蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ສົ່ງ​ສານ​ຊົມ​ເຊີຍ​ໄປ​ຍັງ​ງານ​ວາງ​ສະ​ແດງ​ເຄື່ອງ​ອຸ​ປະ​ໂພກ​ບໍ​ລິ​ໂພກ​ສາ​ກົນ​ຈີນ​ຄັ້ງ​ປະ​ຖົມ​ມະ​ລືກ

2021-05-07 10:40:59 CRI

ວັນ​ທີ 6 ພຶດ​ສະ​ພາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ສານຊົມ​ເຊີຍ​ໄປ​ຍັງ​ງານ​ວາງ​ສະ​ແດງ​ເຄື່ອງ​ອຸ​ປະ​ໂພກ​ບໍ​ລິ​ໂພກ​ສາ​ກົນ​ຈີນ​ຄັ້ງ​ປະ​ຖົມ​ມະ​ລືກ.

ສານ​ຊົມ​ເຊີຍ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ລະ​ບຸ​ວ່າ: ການ​ຈັດ​ງານ​ວາງ​ສະ​ແດງ​ເຄື່ອ​ງ​ອຸ​ປະ​ໂພ​ກ​ບໍ​ລິ​ໂພກ​ສາ​ກົນ​ຈີນ​ໄດ້​ສ້າງ​ເວ​ທີ​ວາງ​ສະ​ແດງ​ເຄື່ອງ​ອຸ​ປະ​ໂພກ​ບໍ​ລິ​ໂພກ​ທີ່​ດີ​ເດັ່ນ​​ໃຫ້​ກັບໂລກ ເຊິ່ງ​ມີ​ຜົນ​ດີ​ຊ່ວຍ​ໃຫ້​ບັນ​ດາ​ປະ​ເທດ​ໃນ​ໂລກ​ຊົມ​ໃຊ້​ໂອ​ກາດ​ຕະຫຼາດ​ຂອງ​ຈີນ, ຊ່ວຍ​ໃຫ້​ເສດ​ຖະ​ກິດ​ໂລກ​ສາ​ມາດ​ຟື້ນ​ຄືນ ແລະ ເຕີບ​ໂຕ ແລະ ຊ່ວຍ​ໃຫ້​ຈີນ​​ສາ​ມາດສະ​ໜອງ​ເຄື່ອງ​ອຸ​ປະ​ໂພກ​ບໍ​ລິ​ໂພກ​ທີ່​ມີ​ຄຸນ​ນະ​ພາບ​ສູງຫຼາຍກວ່າ​ເກົ່າ​ໃຫ້​ແກ່​ໂລກ. ຫວັງ​ວ່າ: ແຂກ ແລະ ບຸກ​ຄົນ​ວົງ​ການ​ຕ່າງໆ​ຂອງ​ໂລກ​ຈະລົງ​ເລິກ​ແລກ​ປ່ຽນ​ກັນ, ສະ​ແຫວງ​ຫາ​ການ​ຮ່ວມ​ມື​ກັນ ເພື່ອ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ປະ​ເທດ​ຕ່າງໆ​ໃນ​ໂລກ.

​ງານ​ວາງ​ສະ​ແດງ​ເຄື່ອງ​ອຸ​ປະ​ໂພກ​ບໍ​ລິ​ໂພກ​ສາ​ກົນ​ຈີນ​ຄັ້ງ​ປະ​ຖົມ​ມະ​ລືກໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ໄຫ​ໂຂ​ແຂວງ​ໄຫຫຼຳ​ຈີນ​ໃນ​ມື້​ດຽວ​ກັນ, ມີ​ເນື້ອ​ທີ່​ວາງ​ສະ​ແດງ 8 ໝື່ນ​ຕາ​ແມັດ, ມີ​ວິ​ສາ​ຫະ​ກິດ​​ຈີນ ແລະ ​ວິ​ສາ​ຫະ​ກິດ​ທີ່​ມາ​ຈາກ 70 ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນເກືອບ 1500 ແຫ່ງ​ເຂົ້​າ​ຮ່ວມ.

ຄຳ​ເຫັນ

0