黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໃນ 2 ເດືອນ​ຕົ້ນ​ປີ​ນີ້​ມູນ​ຄ່າ​ສົ່ງ​ອອກ​ໝາກ​ໄມ້​ຂອງ​ໄທ​ເພີ່ມ​ຂຶ້ນ 107% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ

2021-04-14 11:20:37 cri

ວັນ​ທີ 13 ເມ​ສາ​ນີ້, ທ່ານ​ນາງ​ອໍ​ລະ​ມົນ ຊັບ​ທະ​ວີ​ທຳ ຫົວ​ໜ້າ​ກົມ​ເຈ​ລະ​ຈາ​ການ​ຄ້າ​ສາ​ກົນ​ຂອງ​ກະ​ຊວງ​ການ​ຄ້າ​ໄທ​ກ່າວ​ວ່າ: ໃນ 2 ເດືອນ​ຕົ້ນ​ປີ​ນີ້​, ມູນ​ຄ່າ​ການ​ສົ່ງ​ອອກ​ໝາກ​ໄມ້​ຂອງ​ໄທ​ໄດ້​ບັນ​ລຸ​ເຖິງ 461 ລ້ານ​ໂດ​ລາ​ສະ​ຫະ​ລັດ, ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ​ໄດ້​ເພີ່ມ​ຂຶ້ນ 107%, ຈີນ​ແລະ​ອາ​ຊຽນ​ແມ່ນ​ຕະ​ຫຼາດ​ສົ່ງ​ອອກ​ໝາກ​ໄມ້​ໃຫຍ່​ທີ່​ສຸດ​ຂອງ​ໄທ.

ທ່ານ​​ນາງ​ອໍ​ລະ​ມົນ ຊັບ​ທະ​ວີ​ທຳ​ຍັງ ກ່າວ​ວ່າ: ພາຍ​ໃຕ້​ສະ​ພາບ​ການ​ທີ່​ເສດ​ຖະ​ກິດ​ໂລກ​ໄດ້​ຮັບ​ຜົນ​ສະ​ທ້ອນ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ມູນ​ຄ່າ​​ການສົ່ງ​ອອກ​ໝາກ​ໄມ້​ຂອງ​ໄທ​ພັດ​ໄດ້​ເພີ່ມ​ຂຶ້ນ, ນີ້​ຍ້ອນ​ວ່າ​ໄດ້​ຮັບ​ໄດ້​ຜົນ​ປະ​ໂຫຍດ​ຈາກ​​ການເຊັນ​ສັນ​ຍາ​ການ​ຄ້າ​ເສ​ລີ​​ຂອງ​ໄທກັບ 18 ປະ​ເທດ​ແລະ​ເຂດ​ແຄວ້ນ​ລວມ​ທັງ​ປະ​ເທດ​ຈີນ, ໝາກ​ໄມ້​ຂອງ​ໄທ​​ສົ່ງ​ອອກ​ໄປ​ໃຫ້​ປະ​ເທດ​ເຫຼົ່​າ​ນີ້​ໂດຍ​ປອດພາ​ສີ​. ນອກ​ນັ້ນ, ສັນ​ຍາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອ​ບ​ດ້ານ​ໃນ​ພາກ​ພື້ນ​ຫຼື RCEP ທີ່​ລົງ​ນາມ​ໃນ​ເດືອນ​ພະ​ຈິກ​ປີ​ກາຍ​ນີ້​ກໍ​ຈະ​ຊຸກ​ຍູ້​ໃຫ້​ການ​ສົ່ງ​ອອກ​ໝາກ​ໄມ້​ຂອງ​ໄທ​ເພີ່ມ​ຂຶ້ນ​ຕື່ມ​ອີກ.

ຄຳ​ເຫັນ

0