蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ພັກ​ກອມ​ມູ​ນິ​ດ​ຈີນ​ນຳ​ພາ​ປະ​ຊາ​ຊົນ​ຈີນ​ມຸ່ງ​ໜ້າ​ໄປ​ສູ່​ຊີ​ວິດ​ທີ່​ມີ​ຄຸນ​ນະ​ພາບ​ສູງກວ່າ​ເກົ່າ

2021-04-13 15:56:52 CRI

ແຕ່​ກ່ອນ, “ການ​ລະ​ບາຍ​ກາກບອນ​ຕ່ຳ” ເປັນ​ມະ​ໂນ​ພາບ​ທີ່​ນັກ​ວິ​ທະ​ຍາ​ສາດ​ທັງຫຼາຍໃຫ້​ຄວາມ​ສົນ​ໃຈ​ເທົ່າ​ນັ້ນ, ແຕ່​ວ່າ: ຄຽງ​ຄູ່​ກັບ​ການ​ພັດ​ທະ​ນາ​ຊີ​ວິດ​ສັງ​ຄົມ ແລະ ຄຸນ​ນະ​ພາບ​ຊີ​ວິດ​​ຂອງ​ປະ​ຊາ​ຊົນ​ນັບ​ມື້​ນັບ​ສູງ​ຂຶ້ນ, ສະ​ນັ້ນ, ຈິ່ງ​ມີ​ຄົນ​ຕັ້ງ​ຄຳ​ຖາມ​ວ່າ: ເຊົາ​ຂັບ​ລົດ​ມື້​ໜຶ່ງ​ຈະຫຼຸດ​ການ​ລະ​ບາຍ​ກາກບອນ​ໄດ້ຫຼາຍ​ຊ່ຳ​ໃດ, ປູກ​ຕົ້ນ​ໄມ້​ເທົ່າ​ໃດ​ຕົ້ນ​ຈິ່ງ​ຈະ​ສາ​ມາດ​ເຮັດ​ໃຫ້​ເກີດ​ມີ “ຄວາມ​ດຸ​ນ​ດ່ຽງ​​ລະ​ຫວ່າງ​ການ​ລະ​ບາຍກັບ​ການ​ກຳ​ຈັດກາກບອນ” ຂອງ​ສ່ວນ​ບຸກ​ຄົນ? ຄຳ​ຖາມ​ທີ່​ບໍ່​ເຄີຍ​ມີ​ຄົນ​ຖາມ​ຂຶ້ນ​ໃນ​ເມື່ອ​ກ່ອນ, ດຽວ​ນີ້​ໄດ້​ຝັງ​ເລິກ​​ຢູ່​ໃນ​ຫົວ​ໃຈ​​ຂອງຄົນ​ທັງຫຼາຍ, “ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ທີ່​ມີ​ກາກບອນ​ຕ່ຳ” ກໍ​ໄດ້​​ຫັນ​ປ່ຽນຈາກ​ມະ​ໂນ​ພາບ​ທີ່​ເຂົ້າ​ໃຈ​ຍາກ ກາຍ​ມາ​ເປັນ​​ຮູບ​ປ​ະ​ທຳ​ທີ່​ມີ​ສ່ວນ​ກ່ຽວ​ຂ້ອງ​ຢ່າງ​ແໜ້​ນແຟ້ນ​ກັບ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ປະ​ຊາ​ຊົນ.

