黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມູນ​ຄ່າ​ຂາ​ເຂົ້າ​ຂາ​ອອກ​ຂອງ​ຈີນ​ໃນ​ໄຕ​ມາດ​ທີ​ໜຶ່ງ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ​ໄດ້​ເພີ່ມ​ຂຶ້ນ 29,2%

2021-04-13 16:13:24 cri

ຕອນ​ເຊົ້າ​ວັນ​ທີ 13 ເມ​ສາ​ນີ້, ທ່ານ​ຫຼີ້​ຄຸຍ​ເວີນ ຫົວ​ໜ້າ​ກົມ​ສະ​ຖິ​ຕິ​ແລະ​ວິ​ເຄາະ​ທັງ​ເປັນໂຄ​ສົກ​​ຂອງອົງ​ການພາ​ສີ​ແຫ່ງ​ຊາດ​​ຈີນ​ໄດ້​ເປີດ​ເຜີຍ​ຕົວ​ເລກ​ຂາ​ເຂົ້າ​ຂາ​ອອກ​ຂອງ​ຈີນ​ໃນ​ໄຕ​ມາດ​ທີ​ໜຶ່ງ​ປີ 2021.

ທ່ານ​ຫຼີ້​ຄຸຍ​ເວີນ ກ່າວ​ວ່າ: ຕາມສະ​ຖິ​ຕິ​ຂອງ​ອົງ​ການ​ພາ​ສີແຫ່ງ​ຊາດ, ໃນ​ໄຕ​ມາດ​ທີ​ໜຶ່ງ, ຍອດ​ມູນ​ຄ່າ​ຂາ​ເຂົ້າ​ຂາ​ອອກ​ສິນ​ຄ້າ​​ປະ​ເພດ​ຈັບ​ຕ້ອງ​ໄດ້ຂອງ​ຈີນ​ໄດ້​ບັນ​ລຸ​ເຖິງ 8.470 ຕື້ຢວນ, ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ​ໄດ້​ເພີ່ມ​ຂຶ້ນ 29,2%. ໃນ​ນັ້ນ, ມູນ​ຄ່າ​​ສົ່ງ​ອອກ​ບັນ​ລຸ 4.610 ຕື້ຢວນ, ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ​ໄດ້​ເພີ່ມ​ຂຶ້ນ 38,7%, ມູນ​ຄ່າ​ນຳ​ເຂົ້າ​ບັນ​ລຸ 3.860 ຕື້ຢວນ, ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ​ໄດ້​ເພີ່ມ​ຂຶ້ນ 19,3%, ມູນ​ຄ່າ​ໄດ້​ປຽບ​ດຸນ​ການ​ຄ້າ​ບັນ​ລຸ​ເຖິງ 759 ຕື້ 290 ລ້ານຢວນ, ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ​ໄດ້​ເພີ່ມ​ຂຶ້ນ 690,6%.

ເບິ່ງ​ຈາກ​ດ້ານ​ລະ​ອຽດ​ແລ້ວ, ​ຈຸດ​ພິ​ເສດ​ຕົ້ນ​ຕໍ​ປະ​ກອບ​ດ້ວຍ 5 ດ້ານ​ຄື: ໜຶ່ງ​, ​ວິ​ສາ​ຫະ​ກິດ​ເອກ​ກະ​ຊົນ​ມີ​​ຊີ​ວິດ​ຊີ​ວາເພີ່ມ​ຂຶ້ນ; ສອງ​, ການ​ຂາ​ເຂົ້າ​ຂາ​ອອກ​ກັບ​ຄູ່​ການ​ຄ້າ​ຕົ້ນ​ຕໍ​ຍັງ​ສືບ​ຕໍ່ເຕີບ​ໂຕ; ສາມ, ອັດ​ຕາ​ສ່ວນ​ຂາ​ເຂົ້າ​ຂາ​ອອກ​ທົ່ວ​ໄປ​ເພີ່ມ​ຂຶ້ນ; ສີ່, ການ​ຂາຍ​ຜະ​ລິດ​ຕະ​ພັນກົນຈັກ​ແລະ​ເອ​ເລັກ​ໂຕຼນິກ​​ສູ່​ຕ່າງ​ປະ​ເທດກວມຍອດ​ຈຳ​ນວນ​ຫຼາຍກວ່າ 60%; ຫ້າ, ​ຈຳ​ນວນ​ການ​ນຳ​ເຂົ້າສິນ​ຄ້າ​ລາຍ​ໃຫຍ່​ຕົ້ນ​ຕໍ​ໄດ້​ເພີ່ມ​ຂຶ້ນ.

ຄຳ​ເຫັນ

0