອາ​ເມ​ຣິ​ກາ​ກັບ​ຄືນ​​ສູ່​ສັນ​ຍາ​ນິວ​ເຄຼຍ​ອີ​ຣານ.

ຄຳ​ເຫັນ

0