ການ​ສົ່ງ​ເສີມ​ການ​ດຳ​ລົງ​ຊີ​ວິດທີ່​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ແບບ​ກາກບອນ​ຕ່ຳ, ຈະ​ບໍ່​ສາ​ມາດປາ​ສະ​ຈາກ​ຄວາມ​ຕື່​ນ​ຕົວ ແລະ ຄວາມ​ພະ​ຍາ​ຍາມ​ຂອງ​ພົນ​ລະ​ເມືອງ​ທຸກ​ຄົນ​​ໄດ້, ຍິ່ງ​​ບໍ່​ສາ​ມາດປາ​ສະ​ຈາກ​ການ​ຊີ້​ນຳ​ນຳ​ພາ​ຂອງ​ພັກ ແລະ ລັດ​ຖະ​ບານ​​ໄດ້​ເຊັ່ນ​ກັນ. ທີ່​ຈິງ​ແລ້ວ, ​ໃນຫຼາຍ​ປີ​ກ່ອນ, ຈີນ​ກໍ​ມີ​ສະ​ຕິ​ຕື່ນ​ຕົວ​ໂດຍ​ໃຫ້​ຄວາມ​ສຳ​ຄັນ​ໃນ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ. ປີ 1989, ຈີນ​ໄດ້​ອອກ “ກົດ​ໝາຍ​​ວ່າ​ດ້ວຍ​ການອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ” ຢ່າງ​ເປັນ​ທາງ​ການ. ປີ 2013, ຈີນ​ໄດ້​​ກຳ​ນົດ​ໃຫ້​ມີ “ມື້​ກາກບອນ​ຕ່ຳ​ທົ່ວ​ປະ​ເທດ” ເປັນ​ຄັ້​ງ​ທຳ​ອິດ ແລະ ໄດ້​ເລີ່ມ​ກິດ​ຈະ​ກຳ “ການ​ລະ​ບາຍ​ກາກບອນ​ຕ່ຳ​ຢູ່​ຈີນ” ​ເປັນຄັ້ງ​ທຳ​ອິດ. ໃນ​ການ​ອະ​ພິ​ປາຍ​ທົ່​ວ​ໄປ​​ໃນສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ສະ​ໄໝ​ທີ 75 ທີ່​ຈັດ​ຂຶ້ນ​ໃນ​ປີ​ຜ່ານ​ມາ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສະ​ເໜີ​ວ່າ: ຈີນ​ຈະ​ພະ​ຍາ​ຍາມ​ໃຫ້​ການ​ລະ​ບາຍ​ກາກບອນ​ດິ​ອົກ​ຊິດ​​ເຖິງ​ລະ​ດັບ​ສູງ​ສຸດ​ກ່ອນ​ທ້າຍ​ປີ 2030 ແລະ ​ຈະພະ​ຍາ​ຍາມ​ໃຫ້​ບັນ​ລຸ​ເປົ້າ​ໝາຍ​ໄລ​ຍະ​ຍາວ​ທີ່​ການ​ລະ​ບາຍ​ ແລະ ການ​ດູດ​ຊຶມກາກບອນ​ດິ​​ອົກ​ຊິດ​ມີ​ຄວາມ​ດຸນ​ດ່ຽງ​ກັນ​ ດ້ວຍ​ການ​ປູກ​ຕົ້ນ​ໄມ້ ແລະ ວິ​ທີ​ອື່ນໆ ກ່ອນ​ປີ 2060.

ສິ່ງ​ທີ່​ເປັນ​ໜ້າ​ຊົມ​ເຊີຍ​ນັ້ນ​ກໍ​ຄື: ຄຽງ​ຄູ່​ກັບ​ວິ​ຖີ​ຊີ​ວິດສີ​ຂຽວ ແລະ ກາກບອນ​ຕ່ຳ​ໄດ້​ຝັງ​ເລິກ​ຢູ່ໃນ​ຫົວ​ໃຈ​ຂອງ​ປະ​ຊາ​ຊົນ​ຈີນ, ຈີນ​ກໍ​ພວມ​ຫຍັບ​ເຂົ້າ​ໃກ້​ເປົ້າ​ໝາຍ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ທີ່​ຕົນ​​ໄດ້​ກຳ​ນົດ​ໄວ້​ເທື່ອ​ລະ​ກ້າວ. ຈາກ​ການ​ປູກໄມ້​ສ້າງ​ປ່າ​ຫາການ​ເຜີຍ​ແຜ່​ “ຄຳ​ສັ່ງ​ຫ້າມ​ໃຊ້​ຖົງ​ຢາງ​ປຼ​າ​ສະ​ຕິກ”; ຈາກ​ການ​ພັດ​ທະ​ນາ​ພະ​ລັງ​ງານ​ໃໝ່​ຫາ​ການ​ແຍກປະ​ເພດ​ຂີ້​ເຫຍື້ອ​ແບບ​ຕື່ນ​ຕົວ​ຢູ່​ເຂດ​ຄຸ້ມ​ຊຸມ​ຊົນ; ຈາກການ​ປະ​ຕິ​ບັດ “ວິ​ທີ​ຄຸ້ມ​ຄອງ​ການ​​ຊື້​ຂາຍ​ສິດ​ລະ​ບາຍ​ກາກບອນ (ສະ​ບັບ​ທົດ​ລອງ)”, ​ຈົນຮອດ “ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 14”, ຈີນ​ໄດ້​ເດີນ​ຕາມ​ເສັ້ນ​ທາງ​ທີ່​ຖືກ​ຕ້ອງ ​ໃນ​ການ​ລະ​ບາຍ​ກາກບອນ​ຕ່ຳ ແລະ ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ມາ​ໂດຍ​ຕະຫຼອດ.

