尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ທັບ​ຈີນ​ແລະ​ອິນ​ເດຍ​ຈັດ​ການ​ເຈ​ລະ​ຈາ​ລະ​ດັບ​ຜູ້​ບັນ​ຊາ​ການກອງ​ທັບ​ຮອບ​ທີ 11

2021-04-12 17:41:34 cri

      ຕອນ​ຄ່ຳ​ວັນ​ທີ 11 ເມ​ສາ​ນີ້, ພັນ​ເອກ​ຫຼົງ​ຊ້າວ​ຮ​ວາ ໂຄ​ສົກເຂດ​ສູ້​ຮົບ​ພາກ​ຕາ​ເວັນ​ຕົກ​ຂອງກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນໄດ້​ໃຫ້​ຮູ້​ກ່ຽວ​ກັບ​ການ​ເຈ​ລະ​ຈາ​ລະ​ດັບ​ຜູ້​ບັນ​ຊາ​ການກອງ​ທັບ​ລະ​ຫວ່າງ​ຈີນ-ອິນ​ເດຍ​ຮອບ​ທີ 11.
 

ພັນ​ເອກ​ຫຼົງ​ຊ້າວ​ຮ​ວາ​ກ່າວວ່າ: ວັນ​ທີ 9 ເມ​ສາ​ນີ້, ກອງ​ທັບ​ຈີນ​ແລະ​ອິນ​ເດຍ​ໄດ້​ຈັດການ​ເຈ​ລະ​ຈາ​ລະ​ດັບ​ຜູ້​ບັນ​ຊາ​ການກອງ​ທັບ​ຮອບ​ທີ 11 ຢູ່​​ຊາຍ​ແດນເບື້ອງ​​ອິນ​ເດຍ,​ສອງ​ຝ່າຍ​ໄດ້ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກ່ຽວ​ກັບ​ບັນ​ຫາ​ທີ່​ສົນ​ໃຈ​ຮ່ວມ​ກັນ,ແລະຈະ​ສືບ​ຕໍ່​ຮັກ​ສາ​ການ​ຕິດ​ຕໍ່​ພົວ​ພັນ​ກັນ​ໂດຍ​ຜ່ານ​ຊ່ອງ​ທາງ​ການ​ທູດ​​ດ້ານ​ການ​ທະ​ຫານ.
 

ພັນ​ເອກຫຼົງ​ຊ້າວ​ຮ​ວາ​ກ່າວ​ຕື່ມ​ວ່າ: ຫວັງ​ວ່າ​ຝ່າຍ​ອິນ​ເດຍ​ຈະ​ທະ​​ນຸຖະ​ໜອມ​ທ່າ​ອ່ຽງ​ທີ່ມີ​ຄວາມ​ຕັ້ງ​ໜ້າໃນ​ປັດ​ຈຸ​ບັນ​​ທີ່​ສະ​ຖາ​ນະ​ການ​ຢູ່​ເຂດ​ຊາຍ​ແດນ​ລະ​ຫວ່າງ​ຈີນ-ອິນ​ເດຍ​ໄດ້​ຜ່ອນ​ຄາ​ຍ​ລົງ​, ເຄົາ​ລົບ​ແລະ​ປະ​ຕິ​ບັດ​ຕາມສັນ​ຍາ​ທີ່​ກ່ຽວ​ຂ້ອງ​ລະ​ຫວ່າງ​ສອງກອງ​ທັບ​ແລະ​ສອງ​ລັດກໍ​ຄື​ຄວາມ​ຮັບ​ຮູ້​​ທີ່ເປັນ​ເອ​ກະ​ພາບ​​ກັນຂອງ​ການ​ເຈ​ລະ​ຈາ​ໃນ​ໄລ​ຍະ​ຜ່ານ​ມາ,​ມຸ່ງ​ໜ້າ​ສູ່​ເປົ້າ​ໝາຍ​ດຽວ​ກັນ​ກັບ​ຝ່າຍ​ຈີນ,ຮ່ວມ​ກັນ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຢູ່​ເຂດ​ຊາຍ​ແດນ​ລະ​ຫວ່າງ​ສອງ​ປະ​ເທດ.

ຄຳ​ເຫັນ

0