尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ຂາດ​ດຸນ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ໃນ​ເດືອນ​ມີ​ນາ​ຜ່ານ​ມາ​ມີ​ເຖິງ 660 ຕື້​ໂດ​ລາ​ສະ​ຫະ​ລັດ

2021-04-13 10:49:03 cri

      ວັນ​ທີ 12 ເມ​ສາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ກະ​ຊວງ​ການ​ເງິນ​ອາ​ເມ​ຣິ​ກາ​ໄດ້​ເປີດ​ເຜີຍ​ບົດ​ລາຍ​ງານ​ສະ​ບັບ​ໜຶ່ງ​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ແຜນ​ການ​ຊ່ວຍ​ເຫຼືອໃນ​ໄລ​ຍະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຂອງ​ລັດ​ຖະ​ບານ ໂຈ ໄບ​ເດັນ​ຈະ​ເຮັດ​ໃຫ້​ການ​ຂາດ​ດຸນ​ງົບ​ປະ​ມານ​ຕໍ່​ເດືອນ​ຂອງ​ອາ​ເມ​ຣິ​ກາ​ເຂົ້າ​ໃກ້​ຈຸດ​ສູງ​ສຸດ​ໃນ​ປະ​ຫວັດ​ສາດ,ໃນ​ເດືອນ​ມີ​ນາ​ຜ່ານ​ມາ, ການ​ຂາດ​ດຸນ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານ​ມີ​ເຖິງ 660 ຕື້​ໂດ​ລາ​ສະ​ຫະ​ລັດ. ເຈົ້າ​ໜ້າ​ທີ່​ກະ​ຊວງ​ການ​ເງິນ​ອາ​ເມ​ຣິ​ກາ​ກ່າວ​ວ່າ: ການ​ຂາດ​ດຸນ​ງົບ​ປະ​ມານ​ໃນ​ເດືອນ​ມີ​ນາ​ປີນີ້​ຖື​ວ່າ​ແມ່ນ​ການ​ຂາດ​ດຸນ​ຕໍ່​ເດືອນ​ຫຼາຍ​ເປັນ​ອັນ​ດັບ 3 ໃນ​ປະ​ຫວັດ​ສາດ​ຂອງ​ອາ​ເມ​ຣິ​ກາ, ພຽງ​ແຕ່​ຖັດ​ຈາກ​ການ​ໃຊ້​ຈ່າຍ​ສຸກ​ເສີນ​ໃນ​ເດືອນ​ເມ​ສາ​ແລະ​ເດືອນ​ມິ​ຖຸ​ນາ​ຂອງ​ປີ​ກາຍ​ນີ້​ເພື່ອ​ຮັບ​ມື​ກັບ​ວິ​ກິດ​ການ​ເສດ​ຖະ​ກິດ​ທີ່​ເກີດ​ຂຶ້ນ​ຍ້ອນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19.
 

      ຂ່າວ​ແຈ້ງວ່າ: ໃນ 6 ເດືອນ​ຕົ້ນ​​ປີ​ຂອງ​ສົກ​ງົບ​ປະ​ມານ​ການ​ເງິນ​ນີ້, ການ​ຂາດ​ດຸນ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ໄດ້​ມີ​ເຖິງ 1.700 ຕື້​ໂດ​ລາ​ສະ​ຫະ​ລັດ, ແຕ່​ອີງ​ຕາມ​ແຜນ​ການ​ກະ​ຕຸ້ນ​ເສດ​ຖະ​ກິດທີ່​ມີ​ມູນ​ຄ່າ​ເຖິງ 1.900 ຕື້​ໂດ​ລາ​ສະ​ຫະ​ລັດ​ນັ້ນ,ໃນ​ຫຼາຍ​ເດືອນ​ຕໍ່​ໜ້າ​ນີ້​ຈະ​ໃຊ້​ງົບ​ປະ​ມານ​ຫຼາຍກວ່າ​ເກົ່າ​ແລະ​ອາດ​ຈະ​ເຮັດ​ໃຫ້​ລາຍ​ຈ່າຍ​ສືບ​ຕໍ່​ເພີ່ມ​ຂຶ້ນ.

ຄຳ​ເຫັນ

0