吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ຢູ່​ຍີ່​ປຸ່ນຮ້າຍ​ແຮງ​ຂຶ້ນ​ອີກ​ຢ່າງ​ພົ້ນ​ເດັ່ນ

2021-04-08 14:53:41 cri

​ຫວ່າງ​ມໍ່ໆ​ມາ​ນີ້, ການ​ແຜ່ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ຢູ່ປະ​ເທດ​ຍີ່ປຸ່ນ​ໄດ້ຮ້າຍ​ແຮງ​ຂຶ້ນ​ຢ່າງ​ພົ້ນ​ເດັ່ນ. ຕາມ​ຂໍ້​ມູນ​ສະຖິຕິ​ຈາກ​ສະຖານີ​ໂທລະພາບ​ຂອງ​ບໍລິສັດNHKຍີ່ປຸ່ນ: ມາ​ຮອດ​ເວລາ 18 ​ໂມງ 15 ນາທີ​ຂອງ​ວັນ​ທີ 7 ​ເມສາ​ນີ້ຕາມ​ເວລາ​ວຽງ​ຈັນ, ​​ຜູ້ຖືກ​ບົ່ງມະຕິ​ເປັນພະຍາດ​ໂຄ​ວິດ-19 ຂອງ​ຍີ່ປຸ່ນ​ໄດ້​ເພີ່​ມຂຶ້ນ 3451 ກໍລະນີ​, ​ນີ້​ເປັນ​ເທື່ອ​ທຳ​ອິດ​ທີ່​ມີ​ຜູ້​ຕິດ​ພະຍາດ​ເພີ່ມ​​ຂຶ້ນ​ຫຼາຍ​ກວ່າ 3000 ຄົນ​ໃນມື້​ດຽວ​ນັບ​ແຕ່​ວັນ​ທີ 30 ມັງກອນປີ​ນີ້​ເປັນ​ຕົ້ນ​ມາ, ລວມທັງ​ໝົດ​ແລ້ວມີ​ຜູ້​ຕິດພະຍາດ​ທັງ​ໝົດ 493448 ຄົນ, ມີ​ຜູ້​ເສຍ​ຊີວິດ​ເພີ່ມຂຶ້ນ 30 ຄົນ, ລວມທັງ​ໝົດມີ​ຜູ້​ເສຍ​ຊີວິດ 9313 ຄົນ.

ຂໍ້​ມູນ​ສະ​ຖິຕິ​ຍັງ​ໄດ້​ຊີ້​ໃຫ້​ເຫັນ​ວ່າ: ຢູ່​ນະຄອນຫຼວງ​ໂຕ​ກຽວ​ມີ​ຜູ້​ຕິດ​ໄວຣັດ​ເພີ່ມຂຶ້ນ 555 ກໍລະນີ​​ໃນ​ມື້​ດຽວ​ກັນ ​ເຊິ່ງ​ໄດ້​ສ້າງ​ສະຖິຕິ​ໃໝ່​ພາຍຫຼັງ​ໄດ້​ຍົກ​ເລີກ​ພາວະສຸກ​ເສີນ​ໃນ​ວັນ​ທີ 22 ມີນາ​ປີ 2021 ​ເປັນ​ຕົ້ນ​ມາ; ຢູ່​ແຂວງໂອຊາ​ກາ​ມີ​ຜູ້​ຕິດ​​ໄວຣັດ​ເພີ່ມ​ຂຶ້ນ 878 ກໍລະນີ, ​ໄດ້​ສ້າງ​ສະຖິຕິ​ໃໝ່​ເປັນ​ເວລາ 2 ມື້​ລຽນຕິດ​ນັບ​ແຕ່​ການ​​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ​ເປັນ​ຕົ້ນ​ມາ.

ຄຳ​ເຫັນ

0