ມີ​ແຕ່​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ໃຫ້​ດີ, ປະ​ຊາ​ຊົນ​ຈິ່ງ​ຈະ​ສາ​ມາດ “​ມີ​ນ້ຳ​ດື່ມ​ທີ່​ສະ​ອາດ ແລະ ຫາຍ​ໃຈ​​ເອົາ​ອາ​ກາດ​ທີ່​ສົດ​ຊື່ນ​ບໍ​ລິ​ສຸດ”, ຈິ່ງ​ຈະ​ສາ​ມາດ​​ເຫັນ​ພູ​ຂຽວ​ນ້ຳ​ໃສ, ຈິ່ງ​ຈະ​ສາ​ມາດ​ບັນ​ລຸ​ການ​ພັດ​ທະ​ນາ​ທີ່​ປອດ​ໃສ ແລະ ຍືນ​ຍົງ. ຈາກ “ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ແບບ​ກາກບອນ​ຕ່ຳ” ​ຈົນຮອດ “ການ​ບັນ​ລຸ​ຄວາມ​ດຸນ​ດ່ຽງ​ກັນ​​ລະ​ຫວ່າງ​ການ​ລະ​ບາຍ​ກາກບອນ” ແລະ ການ​ດູດ​ຊຶມ​ກາກບອນ​ດິ​ອົກ​ຊິດ, ສະຫຼຸບ​ແລ້ວ, ກໍ​​ຍ້ອນ​ວ່າ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ຕັ້ງ​ໜ້າ​ຕອບ​ສະ​ໜອງ​ຕາມ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ປະ​ຊາ​ຊົນ​ທີ່​ຢາກ​ມຸ່ງ​ໜ້າ​ໄປ​ສູ່​ຊີ​ວິດ​ທີ່​ດີ​ງາມກວ່າ​ເກົ່າ, ການ​ຕອບສະ​ໜອງ​ກໍ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຈິດ​ໃຈ “ຮັບ​ໃຊ້​ປະ​ຊາ​ຊົນ​ຢາງ​ສຸດ​ອົກ​ສຸດ​ໃຈ” ​ເຊິ່ງ​ເປັນ​ອຸ​ດົມ​​ການ​ແຕ່​ຫົວ​ທີຂອງ​ຊາວກອມ​ມູ​ນິດ​ຈີນ, ເປັນ​ກຳ​ລັງ​​ແຮງຂອງ​ພັກ​ກອມ​ມູ​ນິດ​ຈີນ​ໃນ​ການ​ຊີ້​ນຳ​ນຳ​ພາ​ປະ​ຊາ​ຊົນ​ຈີນ​ກ້າວ​​ເດີນໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ ແລະ ກໍ​ເປັນ “ເຄັດ​ລັບ​ແຫ່ງ​ຜົນ​ສຳ​ເລັດ” ຂອງ​ພັກ​ກອມ​ມູ​ນິດ​ຈີນ ຕະຫຼອດ​ໄລ​ຍະ 100 ປີ​ນັບ​ແຕ່​ມື້ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຈີນຈົນ​ເຖິງ​ປັດ​ຈຸ​ບັນ.

ຄຳ​ເຫັນ

0